ເຂື່ອນເຊປຽນ-ເຊນໍ້ານ້ອຍ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ……….

ວັນທີ 25 ພະຈິກ 2020 ທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະວິຊາການກົມຄຸ້ມຄອງພະລັງງານ ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາໜ້າວຽກດ້ານເຕັກນິກຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໂດຍໄດ້ໄປກວດກາເບິ່ງ, ພ້ອມທັງໄດ້ຮັບຟັງການອະທິບາຍຊີ້ແຈງຈາກຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງໂຄງການດັ່ງກ່າວຢູ່ຫຼາຍຈຸດ ເປັນຕົ້ນແມ່ນ: ການກໍ່ສ້າງເຂື່ອນກັ້ນນໍ້າ D ແຫ່ງໃໝ່ ເປັນປະເພດເບຕົງອັດແໜ້ນ (RCC), ລວງສູງ 56,7 ແມັດ, ສັນຍາວ 430 ແມັດ, ມີອຸໂມງລະບາຍນໍ້າສຸກເສີນຢູ່ລະດັບກາງເຂື່ອນ 02 ປ່ອງ, ການສ້ອມແປງເຂື່ອນກັ້ນນໍ້າ E, F, ການສ້ອມແປງເຂື່ອນເຊປຽນ, ການຕິດຕາມ ແລະ ກວດກາເຂື່ອນທໍາມະຊາດ (ຂອບອ່າງເກັບນໍ້າທີ່ເປັນພູທໍາມະຊາດ), ການກະກຽມກັກເກັບນໍ້າຄືນໃໝ່, ການຕິດຕັ້ງອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຢູ່ເຮືອນຈັກ, ການແລ່ນທົດສອບ-ທົດລອງເຄື່ອງຈັກ, ສາຍສົ່ງ ແລະ ສະຖານີໄຟຟ້າຂອງໂຄງການ.

ຜ່ານການລົງກວດກາພາກສະໜາມເຫັນວ່າ: ໂຄງການດັ່ງກ່າວມີຄວາມເອົາໃຈໃສ່ຫຼາຍຕໍ່ກັບວຽກງານຄວາມປອດໄພ ໂດຍສະເພາະແມ່ນການກໍ່ສ້າງຄູກັ້ນນໍ້າ D ໃໝ່, ການປັບປຸງບັນດາໂຄງສ້າງຂອງເຂື່ອນຕ່າງໆ, ການບໍລິຫານຈັດການນໍ້າໃນອ່າງຂອງໂຄງການ ແລະ ອື່ນຯ ແມ່ນເຮັດໄດ້ດີ ແລະ ປະຕິບັດຕາມຄໍາເຫັນແນະນຳຂອງຊ່ຽວຊານສາກົນ (IA).

ຢ່າງໃດກໍຕາມ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເນັ້ນໜັກໃຫ້ໂຄງການຕ້ອງປະຕິບັດຕາມລະບຽບກັກເກັບນ້ຳຢ່າງເຂັ້ມງວດ, ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ. ສໍາລັບໂຄງສ້າງຂອງເຂື່ອນຕ່າງໆຂອງໂຄງການ ຕ້ອງສືບຕໍ່ຕິດຕາມ ແລະ ລາຍງານຜົນການວິໃຈພຶດຕິກຳຂອງຕົວເຂື່ອນ ແລະ ສະພາບການກັກເກັບນ້ຳໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ (ກົມຄຸ້ມຄອງພະລັງງານ) ເປັນລາຍວັນເພື່ອຮັບຊາບຢ່າງເປັນປົກກະຕິ.

ໂຄງການເຂື່ອນເຊປ່ຽນ-ເຊນ້ຳນ້ອຍ ຕັ້ງຢູ່ກວມເນື້ອທີ່ເຊື່ອມຈອດລະຫວ່າງສອງແຂວງຄື: ແຂວງຈຳປາສັກ ແລະ ແຂວງອັດຕະປື, ປະກອບມີອ່າງເກັບນໍ້າຢູ່ 3 ແຫ່ງນອນຢູ່ ແຂວງຈຳປາສັກ, ສ່ວນເຮືອນຈັກໄຟຟ້າ ແລະ ຄອງສົ່ງນ້ຳທ້າຍເຮືອນຈັກແມ່ນຢູ່ໃນແຂວງອັດຕະປື. ໂຄງການດັ່ງກ່າວມີກຳລັງຕິດຕັ້ງທັງໝົດ 410 MW, ໃນນັ້ນ 369 MW (123 x 3 Units) ແມ່ນຂາຍໃຫ້ປະເທດໄທ, ສ່ວນທີ່ເຫລືອແມ່ນຂາຍໃຫ້ລັດວິສາຫະກິດໄຟຟ້າລາວ ໂດຍໄດ້ເລີ່ມຜະລິດກະແສໄຟຟ້າຈຳໜ່າຍນັບແຕ່ເດືອນທັນວາປີ 2019 ເປັນຕົ້ນມາ. ໃນວັນດຽວກັນນີ້ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຄະນະ ຍັງໄດ້ໄປຕິດຕາມກວດກາເບິ່ງໂຄງການເຂື່ອນໄຟຟ້າເຊຂະໝານ 1 ແລະ ເຊຂະໝານຊານໄຊ.

ໂຄງການເຊກະໝານ 1 ຕັ້ງຢູ່ສາຍນ້ຳເຊຂະໝານ ເປັນສາຂາຂອງນ້ຳເຊກອງ ຢູ່ເມືອງຊານໄຊ, ແຂວງອັດຕະປື, ຫ່າງຈາກເທດສະບານແຂວງໄປທາງທິດຕາເວັນອອກ ປະມານ 72 km ແລະ ຫ່າງຈາກຊາຍແດນລາວ-ຫວຽດ ນາມ ປະມານ 35 km. ເຂື່ອນເຊຂະໝານ 1 ເປັນເຂື່ອນປະເພດເບຕົງ ນໍ້າໜັກ RCC, ມີຄວາມສູງຂອງເຂື່ອນ 120 m, ກໍາລັງຕິດຕັ້ງ 290 MW, ສາມາດຜະລິດກະແສໄຟຟ້າໄດ້ 1.096Gwh/ປີ, ພະລັງງານທັງໝົດແມ່ນຂ່າຍໃຫ້ປະເທດຫວຽດນາມ, ມູນຄ່າໃນການກໍ່ສ້າງທັງໝົດ 539,49 ລ້ານ USD.

ໃນລະດູຝົນ 2020 ຜ່ານມານີ້ ເຫັນວ່າເຂື່ອນດັ່ງກ່າວ ສາມາດປະຕິບັດໜ້າທີ່ໃນການປ້ອງກັນນໍ້າຖ້ວມໄດ້ດີ ຊຶ່ງໄດ້ປ້ອງກັນມວນນໍ້າທີ່ໄຫຼມາແຕ່ຍອດນໍ້າບໍ່ໃຫ້ໄຫຼລົງມາໃສ່ເທດສະບານແຂວງອັດຕະປື ໂດຍກົງ. ດັ່ງນັ້ນ ໃນການລົງກວດກາຄັ້ງນີ້ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເໜັ້ນໜັກໃຫ້ໂຄງການສືບຕໍ່ປະຕິບັດແຜນການບໍາລຸງຮັກສາ, ຄຸ້ມຄອງນໍ້າຖວ້ມ, ຄຸ້ມຄອງການຜະລິດ, ປະເມີນການຈັດຕັ້ງປະຕິບັດ ແລະ ສືບຕໍ່ວາງແຜນ ການຂອງປີ 2021 ໂດຍສະເພາະແມ່ນແຜນຮັບມືກໍລະນີສຸກເສີນ ແລະ ການປ້ອງ ກັນນໍ້າຖ້ວມ.

ແຫຼ່ງຂໍ້ມູນ: ວສລ

Comments