10 ເດືອນ ເມືອງທົ່ງມີໄຊ ເກັບລາຍຮັບໄດ້ 1.145 ລ້ານກີບ…

ໃນວັນທີ 4 ພະຈິກ 2020 ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງທົ່ງມີໄຊ ແຂວງໄຊຍະບູລີ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສົມພອນ ໄຊດວງຕາ ເຈົ້າເມືອງທົ່ງມີໄຊ ແລະ ການນໍາຫຼັກແຫຼ່ງຂອງເມືອງ.

ທ່ານ ສົມພອນ ໄຊດວງຕາ ໄດ້ລາຍງານສະພາບການພັດທະນາຮອບດ້ານຂອງເມືອງໂດຍຫຍໍ້ຊຶ່ງບາງຕອນທ່ານໄດ້ກ່າວວ່າ: ໂດຍລວມເມືອງທົ່ງມີໄຊ ໄດ້ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຮັກສາໄດ້ຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 8,84% ຕໍ່ປີ, ການຈັດເກັບລາຍຮັບໃນ 10 ເດືອນຕົ້ນປີນີ້ ສາມາດປະຕິບັດໄດ້ທັງໝົດ 1.145 ລ້ານກີບ, ສົ່ງອອກສິນຄ້າຕ່າງເມືອງ ໄດ້ທັງໝົດມູນຄ່າ 4.252 ລ້ານກີບ, ນໍາເຂົ້າສິນຄ້າຈາກຕ່າງປະເທດ 8 ພັນກ່ວາໂດລາ, ໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມປະຊາຊົນຜະລິດເປັນສິນຄ້າໃຫ້ຫຼາຍ ໂດຍເລັ່ງໃສ່ການປູກຝັງ ແລະ ລ້ຽງສັດປະເພດຕ່າງໆ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວເຊັ່ນ: ປູກເຂົ້າ, ສາລີ, ໝາກແຕງ, ໝາກໂມ, ໝາກເຜັດ, ໝາກເຂືອ, ຜັກ, ພືດຕະກຸນຖົ່ວຕ່າງໆ,

ນອກນີ້, ກໍໄດ້ຊຸກຍູ້ໃຫ້ປະຊາຊົນລ້ຽງສັດໃຫຍ່ ໂດຍຫັນມາປູກຫຍ້າເປັນອາຫານສັດ, ສ່ວນວຽກງານວັດທະນະທໍາ-ສັງຄົມ ກໍໄດ້ເອົາໃຈໃສ່ ປັບປຸງຄຸນນະພາບການຮຽນ-ການສອນ ຂອງຄູອາຈານ ແລະ ນັກຮຽນຢ່າງໃກ້ຊິດ ແລະ ຕໍ່ເນື່ອງເພື່ອເຮັດໃຫ້ຄຸນນະພາບການສຶກສາ ນັບມື້ດີຂຶ້ນ, ປັບປຸງຂອດບໍລິການດ້ານສາທາລະນະສຸກ ໃຫ້ສະດວກວ່ອງໄວ ນັບທັງປັບປຸງສະຖານທີ່ບໍລິການຄົນເຈັບໃຫ້ດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ສົ່ງເສີມໃຫ້ປະຊາຊົນ ອະນຸຮັກປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີຂອງທ້ອງຖິ່ນໄວ້ໃຫ້ໝັ້ນຄົງ.

ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ໄດ້ເນັ້ນໜັກໃຫ້ການນໍາທຸກພາກສ່ວນຂອງເມືອງຈົ່ງເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ປ້ອງກັນການລັກລອບນໍາເຂົ້າພາຫະນະທີ່ບໍ່ຖືກຕ້ອງ, ການລັກລອບຕັດໄມ້ເຂດຊາຍແດນ ແລະ ປ່າສະຫງວນ, ພ້ອມທັງເອົາໃຈໃສ່ປູກໄມ້ໃຫ້ເປັນປ່າ, ສ້າງອ່າງເກັບນ້ຳຢູ່ບັນດາຫ້ວຍຕ່າງໆທີ່ເຫັນວ່າມີຄວາມເໝາະສົມເພື່ອກັກເກັບນໍ້າໄວ້ໃຊ້ໃນລະດູແລ້ງ, ຮັກສາໃຫ້ໄດ້ຄວາມສະຫງົບຢູ່ແຕ່ລະບ້ານລຽບຊາຍແດນ, ສືບຕໍ່ເກັບລາຍຮັບໃຫ້ໄດ້ຕາມແຜນການທີ່ວາງໄວ້, ປັງປຸງການຮຽນ-ການສອນ ໃຫ້ມີຄຸນນະພາບ ແລະ ລົງໂຄສະນາວຽກງານສຸຂະສືກສາໃຫ້ທົ່ວເຖິງ.

ແຫຼ່ງຂໍ້ມູນ: ແຂວງໄຊຍະບູລີ

Comments