ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກຈັດພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍໃຫ້ກົມກອງລວມໝູ່ທີ່ມີຜົົນງານການເຄື່ອນໄຫວ ແລະ ເຮັດວຽກສິດທິເດັກຢູ່ ລາວ ນັບແຕ່ 1989 ຫາ 2019 ຄົບ 30 ປີ ໃນຕອນເຊົ້າວັນທີ 25 ພະຈິກ 2020, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ

ໂດຍການເຂົ້າຮ່ວມຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈຳການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານອົງການ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການ ສປຊ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມປະຈຳລາວ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ໃນພິທີ ທ່ານ ນາງບັນດິດ ປະທຸມວັນ, ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກສິດທິເດັກຢູ່ລາວ ຕະຫລອດໄລຍະ 30 ປີ ໃນຖານະທີ່ເປັນລັດພາຄີຕໍ່ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ສອງອານຸສັນຍາເພີ່ມເຕີມ ລັດຖະບານລາວສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນ: ໄດ້ມີນະໂຍບາຍ, ກົດໝາຍ, ແຜນງານ, ໂຄງການຕໍ່ການການປົກປ້ອງສິດທິເດັກ, ການສະກັດກັ້ນການຄ້າຂາຍເດັກແລະຄ້າປະເວນີເດັກ, ການແກ້ໄຂບັນຫາສິ່ງລາມົກອານາຈານກ່ຽວກັບເດັກ, ການປ້ອງກັນ, ຕ້ານແລະແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ເດັກ, ການສົ່ງເສີມແລະພັດທະນາເດັກ ແລະ ວຽກງານອື່ນໆ

ທີ່ຕິດພັນກັບການປະຕິບັດພັນທະແລະສົນທິສັນຍາສາກົນທີ່ກ່ຽວກັບເດັກ ສິ່ງທີ່ພົ້ນເດັ່ນ ແມ່ນການເຂົ້າຮ່ວມຂອງບັນດາໂຮງຮຽນໃນຂອບເຂດທົ່ວປະເທດ ໂອກາດວັນຄົບຮອບ 30 ປີຂອງສົນທິສັນຍາ ວ່າດ້ວຍສິດເດັກ ເພື່ອທົບທວນ ແລະ ປະກອບຄໍາເຫັນຕໍ່ເນື້ອໃນສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ກຳນົດວິໄສທັດການພັດທະນາຄົນລຸ້ນປີ 2030 ແລະ ເປັນຕົວແທນເດັກນ້ອຍລາວ ເຂົ້າຮ່ວມເວທີສາກົນ ແລະ ພາກພື້ນ ເປັນຕົ້ນເຂົ້າຮ່ວມເວທີສະພາສິດທິມະນຸດຂອງອົງການອົງການສະຫະປະຊາຊາດທີ່ເຊີແນວ ປະເທດສະວິດ; ເວທີຄະນະກຳມະການສິດທິເດັກ ທີ່ນິວຢອກ ປະເທດສະຫະລັດອາເມລິກາ; ເວທີເດັກພາກພື້ນອາຊີ-ປາຊີຟິກ ແລະ ເວທີເດັກພາກພື້ນອາຊຽນ.

ພິທີປະດັບຫຼຽນໄຊ ແລະມອບໃບຍ້ອງຍໍ ໃຫ້ແກ່ພາກສ່ວນຕ່າງໆ ເພື່ອເປັນການສັນລະເສີນຄຸນງາມຄວາມດີຜົນງານທີ່ໄດ້ປະກອບສ່ວນເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກສິດທິເດັກຢູ່ລາວ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ແລະ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກຄົບຮອບ 30 ປີໃນຄັ້ງນີ້ ຫລຽນໄຊແຮງງານຊັ້ນ 1 ປະກອບມີ 11 ພາກສ່ວນ, ຫລຽນໄຊແຮງງານຊັ້ນ 2 ມີ 12 ພາກສ່ວນ, ຫລຽນໄຊແຮງງານຊັ້ນ 3 ມີ 14 ພາກສ່ວນ ໂດຍແມ່ນທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈຳການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກ ເປັນຜູ້ມອບ ນອກຈາກນີ້ຍັງມີຫລຽນກາແຮງງານ ປະກອບມີ 18 ພາກສ່ວນ, ຫລຽນໄຊພັດທະນາຊັ້ນ 2 ມີ 1 ພາກສ່ວນ, ຫລຽນໄຊພັດທະນາຊັ້ນ 3 ມີ 1 ພາກສ່ວນ ແລະໃບຍ້ອງຍໍຈາກລັດຖະບານ, ໃບຍ້ອງຍໍຈາກປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກອີກຈໍານວນໜື່ງ.
ແຫຼ່ງຂໍ້ມູນ: ວສລ