ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫລັກຊັບ ຄັ້ງທີ III ຫາລືບາງບັນຫາທີ່ສຳຄັນ….

ກອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບ (ຄຄຊ) ຄັ້ງທີ III ປະຈໍາປີ 2020 ໄດ້ສຳເລັດລົງໃນວັນທີ 4 ພະຈິກ 2020 ທີ່ສຳນັກງານ ຄຄຊ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການເງິນ, ປະທານ ຄຄຊ, ເຂົ້າຮ່ວມມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີຮອງປະທານ ຄຄຊ-ຜູ້ປະຈຳການ ແລະ ມີບັນດາຄະນະກໍາມະການຄຸ້ມຄອງຫລັກຊັບ ແລະ ພາກສ່ວນກ່ຽວຂ້ອງ.

ກອງປະຊຸມ ໄດ້ມີການປຶກສາຫາລື ບາງໜ້າວຽກທີ່ສຳຄັນ ໃນນີ້ໄດ້ມີການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ II ທີ່ມີຜົນສໍາເລັດຫລາຍດ້ານ ໂດຍສະເພາະໄດ້ສຳເລັດການເຜີຍແຜ່ກົດໝາຍວ່າດ້ວຍຫລັກຊັບ (ສະບັບປັບປຸງ) ແລະ ສ້າງຄວາມເຂົ້າໃຈພື້ນຖານ ກ່ຽວກັບການລົງ ທຶນໃນຮຸ້ນຢູ່ 4 ແຂວງພາກໃຕ້ ແລະ ສໍາເລັດການຄົ້ນຄວ້າອະນຸຍາດໃນການອອກຈຳໜ່າຍຮຸ້ນກູ້ຢູ່ປະເທດໄທຂອງບໍລິສັດ ໄຟຟ້ານໍ້າງື່ມ 2 ຈຳກັດ. ພ້ອມທັງສືບຕໍ່ເອົາໃຈໃສ່ຫລາຍບັນຫາ ເພື່ອພັດທະນາຕະຫລາດທຶນລາວໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະ ມີຄວາມຄຶກຄື້ນກວ່າເກົ່າ. ໃນນີ້, ມີລາຍງານການປັບປຸງເຄື່ອງໝາຍ (Logo) ຂອງ ຄຄຊ; ນຳສະເໜີນິຕິກຳຈຳນວນ 2 ສະບັບ ແລະ ລາຍງານສະ ພາບການເຄື່ອນໄຫວຂອງຕະຫລາດຫລັກຊັບ 9 ເດືອນ ໃນປີ 2020, ແຜນການ 3 ເດືອນ ທ້າຍປີ 2020.

ກອງປະຊຸມ ໄດ້ເປີດຂຶ້ນໃນທ່າມກາງທີ່ກຳລັງດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII. ພ້ອມນີ້, ຂະແໜງການເງິນ ພວມສຸມໃສ່ທົບທວນຄືນແຜນຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ ໂດຍສະເພາະ ແຜນຍຸດທະສາດໃນການພັດທະນາຕະຫລາດທຶນ ພ້ອມທັງຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ IV ແລະ ພິທີສະຫລຸບຜົນງານ 10 ປີ ຕະຫລາດທຶນລາວ ໃນຂະນະດຽວກັນ, ກໍຢູ່ໃນໄລຍະທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແຜ່ລະບາດຂອງເຊື້ອພະຍາດ ແລະ ໄພທຳມະຊາດ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ວຽກງານຕະຫລາດທຶນຂອງປະເທດເຮົາ.

ທ່ານ ສົມດີ ດວງດີ ໄດ້ເນັ້ນໜັກວ່າ: ຈົ່ງຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ແລະ ຈັດຕັ້ງເຊື່ອມຊຶມໃຫ້ເປັນເອກະພາບກັນ. ພ້ອມທັງ, ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈທີ່ກອງປະຊຸມ ໄດ້ຮັບຮອງເອົາໃຫ້ເປັນຮູບປະທໍາ, ດ້ວຍຄວາມເປັນເຈົ້າການ ແລະ ດ້ວຍຄວາມຮັບຜິດຊອບສູງ. ໃນການຈັດຕັ້ງປະຕິບັດໃຫ້ມີການຕິດຕາມກວດກາ ແລະ ສະຫລຸບຖອດຖອນບົດຮຽນແຕ່ລະໄລຍະຢ່າງເໝາະສົມ ແລະ ໃຫ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດດັ່ງກ່າວ ເພື່ອລາຍງານຕໍ່ກອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບຄັ້ງຕໍ່ໄປ.

ແຫຼ່ງຂໍ້ມູນ: ຂປລ

Comments