ທົ່ວປະເທດ ປະຢັດພະລັງງານໄດ້ ຫຼາຍຮ້ອຍລ້ານ ກິໂລວັດໂມງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນພະລັງງານໂລກ ວັນທີ 22 ຕຸລາ 2018 ທີ່ຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຈ້ງການໃຫ້ທົ່ວປະເທດ ມີສ່ວນຮ່ວມໃນການສະຫຼອງວັນດັ່ງກ່າວດ້ວຍການຮ່ວມໃຈມອດໄຟ ໂດຍເລີ່ມແຕ່ເວລາ 12ໂມງ00 ຫາ 13ໂມງ00.

ອີງຕາມແຫຼ່ງຂໍ້ມູນຈາກລັດວິສາຫະກິດ ໄຟຟ້າລາວ ແຈ້ງໃຫ້ຊາບໃນຕອນເຊົ້າຂອງວັນທີ 23 ຕຸລາ 2018 ຜ່ານມານີ້ວ່າ: ຜ່ານການລາຍງານຈາກສູນຄຸ້ມຄອງໄຟຟ້າໃນທົ່ວປະເທດໃຫ້ຮູ້ວ່າ: ພຽງໄລຍະໜຶ່ງຊົ່ວໂມງແມ່ນສາມາດປະຢັດພະລັງງານໄຟຟ້າໄດ້ເຖິງ 767.206.719 ກິໂລວັດໂມງ (Kwh). ຖ້າຄິດໄລ່ເປັນມູນຄ່າຂອງກະແສໄຟຟ້າແມ່ນຕົກເປັນເງິນທັງໝົດ 767 ລ້ານກວ່າກີບ.

ແຫຼ່ງຂໍ້ມູນຍັງແຈ້ງໃຫ້ຮູ້ຕື່ມວ່າ: ສ່ວນໃຫຍ່ແມ່ນພາກທີ່ຢູ່ອາໄສ,ໄຟຟ້າແສງສະຫວ່າງ,ພາກສ່ວນບໍລິການຂະໜາດນ້ອຍ,ສໍານັກງານ ອົງການ,ບໍລິສັດ ຫ້າງຮ້ານຈໍານວນໜຶ່ງ ທີ່ໄດ້ຮ່ວມສະໝັກໃຈໃນຄັ້ງນີ້ ຖ້າຫາກທຸກຫົວໜ່ວຍທຸລະກິດຂະໜາດໃຫຍ່ ຫາກປະກອບສ່ວນ ຍິ່ງຈະເຮັດໃຫ້ປະຢັດພະລັງງານໄດ້ຫຼາຍກວ່ານີ້.

ສິ່ງດັ່ງກ່າວໄດ້ສະແດງໃຫ້ພວກເຮົາເຫັນວ່າ: ພຽງໄລຍະສັ້ນໆ ແຕ່ຜົນຂອງມັນນັ້ນແມ່ນມະຫາສານ, ຖ້າຄົນລາວເຮົາທຸກຄົນຫາກພ້ອມໃຈກັນ ຊ່ວຍກັນຫຼຸດການຊົມໃຊ້ໄຟຟ້າ ທີ່ບໍ່ຈໍາເປັນລົງໄດ້ຜູ້ລະເລັກລະໜ້ອຍ ໂດຍສະເພາະແມ່ນແອເຢັນ ທີ່ມີສ່ວນເຮັດໃຫ້ເກີດສະພາບໂລກຮ້ອນ ມັນຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຍັງຊ່ວຍຮັກສາສະພາບແວດລ້ອມໄປໃນຕົວອີກດ້ວຍ.

 

ຂໍ້ມູນຈາກ ລັດວິສາຫະກິດ ໄຟຟ້າລາວ

Comments