ກອງປະຊຸມລັດຖະບານຊຸດທີ IX ເປີດກວ້າງຄັ້ງທີ I ປີ 2021

ກອງປະຊຸມລັດຖະບານຊຸດທີ IX ເປີດກວ້າງຄັ້ງທີ I ປີ 2021 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ກໍລະກົດ 2021 ນີ້, ຜ່ານລະບົບທາງໄກ, ໃຫ້ກຽດເປັນປະທານໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຂອງພັກ, ສະພາແຫ່ງຊາດ, ອົງການນິຕິບັນຍັດ, ຕຸລາການ, ສູນກາງແນວລາວສ້າງຊາດ, ບັນດາເຈົ້າແຂວງ ໃນຂອບເຂດທົ່ວປະເທດ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຕີລາຄາສະພາບການ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບ ຄໍາເຫັນໃສ່ຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ, ສ້າງຄວາມເປັນເອກະພາບ ຕໍ່ການສະຫລຸບຕີລາຄາການຈັດ ຕັ້ງປະຕິບັດວຽກງານ ຂອງລັດຖະບານ 6 ເດືອນ ຕົ້ນປີ ແລະ ທິດທາງວຽກຈຸດສຸມ 6 ເດືອນ ທ້າຍປີ 2021, ພ້ອມທັງສະຫລຸບສະພາບພົ້ນເດັ່ນ ເດືອນມິຖຸນາ ແລະ ແຜນວຽກຈຸດສຸມ ເດືອນກໍລະກົດ 2021. ພ້ອມນັ້ນ ຍັງໄດ້ສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19, ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021, ນະໂຍບາຍຂອງລັດຖະບານ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ ແລະ ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021. ບັນດາຫົວຂໍ້ທີ່ນໍາມາລາຍງານ ແລະ ປຶກສາຫາລື ໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນຫົວຂໍ້ທີ່ສໍາຄັນ ເພາະເປັນການຕີລາຄາຄືນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນ 6 ເດືອນຕົ້ນປີ 2021 ທັງເປັນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ທີ່ຫາກໍປິດລົງ ໃນວັນທີ 25/6/2021 ທີ່ຜ່ານມາ ວ່າດ້ວຍການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາ, ບົນຈິດໃຈສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

May be an image of 1 ຄົນ, ຢືນ ແລະ text that says '8 ทละภด 2021'

ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານ ແລະ ຜູ້ເຂົ້າຮ່ວມປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃນຄັ້ງນີ້, ມີປະສິດທິຜົນສູງ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ໄດ້ກໍານົດໄວ້.

May be an image of 2 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ຂໍ້ຄວາມ
May be an image of ໃນຮົ່ມ

Comments