ເຂື່ອນໄຟຟ້າດອນສະໂຮງຖືກຮັບຮອງ ແລະ ດຳເນີນການຜະລິດກະ​ແສໄຟ​ຟ້າຢ່າງເປັນທາງການ…

ໂຄງການເຂື່ອນໄຟຟ້າດອນສະໂຮງ ຖືກຮັບຮອງເປັນໂຄງການກໍ່ສ້າງສຳເລັດ ແລະ ດຳເນີນການຜະລິດກະ​ແສໄຟ​ຟ້າຢ່າງເປັນທາງການ (COD).

ຫຼັງຈາກໂຄງການໄດ້ດຳເນີນການທົດລອງແລ່ນເຄື່ອງຈັກປັ່ນໄຟຟ້າ ມາແຕ່ວັນທີ 11 ຕຸລາ 2019 ໂຄງການເຂື່ອນໄຟຟ້າດອນສະໂຮງ ເຊິ່ງມີຈຸດທີ່ຕັ້ງຢູ່ ເມືອງ ໂຂງ ແຂວງ ຈຳປາສັກ

ພິທີເປີດການຜະລິດໄຟຟ້າຢ່າງເປັນທາງການ ຈັດຂຶ້ນໃນວັນທີ 4 ພະຈິກ 2020 ນີ້ ໂດຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວເປີດຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ມີ ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ພະນັກງານທີ່ກ່ຽວຂ້ອງຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ຜູ້ອຳນວຍການບໍລິສັດ ໄຟຟ້າດອນສະໂຮງ ຈຳກັດ ເຂົ້າຮ່ວມ.

ໂຄງການເຂື່ອນໄຟຟ້າດອນສະໂຮງ ຕັ້ງຢູ່ຫ້ວຍສະໂຮງ ຢູ່ລະຫວ່າງ ດອນສະດຳ ແລະ ດອນສະໂຮງ, ທີ່ເມືອງໂຂງ, ແຂວງຈຳປາສັກ, ຫ່າງຈາກ ນະຄອນ ປາກເຊ ໄປທາງໃຕ້ປະມານ 160 km.

ເລີມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນວັນທີ 23 ມີນາ 2006 ແລະ ໃນປີ 2008 ໄດ້ເຊັນສັນຍາພັດທະນາໂຄງການ (PDA), ກ່ອນຈະເຊັນສັນຍາສຳປະທານໂຄງການ (CA) ໃນກາງປີ 2015 ໂດຍແມ່ນບໍລິສັດ Mega First Corporation Berhad Consortium (Malaysia) ເປັນຜູ້ໄດ້ຮັບສິດໃນການພັດທະນາ,

ລວມກຳລັງຕິດຕັ້ງ 260 MW, ສາມາດຜະລິດພະລັງງານໄດ້ 2.028 GWh/ປີ. ພະລັງງານເກືອບທັງໝົດ ສົ່ງຂາຍໃຫ້ ກຳປູເຈຍໂດຍຜ່ານ ລັດວິສາຫະກິດໄຟຟ້າລາວ. ລວມມູນຄ່າການລົງທຶນທັງໝົດ 520.000.000 (ຫ້າຮ້ອຍຊາວລ້ານ) ໂດລາສະຫະລັດ.

ແຫຼ່ງຂໍ້ມູນ: ສູນຂ່າວສານພະລັງງານ ແລະ ບໍ່ແຮ່

Comments