ສະຖານທູດຈີນ ປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຂອງລາວ….

ໃນຕອນເຊົ້າ ຂອງວັນທີ 4 ພະຈິກ 2020 ຢູ່ອົງການກາແດງລາວ ນະຄອນຫລວງວຽງຈັນ, ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຕ້ອນຮັບ ທ່ານ Jiang zaidong ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາຮຸ່ງ ເຮືອງວົງສີ ໄດ້ລາຍງານຫຍໍ້ສະພາບການດ້ານວຽກງານຂອງສາທາລະນະສຸກໃນທົ່ວປະເທດລາວ ໃນນີ້, ມີວຽກງານການຕ້ານໄພພິບັດ, ການປັງປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ໜ່ວຍງານກູ້ໄພ ຊຶ່ງໄລຍະຜ່ານມາລັດຖະບານຈີນ ກໍຄື ປະຊາຊົນຈີນ ກໍໄດ້ໃຫ້ການຊ່ວຍເຫລືອຕະຫຼອດມາ.

ໂອກາດທີ່ເຂົ້າຢ້ຽມຢາມໃນຄັ້ງນີ້ ທ່ານ Jiang zaidong ໄດ້ນຳເອົາເງິນຈຳນວນ 5 ພັນໂດລາສະຫະລັດ ມອບໃຫ້ອົງການກາ ແດງລາວ ເພື່ອປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ທີ່ໄພພິບັດນ້ຳຖ້ວມອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ເປັນຕົ້ນ ເນື້ອທີ່ທຳການຜະລິດ, ເຮືອນຊານບ້ານຊ່ອງ, ສັດລ້ຽງ ແລະ ໄຮ່ນາ, ຮົ້ວສວນ ຂອງປະຊາຊົນ ຖືກນ້ຳຖ້ວມ, ນ້ຳຊຸ ຈັນເຮັດໃຫ້ຜົນຜະລິດເສຍຫາຍຢ່າງໜັກໜ່ວງ

ຕາງໜ້າຮັບໂດຍ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ພ້ອມທັງກ່າວ ສະແດງຄວາມຂອບໃຈ ມາຍັງສະຖານເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ທີ່ໄດ້ນໍາເງິນຈຳນວນດັງກ່າວມາຊ່ວຍເຫຼືອແບ່ງເບົາຄວາມໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້.

ແລະ ຈະນໍາເອົາເງິນດັ່ງກ່າວທີ່ໄດ້ຮັບໄປຊື້ເຄື່ອງໃຊ້ຂອງສອຍອັນຈໍາເປັນຕໍ່ຜູ້ປະສົບໄພນ້ຳຖ້ວມ ໂດຍຈະໄດ້ສົບທົບກັບອໍານາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຮັບຜົນກະທົບ ເພື່ອຈະນຳເອົາເຄື່ອງໄປແຈກຢາຍໃຫ້ຢ່າງທົ່ວເຖິງ.

Comments