ຄວາມຄືບໜ້າຫຼ້າສຸດ..! ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ …..

ກອງປະຊຸມຄົບຄະນະ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 9 ຈັດຂຶ້ນທີ່ກະຊວງໂຍທາທີການ ແລະ ຂົນສົ່ງ ໃນຕອນເຊົ້າວັນທີ 25 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານ ອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີນໍາໂຄງການກໍ່ສ້າງທາງລົດໄຟລາວຈີນ

ທ່ານ ບຸນທອງ ຈິດມະນີ ເຄື່ອນໄຫວຊີ້ນຳວຽກງານຢູ່ເມືອງນອງ

ເຂົ້າຮ່ວມມີ ທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ) ມີບັນດາທ່ານ ຮອງລັດຖະມົນຕີ ຮອງເຈົ້າແຂວງທີ່ແລວທາງລົດໄຟຜ່ານ ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ .

ທ່ານ ຈັນຕຸລາ ພະນະລາສີ ກົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລາຍງານຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟລາວ-ຈີນຄວາມຄືບໜ້າພົ້ນເດັ່ນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊຶ່ງຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ມາຮອດວັນທີ 31 ຕຸລາ ປີ 2020 ປະຕິບັດສໍາເລັດ 94,15% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ (ທຽບໃສ່ເດືອນ 09/2020 ເພີ່ມຂຶ້ນ 1,95%), ໃນນີ້ມີ ລົງມືກໍ່ສ້າງຂົວ 165 ແຫ່ງ ໃນຈໍານວນທັງໝົດ 165 ແຫ່ງ, ໃນນີ້ສ້າງເສົາຂົວສຳເລັດ 2.041 ເສົາ (ທຽບໃສ່ເດືອນ 09/2020 ເພີ່ມຂຶ້ນ 13 ເສົາ);

ສໍາເລັດການວາງຂາງຂົວ 1.842 ຊ່ວງເສົາ (ທຽບໃສ່ເດືອນ 09/2020 ເພີ່ມຂຶ້ນ 108 ຊ່ວງເສົາ) ກວມເອົາ 88,70% ຂອງການອອກແບບທັງໝົດ. ສໍາລັບວຽກງານການວາງລາງທາງລົດໄຟລາວ-ຈີນແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາແຂວງຫຼວງພະບາງ, ມາຮອດວັນທີ 31/10/2020 ສໍາເລັດ 161,60 ກິໂລແມັດ ໃນຄວາມຍາວທັງໝົດ 409 ກິໂລແມັດ ເທົ່າກັບ 39,51%).

ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 2 (17 ກິໂລແມັດ) ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ໄລຍະທາງ 17 ກິໂລແມັດ ປະຕິບັດສໍາເລັດ 8,49% (ທຽບໃສ່ເດືອນ 09/2020 ເພີ່ມຂຶ້ນ 3,49%). ການອອກແບບສະຖານີສິນຄ້າວຽງຈັນໃຕ້ ເປັນຕົ້ນການອອກແບບສູນເຕັກນິກ, ສູນສ້ອມແປງລົດໄຟ ແລະ ສະຖານີພັກສິນຄ້າໄດ້ສໍາເລັດແລ້ວ, ຍັງແຕ່ຈຸດຄ່ຽນຖ່າຍສິນຄ້າ ແມ່ນຍັງສືບຕໍ່ການອອກແບບ ພາຍຫຼັງອອກແບບລະອຽດທັງ 3 ຈຸດ ບໍລິສັດທາງລົດໄຟລາວ-ຈີນ ຈະສະເໜີຫາກະຊວງ ຍທຂ ເພື່ອນໍາສະເໜີຕໍ່ລັດຖະບານພິຈາລະນາ ຮັບຮອງເອົາເປັນທາງການ, ຫຼັງຈາກນັ້ນ ຈຶ່ງສາມາດດໍາເນີນການກໍ່ສ້າງໄດ້.

ນອກນີ້, ວຽກງານດ້ານອື່ນໆກໍ່ມີຄວາມຄືບຫນ້າເຊັ່ນດຽວກັນ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ວຽກງານດ້ານຕ່າງໆ ຕາມການເຈາະຈິ້ມຂອງປະທານກອງຊຸມ ທ່ານ ບຸນທອງ ຈິດມະນີ ເພື່ອເຮັດໃຫ້ການກໍ່ສ້າງທາງລົດໄຟລາວ-ຈີນ ດຳເນີນໄປດ້ວຍຄວາມສະດວກ, ວ່ອງໄວ ສາມາດສໍາເລັດຕາມກຳນົດເວລາ, ຮັບປະກັນຄຸນນະພາບ ແລະ ເຮັດໃຫ້ກາຍເປັນໂຄງການປອດໃສ ຂາວສະອາດຢ່າງແທ້ຈິງ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments