ແຂວງຈໍາປາສັກ ໄດ້ຮັບອຸປະກອນການແພດ ຈາກນະຄອນຊົງຊິ້ງ ແລະ ນະຄອນໜານໜິງ ສປ ຈີນ

ແຫລ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 5 ກໍລະກົດ ຜ່ານມາ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍຄະນະສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງໄດ້ ຮັບການຊ່ວຍເຫລືອດ້ານອຸປະກອນການແພດ ຈາກນະຄອນຊົງຊິ້ງ ແລະ ນະຄອນໜານໜິງ ສປ ຈີນ ລວມມູນຄ່າທັງໝົດ 2 ຕື້ກວ່າກີບ ເພື່ອປະກອບສ່ວນເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19. ໃນນັ້ນ, ນະຄອນຊົງຊິ້ງ ໄດ້ມອບ ຜ້າອັດປາກ-ດັງ ຈຳນວນ 200.000 ອັນ ແລະ ຊຸດປ້ອງກັນການຕິດເຊື້ອ ຫລື ຊຸດ PPE ຈໍານວນ 10.000 ຊຸດ ແລະ ນະຄອນໜານໜິງ ມອບຜ້າອັດປາກ-ດັງ ຈໍານວນ 10.000 ອັນ ແລະ ແວ່ນຕາ 200 ອັນ.ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າໃຫ້ອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງຈຳປາສັກ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫລືອ ຂອງ ນະຄອນຊົງຊິ້ງ ແລະ ນະຄອນໜານໜິງ ໃນຄັ້ງນີ້, ຖືວ່າມີຄວາມໝາຍຄວາມສຳຄັນຍິ່ງ ຕໍ່ສາຍພົວພັນມິດຕິພາບ, ການຮ່ວມມື ແລະ ການຊຸກຍູ້ຊ່ວຍເຫລືອ ສປປ ລາວ ກໍຄື ແຂວງຈຳປາສັກ ທີ່ໄດ້ສືບຕໍ່ຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນ ດັ່ງກ່າວ ແລະ ໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກກອມມູນິດຈີນ ອົງຄະນະພັກ-ອົງການປົກຄອງ, ຂໍອວຍພອນໃຫ້ ພັກກອມມູນິດຈີນ ໂດຍມີຫາຍ ສີ ຈິ້ນຜິງ ເປັນແກນນໍາ ຈົ່ງສືບຕໍ່ພາລະກິດ ໃນການຊີ້ນຳ ແລະ ນຳພາ ທີ່ທ່ານວ່າງໃວ້ ໃຫ້ບັນລຸຄວາມຝັນຂອງພັກກອມມູນິດຈີນ ທີ່ກຳນົດໃວ້ ໃຫ້ສຳເລັດຢ່າງຈົບງາມ, ອວຍພອນວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ ໃຫ້ກາຍເປັນມູນເຊື້ອອັນສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫລອດໄປ, ອວຍພອນສາຍພົວພັນການຮ່ວມມື ລະຫວ່າງ ແຂວງຈຳປາສັກ ແລະ ບັນດາແຂວງ, ນະຄອນ ຂອງ ສປ ຈີນ ໃຫ້ໄດ້ຮັບການພັດທະນາຍິ່ໆຂຶ້ນ

May be an image of 3 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

Comments