ຂ່າວ ພາຍໃນປະເທດ

10 ເດືອນ ເມືອງທົ່ງມີໄຊ ເກັບລາຍຮັບໄດ້ 1.145 ລ້ານກີບ…

ໃນວັນທີ 4 ພະຈິກ 2020 ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງທົ່ງມີໄຊ ແຂວງໄຊຍະບູລີ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສົມພອນ ໄຊດວງຕາ ເຈົ້າເມືອງທົ່ງມີໄຊ ແລະ ການນໍາຫຼັກແຫຼ່ງຂອງເມືອງ. ທ່ານ ສົມພອນ ໄຊດວງຕາ ໄດ້ລາຍງານສະພາບການພັດທະນາຮອບດ້ານຂອງເມືອງໂດຍຫຍໍ້ຊຶ່ງບາງຕອນທ່ານໄດ້ກ່າວວ່າ: ໂດຍລວມເມືອງທົ່ງມີໄຊ ໄດ້ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຮັກສາໄດ້ຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 8,84% ຕໍ່ປີ, ການຈັດເກັບລາຍຮັບໃນ 10 ເດືອນຕົ້ນປີນີ້ ສາມາດປະຕິບັດໄດ້ທັງໝົດ 1.145 ລ້ານກີບ, ສົ່ງອອກສິນຄ້າຕ່າງເມືອງ ໄດ້ທັງໝົດມູນຄ່າ 4.252 ລ້ານກີບ, ນໍາເຂົ້າສິນຄ້າຈາກຕ່າງປະເທດ 8 ພັນກ່ວາໂດລາ, ໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມປະຊາຊົນຜະລິດເປັນສິນຄ້າໃຫ້ຫຼາຍ ໂດຍເລັ່ງໃສ່ການປູກຝັງ ແລະ ລ້ຽງສັດປະເພດຕ່າງໆ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວເຊັ່ນ: ປູກເຂົ້າ, ສາລີ, ໝາກແຕງ, ໝາກໂມ, ໝາກເຜັດ, ໝາກເຂືອ, ຜັກ, ...

Read More »

ຊົມເຊີຍ!!! ບໍລິສັດເບຍລາວ ຈໍາກັດ ມອບນ້ຳດື່ມ ມູນຄ່າ 74 ລ້ານກີບ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ແຂວງສະຫວັນນະເຂດ

ໃນວັນທີ 04 ພະຈິກ 2020 ຢູ່ທີ່ຫ້ອງວ່າການ ແຂວງສະຫວັນນະເຂດ, ບໍລິສັດເບຍລາວຈຳກັດ ໄດ້ມອບນ້ຳດື່ມ ຂະໜາດ 1,5 ລິດ, ຈຳນວນ 4.000 ແພັກ ເຊິ່ງມີມູນຄ່າ 74 ລ້ານກີບ ເພື່ອຊ່ວຍເຫລືອປະຊາຊົນທີ່ປະສົບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ. ເດືອນຕຸລາ 2020 ເປັນໄລຍະ ທີ່ມີສະພາບນໍ້າຖ້ວມ ໜັກໜ່ວງ ແລະ ຮຸນແຮງ ສໍາຫຼັບແຂວງ ສະຫວັນນະເຂດ ເນື່ອງຈາກມີພາຍຸຫຼາຍລູກ ພັດຜ່ານເຂົ້າເຂດ ພາກກາງ ຂອງ ສປປ ລາວ. ຂໍ້ມູນຈາກ ພະແນກພະລັງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ຊີ້ໃຫ້ຮູ້ວ່າ ປັດຈຸບັນ ປະຊາຊົນ ຢູ່ 8 ເມືອງ ຂອງແຂວງ ປະກອບມີ ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ ອີກ 4 ເມືອງຕອນລຸ່ມ ລຽບຕາມລໍານໍ້າ ເຊບັ້ງຫຽງ ເຊັ່ນ ເມືອງຊົນນະບູລີ, ຈໍາພອນ, ສອງຄອນ ...

Read More »

ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫລັກຊັບ ຄັ້ງທີ III ຫາລືບາງບັນຫາທີ່ສຳຄັນ….

ກອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບ (ຄຄຊ) ຄັ້ງທີ III ປະຈໍາປີ 2020 ໄດ້ສຳເລັດລົງໃນວັນທີ 4 ພະຈິກ 2020 ທີ່ສຳນັກງານ ຄຄຊ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການເງິນ, ປະທານ ຄຄຊ, ເຂົ້າຮ່ວມມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີຮອງປະທານ ຄຄຊ-ຜູ້ປະຈຳການ ແລະ ມີບັນດາຄະນະກໍາມະການຄຸ້ມຄອງຫລັກຊັບ ແລະ ພາກສ່ວນກ່ຽວຂ້ອງ. ກອງປະຊຸມ ໄດ້ມີການປຶກສາຫາລື ບາງໜ້າວຽກທີ່ສຳຄັນ ໃນນີ້ໄດ້ມີການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ II ທີ່ມີຜົນສໍາເລັດຫລາຍດ້ານ ໂດຍສະເພາະໄດ້ສຳເລັດການເຜີຍແຜ່ກົດໝາຍວ່າດ້ວຍຫລັກຊັບ (ສະບັບປັບປຸງ) ແລະ ສ້າງຄວາມເຂົ້າໃຈພື້ນຖານ ກ່ຽວກັບການລົງ ທຶນໃນຮຸ້ນຢູ່ 4 ແຂວງພາກໃຕ້ ແລະ ສໍາເລັດການຄົ້ນຄວ້າອະນຸຍາດໃນການອອກຈຳໜ່າຍຮຸ້ນກູ້ຢູ່ປະເທດໄທຂອງບໍລິສັດ ໄຟຟ້ານໍ້າງື່ມ 2 ຈຳກັດ. ພ້ອມທັງສືບຕໍ່ເອົາໃຈໃສ່ຫລາຍບັນຫາ ເພື່ອພັດທະນາຕະຫລາດທຶນລາວໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະ ມີຄວາມຄຶກຄື້ນກວ່າເກົ່າ. ...

Read More »

ສະຖານທູດຈີນ ປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຂອງລາວ….

ໃນຕອນເຊົ້າ ຂອງວັນທີ 4 ພະຈິກ 2020 ຢູ່ອົງການກາແດງລາວ ນະຄອນຫລວງວຽງຈັນ, ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຕ້ອນຮັບ ທ່ານ Jiang zaidong ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາຮຸ່ງ ເຮືອງວົງສີ ໄດ້ລາຍງານຫຍໍ້ສະພາບການດ້ານວຽກງານຂອງສາທາລະນະສຸກໃນທົ່ວປະເທດລາວ ໃນນີ້, ມີວຽກງານການຕ້ານໄພພິບັດ, ການປັງປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ໜ່ວຍງານກູ້ໄພ ຊຶ່ງໄລຍະຜ່ານມາລັດຖະບານຈີນ ກໍຄື ປະຊາຊົນຈີນ ກໍໄດ້ໃຫ້ການຊ່ວຍເຫລືອຕະຫຼອດມາ. ໂອກາດທີ່ເຂົ້າຢ້ຽມຢາມໃນຄັ້ງນີ້ ທ່ານ Jiang zaidong ໄດ້ນຳເອົາເງິນຈຳນວນ 5 ພັນໂດລາສະຫະລັດ ມອບໃຫ້ອົງການກາ ແດງລາວ ເພື່ອປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ທີ່ໄພພິບັດນ້ຳຖ້ວມອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ເປັນຕົ້ນ ເນື້ອທີ່ທຳການຜະລິດ, ເຮືອນຊານບ້ານຊ່ອງ, ສັດລ້ຽງ ແລະ ໄຮ່ນາ, ຮົ້ວສວນ ຂອງປະຊາຊົນ ຖືກນ້ຳຖ້ວມ, ນ້ຳຊຸ ...

Read More »

ເຂື່ອນໄຟຟ້າດອນສະໂຮງຖືກຮັບຮອງ ແລະ ດຳເນີນການຜະລິດກະ​ແສໄຟ​ຟ້າຢ່າງເປັນທາງການ…

ໂຄງການເຂື່ອນໄຟຟ້າດອນສະໂຮງ ຖືກຮັບຮອງເປັນໂຄງການກໍ່ສ້າງສຳເລັດ ແລະ ດຳເນີນການຜະລິດກະ​ແສໄຟ​ຟ້າຢ່າງເປັນທາງການ (COD). ຫຼັງຈາກໂຄງການໄດ້ດຳເນີນການທົດລອງແລ່ນເຄື່ອງຈັກປັ່ນໄຟຟ້າ ມາແຕ່ວັນທີ 11 ຕຸລາ 2019 ໂຄງການເຂື່ອນໄຟຟ້າດອນສະໂຮງ ເຊິ່ງມີຈຸດທີ່ຕັ້ງຢູ່ ເມືອງ ໂຂງ ແຂວງ ຈຳປາສັກ ພິທີເປີດການຜະລິດໄຟຟ້າຢ່າງເປັນທາງການ ຈັດຂຶ້ນໃນວັນທີ 4 ພະຈິກ 2020 ນີ້ ໂດຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວເປີດຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ມີ ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ພະນັກງານທີ່ກ່ຽວຂ້ອງຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ຜູ້ອຳນວຍການບໍລິສັດ ໄຟຟ້າດອນສະໂຮງ ຈຳກັດ ເຂົ້າຮ່ວມ. ໂຄງການເຂື່ອນໄຟຟ້າດອນສະໂຮງ ຕັ້ງຢູ່ຫ້ວຍສະໂຮງ ຢູ່ລະຫວ່າງ ດອນສະດຳ ແລະ ດອນສະໂຮງ, ທີ່ເມືອງໂຂງ, ແຂວງຈຳປາສັກ, ຫ່າງຈາກ ນະຄອນ ປາກເຊ ໄປທາງໃຕ້ປະມານ 160 km. ເລີມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ...

Read More »

ສະພາ ຮັບຮອງແຜນຜັງລວມຕົວເມືອງ ນວ ຄວບຄຸມເນື້ອທີ່ 61 ພັນກວ່າເຮັກຕາ….

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນທີ 3 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີລາຍງານກ່ຽວກັບການຄົ້ນຄວ້າ ແລະ ປັບປຸງແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ສະບັບທີ III ໂດຍໄດ້ລາຍງານກ່ຽວກັບຄວາມເປັນມາຂອງການສ້າງແຜນຜັງລວມຕົວເມືອງ ນວ; ການປະເມີນຜົນການຈັດຕັ້ງປະຕິບັດ ແຜນຜັງຕົວເມືອງ ສະບັບທີ I ແລະ II ວ່າ: ແຜນຜັງລວມຕົວເມືອງ ນວ ສະບັບທີ I ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1991 ໂດຍ ມີເນື້ອທີ່ວາງແຜນ 9.300 ເຮັກຕາ ກວມເອົາ 100 ບ້ານ ຢູ່ໃນ 4 ຕົວເມືອງຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງ. ສ່ວນແຜນຜັງລວມຕົວເມືອງ ...

Read More »

ເຊັນສັນຍາສ້າງໂຄງການສົ່ງເສີມລ້ຽງງົວ ແລະ ລ້ຽງໄກ່ ມູນຄ່າ 1,2 ລ້ານ ກວ່າໂດລາສະຫະລັດ

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບອົງການນົມດີເພື່ອລາວ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສົ່ງເສີມເຕັກໂນໂລຊີດ້ານກະສິກໍາ, ການລ້ຽງໄກ່ ແລະ ງົວນົມ ເພື່ອພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ ມູນຄ່າ 1.210.000 ໂດລາສະຫະລັດ. ໂດຍຄາດຄະເນຜົນໄດ້ຮັບຈາກໂຄງການດັ່ງກ່າວ ແມ່ນຈະສາມາດສ້າງໄດ້ຄອບຄົວຕົວແບບດ້ານການລ້ຽງງົວນົມ ຈໍານວນ 10 ຄອບຄົວ ແລະ ລ້ຽງໄກ່ 65 ຄອບຄົວ ຢູ່ໃນເຂດຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ຈະສ້າງຜະລິດຕະພັນກະສິກໍາທີ່ເປັນເອກະລັກຂອງເຂດນີ້ ແລະ ສາມາດແຂ່ງຂັນກັບສິນຄ້າປະເພດດຽວກັນ; ຂະນະດຽວກັນ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ຈະມີບ່ອນຄົ້ນຄວ້າ ແລະ ທົດລອງການລ້ຽງສັດ, ເປັນບ່ອນຖ່າຍທອດຄວາມຮູ້ໃຫ້ແກ່ນັກສຶກສາ ພ້ອມນີ້ຍັງໄດ້ຍົກລະດັບຄວາມຮູ້ ແລະ ການສຶກສາໃຫ້ກັບນັກວິຊາການລາວ. ໃນວັນທີ 3 ພະຈິກ 2020 ທີ່ຫ້ອງປະຊຸມໂຮງແຮມແລນມາກ ມີພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສົ່ງເສີມເຕັກນິກວິຊາການດ້ານກະສິກໍາ ເພື່ອການພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ, ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ຕາງໜ້າເຊັນບົດບັນທຶກຝ່າຍພະແນກກະສິກໍາ ...

Read More »

ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ລົງຢ້ຽມຢາມປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ 2 ເມືອງ…

ໃນວັນທີ 31 ຕຸລາ 2020 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ 2 ຈຸດຄື: ບ້ານທ່າຂາມລຽນ, ບ້ານລະຫານໍ້າ ເມືອງສອງຄອນ ແລະ ບ້ານກອງປະທຸມວັນ ເມືອງຊົນນະບູລີ ໃຫ້ກຽດເຂົ້າຮ່ວມທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຈິນດາສັກ ຍົດຫມັ້ນຄົງ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ. ສໍາລັບຈຸດທີໜຶ່ງ: ທ່ານ ພັອ. ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ລາຍງານສະພາບນ້ຳຖ້ວມຢູ່ເຂດເມືອງສອງຄອນ ໃຫ້ຮູ້ວ່າ: ເຮືອນຊານຂອງປະຊາຊົນໄດ້ຮັບຜົນເສຍຫາຍ 23 ບ້ານ, 2.628 ຄອບຄົວ, 15.493 ຄົນ, ຜົນກະທົບຕໍ່ເນື້ອທີ່ທຳການຜະລິດນໍ້າຖ້ວມ 5.416,25 ເຮັກຕາ, ໜອງປາ 340 ໜອງ, ເນື້ອທີ່ສວນປູກພືດ 96,58 ເຮັກຕາ, ອ່າງເກັບນ້ຳ ...

Read More »

ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ ທ່ານທູດ ໃນໂອກາດເຂົ້າຢ້ຽມອໍາລາ….

ໃນວັນທີ 03 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊິນຊອງຊຸນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນປະເທດ ໃນເດືອນພະຈິກ 2020 ນີ້. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຊິນຊອງຊຸນ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະເວລາ 2 ປີ 8 ເດືອນ ໂດຍສະເພາະແມ່ນການປະກອບສ່ວນຢ່າງຫ້າວຫັນເຂົ້າໃນການສົ່ງເສີມ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃນໄລຍະຜ່ານມາ. ...

Read More »

ສະມາຄົມສົ່ງເສີມຊາກໍແມນ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດຊາ…

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຖິ່ນກຳເນີດຊາກໍແມນ ໃຫ້ແກ່ສະມາຄົມສົ່ງເສີມຊາກໍແມນ ຂອງເມືອງຜົ້ງສາລີ ໃນວັນທີ 2 ພະຈິກ 2020 ຢູ່ແຂວງຜົ້ງສາລີ, ໂດຍມີ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມນຳ, ເຊິ່ງຕາງໜ້າຮັບໃບຢັ້ງຢືນຖິ່ນກຳເນີດຊາກໍແມນ ແລະ ໃບອະນຸຍາດນຳໃຊ້ກາໝາຍຖິ່ນກຳເນີດແຫ່ງຊາດ ທ່ານ ຄຳພັນ ຈັງຕິງຢົງ ປະທານສະມາຄົມສົ່ງເສີມຊາກໍແມນ. ໂອກາດນີ້, ທ່ານ ຄຳຜອຍ ວັນນະສານ ແລະ ທ່ານ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ່າງກໍໄດ້ມີຄຳເຫັນວ່າ: ການຈົດທະບຽນຢັ້ງຢືນຖິ່ນກຳເນີດຊາກໍແມນ ແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກຮັກສາຄຸນນະພາບ ທີ່ມີເອກະລັກສະເພາະຂອງຊາກໍແມນ ທີ່ມີປະຫວັດຄວາມເປັນມາອັນຍາວນານ ຕິດພັນກັບວັດທະນະທຳ ແລະ ວິຖີຊີວິດຂອງປະຊາຊົນ ເມືອງຜົ້ງສາລີ ມາໄດ້ຫລາຍສະຕະວັດແລ້ວ ແລະ ສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນ ຈາກບັນພະບູລຸດສູ່ຄົນຮຸ່ນປັດຈຸບັນ ແລະ ...

Read More »