ໂຄງການທາງລົດໄຟລາວ-ຈີນ ອາດຈະສ້າງບໍ່ທັນສຳເລັດທັນຕາມແຜນການທີ່ກຳນົດ ເນື່ອງຈາກ………

ບໍລິສັດທາງລົດໄຟລາວ-ຈີນ ໄດ້ແຈ້ງຕໍ່ສຳນັກຂາວເມື່ອບໍ່ດົນມານວ່າ: ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ແຕ່ຊາຍແດນລວຈີນ(ບໍ່ເຕັນ) ຫາ ນະຄອນຫຼວງວຽງຈັນ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະຕາມແຜນແມ່ນຈະເປີດນຳໃຊ້ໃນເດືອນທັນວາ 2021.

ຈີນເລີ້ມເຈາະອຸມົງຢູ່ ແຂວງ ຫຼວງພຣະບາງ

ແຕ່ເນື່ອງຈາກບັນຫາການໄກ່ເກ່ຍຍົກຍ້າຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ ແຕ່ສະຖານີວຽງຈັນ ຫາ ວຽງຈັນໃຕ້ ສົ່ງຜົນກະທົບໃຫ້ແກ່ການກໍ່ສ້າງ, ຖ້າຫາກສາມາດແກ້ໄຂບັນຫາການົກຍ້າຍເວນຄືນທີ່ດິນ ແລະສາມາດສະໜອງເນື້ອທີ່ດິນກໍ່ສ້າງໄດ້ຢ່າງທັນເວລາ, ຈະເຮັດໃຫ້ເສັ້ນທາງລົດໄຟຕະຫຼອດສາຍທາງ ສາມາດກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ໄດ້ຢ່າງທັນການ ແຕ່ຖ້າຫາກຍັງບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້ ຫຼື ຊັກຊ້າອາດຈະເຮັດໃຫ້ການກໍ່ສ້າງທາງລົດໄຟບໍ່ສຳເັດ ແລະ ຈະບໍ່ສາມາດເປີດນຳໃຊ້ໄດ້ຕາມແຜນທີ່ວາງໄວ້.

ບໍລິສັດທາງລົດໄຟລາວ-ຈີນຈຳກັດ ແຈ້ງໃຫ້ຮູ້ຕື່ມວ່າ: ຮອດປັດຈຸບັນພື້ນຖານໂຄ່ງລ່າງຂອງເສັ້ນທາງລົດໄຟ ແມ່ນຈະສຳເລັດໂດຍພື້ນຖານ ໃນທ້າຍປີ 2020 ຊຶ່ງປະກອບມີ ການສຳເລັດການເຈາະອຸໂມງ 75 ແຫ່ງຂອງທົ່ວທົງແລວທາງ, ສຳເລັດການກໍ່ສ້າງຂົວທັງໝົດ 164 ແຫ່ງ, ຄັນທາງ 180 ຕອນໄດ້ສຳເລັດໂດຍພື້ນຖານ. ບັນດາໜ້າວຽກກໍ່ສ້າງເຊັ່ນ: ວຽກລາງລົດໄຟ, ວຽກລະບົບ ແລະ ວຽກອາຄານສະຖານີ ແມ່ນກ້າວເຂົ້າສູ່ໄລຍະທີ່ສຳຄັນ ແລະຫຍຸ້ງຍາກກທີ່ສຸດ, ໄດ້ສຳເລັດການວາງລາງ 188,8 ກິໂລແມັດ ໃນຕະຫຼອດເສັ້ນທາງ, ກວມເອົາ 44,6% ຂອງໄລຍະທາງທັງໝົດ,

ທາງລົດໄຟ ລາວ – ຈີນ ມີຄວາມຄືບໜ້າຫຼາຍດ້ານ ຈະສຳເລັດຕາມເປົ້າໝາຍ | All in LAOS

ທ້າຍປີນີ້ຈະວາງລາງຮອງຫຼວງພະບາງ, ທ້າຍເດືອນ ມິຖຸນາ 2021 ຈະສຳເລັດການວາງລາງທັງໝົດຕະຫຼອດເສັນທາງ, ການກໍ່ສ້າງວຽກລະບົບ ແມ່ນເລີ່ມດຳເນີນການຢ່າງຮອບດ້ານ, ການກໍ່ສ້າງອາຄານສະຖານີ ແມ່ນສາມາດມຸງຫຼັງຄາໄດ້ທັງໝົດພາຍໃນທ້າຍປີ 2020 ແລະ ຮອດເດືອນ ເມສາ 2021 ຈະກ້າວເຂົ້າສູ່ການຕົບແຕ່ງພາຍໃນທັງໝົດ. ການກໍ່ສ້າງໃນໄລຍະແຕ່ສະຖານີວຽງຈັນ ຫາ ທ່ານາແລ້ງ ແມ່ນໄດ້ເລີ່ມລົງມືກໍ່ສ້າງຢ່າງຮອບດ້ານໃນວັນທີ 20 ກໍລະກົດ 2020, ຕາມແຜນ ແມ່ນສຳເລັດພ້ອມກັນ ກັບການເປີດເສັ້ນທາງແຕ່ ບໍ່ເຕັນ ຫາ ວຽງຈັນ.

Sith Chant Orange - ທາງລົດໄຟ ຂຸນມີ່ງ - ວຽງຈັນ - ກຸງເທບ - ສິງກະໂປ | Ligne  ferroviaire | Railway Kunming - Vientiane - Bangkok - Singapore

ນອກນັ້ນ ວຽກງານການກະກຽມໃນການເປີດໃຫ້ບໍລິການເຊັ່ນ ການຝຶກອົບຮົມບຸກຄະລາກອນ, ການເປີດແລ່ນລົດໄຟ, ການຄຸ້ມຄອງວຽກໃຫ້ບໍລິການ ແລະ ບູລະນະຮັກສາສ້ອມແປງ ແມ່ນໄດ້ເລີ່ມດຳເນີນການຢ່າງຮອບດ້ານ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ.

Comments