ຊົມເຊີຍ!!! ບໍລິສັດເບຍລາວ ຈໍາກັດ ມອບນ້ຳດື່ມ ມູນຄ່າ 74 ລ້ານກີບ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ແຂວງສະຫວັນນະເຂດ

ໃນວັນທີ 04 ພະຈິກ 2020 ຢູ່ທີ່ຫ້ອງວ່າການ ແຂວງສະຫວັນນະເຂດ, ບໍລິສັດເບຍລາວຈຳກັດ ໄດ້ມອບນ້ຳດື່ມ ຂະໜາດ 1,5 ລິດ, ຈຳນວນ 4.000 ແພັກ ເຊິ່ງມີມູນຄ່າ 74 ລ້ານກີບ ເພື່ອຊ່ວຍເຫລືອປະຊາຊົນທີ່ປະສົບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ. ເດືອນຕຸລາ 2020 ເປັນໄລຍະ ທີ່ມີສະພາບນໍ້າຖ້ວມ ໜັກໜ່ວງ ແລະ ຮຸນແຮງ ສໍາຫຼັບແຂວງ ສະຫວັນນະເຂດ ເນື່ອງຈາກມີພາຍຸຫຼາຍລູກ ພັດຜ່ານເຂົ້າເຂດ ພາກກາງ ຂອງ ສປປ ລາວ.

ຂໍ້ມູນຈາກ ພະແນກພະລັງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ຊີ້ໃຫ້ຮູ້ວ່າ ປັດຈຸບັນ ປະຊາຊົນ ຢູ່ 8 ເມືອງ ຂອງແຂວງ ປະກອບມີ ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ ອີກ 4 ເມືອງຕອນລຸ່ມ ລຽບຕາມລໍານໍ້າ ເຊບັ້ງຫຽງ ເຊັ່ນ ເມືອງຊົນນະບູລີ, ຈໍາພອນ, ສອງຄອນ ແລະ ທ່າປາງທອງ ແມ່ນໄດ້ຮັບຜົນກະທົບຈາກນໍ້າຖ້ວມໜັກ, ເຮືອນຊານ ແລະ ເສັ້ນທາງ ຫຼາຍຫຼັງເປ່ເພ, ສັດລ້ຽງ ແລະ ຜົນຜະລິດກະສິກໍາ ເສຍຫາຍ ຢ່າງໜັກໜ່ວງ. ເຖິງແມ່ນວ່າ ປັດຈຸບັນ ສະພາບນໍ້າຖ້ວມໄດ້ຫຼຸດລົງໄປແລ້ວ, ແຕ່ຄວາມເສຍຫາຍ ແລະ ຄວາມຕ້ອງການ ບັນດາປະຖົມປັດໃຈພື້ນຖານ ເຊັ່ນ ເຄື່ອງອຸປະໂພກ ບໍລິໂພກ ແມ່ນຍັງມີຄວາມຈໍາເປັນ ຢ່າງຮີບດ່ວນ. ເພື່ອແບ່ງປັນ ແລະ ບັນເທົາຄວາມລໍາບາກ ໃຫ້ກັບພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ, ທາງບໍລິສັດເບຍລາວ ຈໍາກັດ ໄດ້ປະກອບສ່ວນນໍ້າດື່ມກາຫົວເສືອ ຈຳນວນ 4.000 ແພັກ ກ່າວມອບໂດຍທ່ານ ໃຈເພັດ ບູລົມ ຜູ້ຈັດການຝ່າຍຂາຍປະຈຳພາກກາງ ແລະ ຕາງໜ້າຮັບໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ພ້ອມດ້ວຍ ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

This image has an empty alt attribute; its file name is 123609524_3509311842495384_5773514716792364056_n.jpg
This image has an empty alt attribute; its file name is 123170291_3509311895828712_3181062675252558486_n.jpg

ໃນໂອກາດນີ້, ຕາງໜ້າໃຫ້ບໍລິສັດເບຍລາວ ຈຳກັດ ທ່ານ ໃຈເພັດ ບູລົມ ໄດ້ນຳເອົາຄວາມຫວ່ງໃຍ ຂອງບໍລິຫານ, ພະນັກງານ ກໍຄື ຄອບຄົວເບຍລາວ ມາຍັງພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ, ພ້ອມທັງຊົມເຊີຍນໍ້າໃຈສາມັກຄີ ຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງທຸກພາກສ່ວນ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການ ຊີ້ນຳ-ນຳພາຂອງການຈັດຕັ້ງທຸກຂັ້ນ, ການປະກອບສ່ວນຊ່ວຍເຫລືອ ແລະ ການຮ່ວມມື ຂອງທຸກພາກສ່ວນ ຈະຊ່ວຍເຮັດໃຫ້ການແກ້ໄຂ ແລະ ຟື້ນຟູຜົນກະທົບຄັ້ງນີ້ ຜ່ານໄປໄດ້ໂດຍໄວທີ່ສຸດ.

Comments