ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຊຸດໃໝ່ (ສະໄໝທີ IX) ເອົາໃຈໃສ່ 5 ບັນຫາຫຼັກ ເພື່ອຍົກສູງຄຸນນະພາບການສຶກສາ ແລະ ກິລາ ໃຫ້ກ້າວທຽບທັນກັບພາກພື້ນ ແລະ ສາກົນ ສາມາດຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບໝັ້ນຄົງທາງດ້ານການເມືອງ-ປ້ອງກັນຊາດ, ມັ່ງຄັ່ງ, ຮັ່ງມີ, ເຂັ້ມແຂງ ແລະ ຜາສຸກ.

ພິທີໂອ້ລົມໄດ້ມີຂຶ້ນ ໃນຕອນເຊົ້າວັນທີ 25 ພະຈິກ 2020 ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ໂດຍໃຫ້ກຽດຮັບຟັງມີ ສະຫາຍ ນາງ ແສງເດືອນ ຫຼ້າທະບູນ ກຳມະການສູນກາງພັກ, ເລຂາຄະນະພັກຊຸດເກົ່າ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ເລຂາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຊຸດໃໝ່, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນ, ຄະນະບໍລິຫານງານພັກຊຸດເກົ່າ-ຊຸດໃໝ່ ແລະ ບັນດາຜູ້ແທນສົມບູນ ລວມທັງໝົດ 363 ສະຫາຍ, ຍິງ 103 ສະຫາຍ ເຂົ້າຮ່ວມ.
ໂອກາດທີ່ສະຫາຍ ພັນຄຳ ວິພາວັນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກກະຊວງສຶກສາທິການ ແລະກິລາ ຄັ້ງທີ IX ສະຫາຍໄດ້ມີຄວາມເຫັນເນັ້ນໜັກຕ 5 ບັນຫາ ຕົ້ນຕໍສຳຄັນຄື:

1: ເຖິງແມ່ນວ່າຂະແໜງການສຶກສາ-ກິລາ ໄດ້ມີຄວາມກ້າວໜ້າໃນຫຼາຍດ້ານ ດັ່ງທີ່ໄດ້ຕີລາຄານຳກັນນັ້ນຜ່ານມາ ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ ແມ່ນພວກເຮົາຕ້ອງໄດ້ບຸກໜ້າບືນຕົວຫຼາຍກວ່າເກົ່າ ໃນນີ້ທັງຕ້ອງປົກປັກຮັກສາ ແລະ ເສີມຂະຫຍາຍຜົນສຳເລັດອັນທີ່ດີ, ແກ້ໄຂຂອດອ່ອນທີ່ຍັງຄົງຄ້າງ ແລະ ອັນສຳຄັນ ຕ້ອງໄດ້ພັດທະນາສູ່ອັນໃໝ່ໃຫ້ທັນກັບການປ່ຽນແປງທີ່ກ້າວໜ້າທັນສະໄໝຂອງວິທະຍາສາດ-ເຕັກໂນໂລຢີ ຂອງຍຸກສະ ໄໝ. (ເປົ້າໝາຍພັດທະນາແບບຍືນຍົງ SDGs, ຍຸກການປະຕິວັດອຸດສາຫະກຳ 4.0 ແລະ ອື່ນໆ ຈາກນັ້ນຈຶ່ງເຫັນວ່າ ຖ້າພວກເຮົາຍັງດຳເນີນການຄືເກົ່າ, ເດີນໄປຕາມຈັງຫວະເກົ່າ ແມ່ນພວກເຮົາຈະຖືກຖິ້ມຫ່າງ ຢູ່ຕາມຫຼັງຂອງບັນດາປະເທດອ້ອມຂ້າງ ແລະ ພາກພື້ນ.
2: ຢາກເນັ້ນເຖິງການສຶກສາທິີ່ມີຄຸນນະພາບ (ຄຸນນະພາບຂອງການສຶກສາ) ແມ່ນມີສອງດ້ານຄື: ດ້ານໜຶ່ງ ແມ່ນເວົ້າເຖິງດ້ານຄວາມຮູ້ຂອງຄົນລາວເຮົາທີ່ຮຽນຢູ່ໃນຊັ້ນຕ່າງໆລະຫວ່າງປະກາສະນີຍະບັດ ແລະ ຄວາມຮູ້ທີ່ໄດ້ ຮຽນຕາມຫຼັກສູດແບບຮູ້ແທ້ ບໍ່ແມ່ນໄດ້ແຕ່ໃບປະກາດ ແລະ ດ້ານທີສອງ ຄົນທີ່ເຮົາສ້າງອອກມາ ເປັນທີ່ຕ້ອງການຂອງສັງຄົມ (ຕະຫຼາດແຮງງານ) ສັງຄົມຈົ່ມວ່າໃຫ້ສຶກສາພວກເຮົາຫຼາຍ ກ່ຽວກັບດ້ານນີ້ ສະນັ້ນຈຶ່ງຕ້ອງໄດ້ຕັ້ງໜ້າພັດທະນາຫຼັກສູດ ແລະ ປັບປຸງແບບວິທີສິດສອນ ເພື່ອຕອບສະໜອງ ໄດ້ຄວາມຮຽກຮ້ອງຕ້ອງການດັ່ງກ່າວ.

3: ລະບົບການສຶກສາແຫ່ງຊາດ ແມ່ນສຳຄັນຫຼາຍ ມີບົດບາດຕັດສິນຄວາມໝັ້ນຄົງຍືນຍົງຂອງ ສັງຄົມທີ່ເປັນລາວ, ພັດທະນາປະເທດກ້າວໜ້າຈະເລີນໄປຕາມສະພາບຈຸດພິເສດ ແລະ ຄຸນຄ່າທີ່ດີງາມຂອງຄວາມເປັນລາວ. ອັນສຳຄັນ ຄົນລາວເປັນຄົນມັກສັນຕິພາບ, ມັກຄວາມສະຫງົບສຸກ, ມີຄວາມສາມັກຄີ ໂອບເອື້ອອາລີ, ມີຮີດຄອງປະເພນີອັນດີງາມ ຊຶ່ງວົງຄະນາຍາດສາກົນກໍມີຫຼາຍອັນຍອມຮັບ ພວກເຮົາຕ້ອງປົກປັກຮັກສາ ແລະ ທັງພັດທະນາໃຫ້ກ້າວໜ້າໄປເລື້ອຍໆ. ດັ່ງນັ້ນ, ມັນຈຶ່ງພົວພັນກັບການພັດທະນາຫຼັກສູດ, ພັດທະນາວິທີການສອນ ການ ຮຽນແນວໃດ ຈຶ່ງຮັບປະກັນໄດ້ຕາມຄວາມຮຽກຮ້ອງຕ້ອງການດັ່ງກ່າວ ເປັນຕົ້ນແມ່ນຕ້ອງສຶກສາອົບ ຮົມແນວຄິດໃຫ້ສອດຫ້ອຍຢູ່ທຸກວິຊາຮຽນ, ປະຫວັດສາດ, ສຶກສາພົນລະເມືອງ, ວິ ຊາສາຍຕ່າງໆ ເພາະຖ້າເບິ່ງຄືນຢ່າງເລິກເຊິ່ງແລ້ວ ແນວທາງການສຶກສາຂອງພັກເຮົາ ແຕ່ລະໄລຍະແມ່ນ ຖືກຕ້ອງໂດຍ ເອົາການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ, ການສຶກສາກໍ່ສ້າງພັດທະນາຊັບພະຍາກອນມະນຸດ ເປັນປັດໄຈຕັດສິນການພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ.
4: ກ່ຽວກັບວຽກງານກິລາ ກໍຕິດພັນກັບການສຶກສາ ແລະ ການປົກປັກຮັກສາສຸຂະພາບຂອງຄົນລາວ ເລີ່ມແຕ່ນ້ອຍຈົນແກ່ເຖົ້າ ການກິລາເປັນຢາວິເສດ ເຮັດໃຫ້ການກິລາ ເປັນຂອງທົ່ວປວງຊົນ ເພື່ອສຸຂະພາບ, ພ້ອມກັນນັ້ນກໍໃຫ້ເອົາໃຈໃສ່ກິລາ ແຂ່ງຂັນເພື່ອຢືນຢັນເຖິງກຽດຊື່ສຽງຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ເພາະຖ້າພວກເຮົາບໍ່ເພີ່ມທະວີຄວາມເກັ່ງຂອງນັກກິລາຂຶ້ນ ລະດັບຂອງປະເທດເຮົາຈະຖອຍລົງເລື້ອຍໆ ແລະ ນຳຫຼັງປະເທດອື່ນໃນອາຊຽນ ກໍຄືສາກົນ.

5: ສຳລັບຄະນະບໍລິຫານງານພັກຊຸດໃໝ່ ພວກເຮົາກໍໄດ້ມີຄວາມພະຍາຍາມຫັນເປັນໜຸ່ມ ກໍແນ່ນອນວ່າ ຕ້ອງມີ ຄວາມຫຍຸ້ງຍາກ ເຖິງຢ່າງໃດກໍຕາມ ສະເໜີບັນດາສະຫາຍຄະນະພັກຊຸດໃຫມ່ ຕ້ອງມີຄວາມຕັດສິນໃຈສູງ ປັບປຸງຕົນເອງ, ບຸກບືນເຮັດໃຫ້ສຳເລັດໜ້າທີ່ຕາມການມອບໝາຍຂອງກອງປະຊຸມໃຫຍ່ ອັນສຳຄັນແມ່ນຕ້ອງມີຄວາມ ສາມັັກຄີເປັນເອກະພາບ ປະຕິບັດເຂັ້ມງວດ ຫຼັກການລວມສູນປະຊາທິປະໄຕຂອງພັກ ພະຍາຍາມສົ່ງເສີມອັນທີ່ດີ ແລະ ແກ້ໄຂຈຸດອ່ອນ ຄົງຄ້າງທີ່ມີຕົວຈິງຜ່ານມາ ໃຫ້ຕົກໄປເປັນກ້າວໆ ແລະ ຮຽກຮ້ອງບັນດາສະຫາຍ ອະດີດຄະນະພັກຊຸດເກົ່າ ທີ່ໄດ້ອອກພັກຜ່ອນຮັບເບ້ຍບຳນານແລ້ວ ຕ້ອງໄດ້ຊ່ວຍເຫຼືອກໍ່ສ້າງ ແລະ ປະກອບຄວາມເຫັນຢ່າງມີຄວາມຮັບຜິດຊອບ ແລະ ສ້າງສັນ ໃຫ້ແກ່ຄະນະພັກຊຸດໃໝ່ນີ້ ເພື່ອເຮັດສຳເລັດໜ້າທີ່ ທີ່ມີກຽດ ດັ່ງໄດ້ກ່າວມາແລ້ວນັ້ນ.

ສະຫາຍ ພັນຄຳ ວິພາວັນ ກ່າວອີກວ່າ: ຕໍ່ບັນດາຄຳເຫັນທີ່ກ່າວມາຂ້າງເທິງນັ້ນ ແມ່ນເພື່ອເປັນທິດໃຫ້ບັນດາສະຫາຍ ນຳເອົາໄປຄົ້ນຄວ້າ, ຄິດຫງຳ, ໄຕ່ຕອງ ແລະ ພິຈາລະນາ ເພື່ອຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ ຊຶ່ງຍັງໜັກໜ່ວງ ແລະ ທ້າທາຍທົດສອບອັນໃຫຍ່ຫຼວງ ໂດຍສະເພາະຕ້ອງນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ຮັບປະກັນໃຫ້ປະເທດຊາດ ມີຄວາມສະຖຽນລະພາບໝັ້ນຄົງທາງດ້ານການເມືອງ-ປ້ອງກັນຊາດ, ມັ່ງຄັ່ງ, ຮັ່ງມີ, ເຂັ້ມແຂງ ແລະ ຜາສຸກ.

ດັ່ງນັ້ນ, ຈຶ່ງຂໍຝາກຄວາມຫວັງສູງ ໄວ້ນຳຄະນະພັກຊຸດໃໝ່, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານ ແລະ ເຊື່ອໝັ້ນວ່າ ຄະນະພັກແຕ່ລະຂັ້ນຂອງຂະແໜງການສຶກສາ ແລະ ກິລາ ຈະສືບຕໍ່ກ້າວຂຶ້ນ ແລະ ເຮັດຫຼ້ອນໜ້າທີ່ການເມືອງທີ່ຖືກມອບໝາຍ ແລະ ມີກຽດສະຫງ່າຂອງຕົນ. ແນວໃດກໍຕາມ, ຂໍຮຽກຮ້ອງມາຍັງຄະນະພັກທຸກຂັ້ນ ພ້ອມດ້ວຍສາມະຊິກພັກ ພະນັກງານຂອງຂະແໜງສຶກສາທິການ ແລະ ກິລາ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິຂອງ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຕົນ ໃຫ້ປະກົດຜົນເປັນຈິງ. ຫວັງຢ່າງຍິ່ງວ່າ ດ້ວຍມູນເຊື້ອອັນດີງາມ, ຄວາມຕັດສິນໃຈອັນສູງສົ່ງ, ເຊີດຊູຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ເສີມຂະຫຍາຍຫົວຄິດ ປະດິດສ້າງຂອງບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງຂະແໜງສຶກສາ ແລະ ກິລາ ຈະຍາດໄດ້ຜົນສຳເລັດອັນໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ.
ແຫຼ່ງຂໍ້ມູຍ: ສສກ