ເຊັນສັນຍາສ້າງໂຄງການສົ່ງເສີມລ້ຽງງົວ ແລະ ລ້ຽງໄກ່ ມູນຄ່າ 1,2 ລ້ານ ກວ່າໂດລາສະຫະລັດ

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບອົງການນົມດີເພື່ອລາວ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສົ່ງເສີມເຕັກໂນໂລຊີດ້ານກະສິກໍາ, ການລ້ຽງໄກ່ ແລະ ງົວນົມ ເພື່ອພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ ມູນຄ່າ 1.210.000 ໂດລາສະຫະລັດ.

ໂດຍຄາດຄະເນຜົນໄດ້ຮັບຈາກໂຄງການດັ່ງກ່າວ ແມ່ນຈະສາມາດສ້າງໄດ້ຄອບຄົວຕົວແບບດ້ານການລ້ຽງງົວນົມ ຈໍານວນ 10 ຄອບຄົວ ແລະ ລ້ຽງໄກ່ 65 ຄອບຄົວ ຢູ່ໃນເຂດຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ຈະສ້າງຜະລິດຕະພັນກະສິກໍາທີ່ເປັນເອກະລັກຂອງເຂດນີ້ ແລະ ສາມາດແຂ່ງຂັນກັບສິນຄ້າປະເພດດຽວກັນ; ຂະນະດຽວກັນ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ຈະມີບ່ອນຄົ້ນຄວ້າ ແລະ ທົດລອງການລ້ຽງສັດ, ເປັນບ່ອນຖ່າຍທອດຄວາມຮູ້ໃຫ້ແກ່ນັກສຶກສາ ພ້ອມນີ້ຍັງໄດ້ຍົກລະດັບຄວາມຮູ້ ແລະ ການສຶກສາໃຫ້ກັບນັກວິຊາການລາວ.

ໃນວັນທີ 3 ພະຈິກ 2020 ທີ່ຫ້ອງປະຊຸມໂຮງແຮມແລນມາກ ມີພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສົ່ງເສີມເຕັກນິກວິຊາການດ້ານກະສິກໍາ ເພື່ອການພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ, ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ຕາງໜ້າເຊັນບົດບັນທຶກຝ່າຍພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກ ກປ ນວ ແລະ ຕາງໜ້າອົງການນົມດີເພື່ອລາວ ໂດຍທ່ານ ເຈວອນ ລີ ຫົວໜ້າອົງການນົມດີເພື່ອລາວ.

ໃນພິທີ ທ່ານ ສີສະຫວັດ ສິນທະວີ ຮອງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຈຸດປະສົງຫຼັກຂອງໂຄງການສົ່ງເສີມເຕັກນິກວິຊາການດ້ານກະສິກໍາ ເພື່ອການພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ ແມ່ນເພື່ອສົ່ງເສີມເຕັກໂນໂລຊີດ້ານກະສິກໍາ ການລ້ຽງໄກ່ ແລະ ງົວນົມ ເພື່ອພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ ໂດຍກິດຈະກໍາຫຼັກແມ່ນເຝິກອົບຮົມເຕັກນິກວິຊາການດ້ານກະສິກໍາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນ; ສົ່ງເສີມການຄົ້ນຄວ້າເພື່ອພັດທະນາຄຸນນະພາບຂອງສິນຄ້າກະສິກໍາ; ຍົກລະດັບການສຶກສາໃຫ້ແກ່ນັກສຶກສາຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ; ຊຸກຍູ້ສົ່ງເສີມກຸ່ມ ແລະ ສະຫະກອນໃຫ້ມີການແຂ່ງຂັນໃນການຜະລິດຂອງຊາວກະສິກອນ ເພື່ອໃຫ້ມີຄວາມເຂັ້ມແຂງພາຍໃນ.

ໂຄງການດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າເປັນເງິນ 1.210.000ໂດລາສະຫະລັດ, ຕັ້ງຢູ່ເຂດບ້ານດົງບັງ, ບ້ານນາພອກ ແລະ ບ້ານຫ້ວຍຈ້ຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຈະຈັດຕັ້ງປະຕິບັດເປັນເວລາ 4ປີ ນັບແຕ່ນີ້ເຖິງ ເດືອນ ສິງຫາ 2024.

ແຫຼ່ງຂໍ້ມູນ: ເສດຖະກິດ – ການຄ້າ

Comments