ຂ່າວ ພາຍໃນປະເທດ

ຂ່າວດີ!!! ມື້ອື່ນເຊົ້າ ລາຄານໍ້າມັນຫຼຸດລົງ……

ແຈ້ງການ!!! ປັບລາຄານໍ້າມັນຂາຍຍ່ອຍໃນຂອບເຂດທົ່ວປະເທດລົງ ເລີ່ມປະຕິບັດ ມື້ອື່ນເຊົ້າວັນທີ 26 ພະຈິກ 2018 ເວລາ 6:00 ໂມງເປັນຕົ້ນໄປ.ກະຊວງອຸດສາຫະກຳ ແລະການຄ້າ ແຈ້ງ ເລກທີ 1644/ອຄ.ກຄພນ. ລົງວັນທີ 23 ພະຈິກ 2018ເລື່ອງ: ແຈ້ງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດການປັບລາຄັ້ງນີ້ໄດ້ປັບລາຄານໍ້າມັນເຊື້ອໄຟທຸກຊະນິດລົງຄື:ແອັດຊັງພິເສດ ປັບລົງ 250 ກີບ/ລິດແອັດຊັງທຳມະດາ ປັບລົງ 250 ກີບ/ລິດນໍ້າມັນກາຊວນ ປັບລົງ 180 ກີບຕໍ່ລິດ ແລະ ປັບຂຶ້ນຄັງແຮ 20 ກີບ/ລິດ ດ

Read More »

ສສຊ ເຂດເລືອກຕັ້ງທີ 2 ແລະ 13 ສະເໜີລັດຖະບານເບິ່ງຄືນບາງດ້ານ.

ໃນວັນທີ 23 ພະຈິກ 2018, ເປັນມື້ທີ 4 ຂອງກອງປະຊຸມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດປະຈຳແຕ່ລະເຂດເລືອກຕັ້ງຍັງສືບຕໍ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານ, ບົດລາຍງານຂອງອົງການກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດສອບລັດຖະບານ. ທ່ານນາງ ປານີ ຢາທໍຕູ້, ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ບັນດາສະມະຊິກສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນໃສ່ໂຄງການຂອງລັດຖະບານກ່ຽວກັບການເກັບລາຍຮັບຈາກແຕ່ລະໂຄງການ; ຖ້າວ່າໂຄງການໃດຫາກນອນຢູ່ໃນຄວາມຮັບຜິດຊອບຂອງທ້ອງຖິ່ນແລ້ວ ສະພາທ້ອງຖິ່ນຈະມີສ່ວນຮ່ວມຄືແນວໃດໃນການຊຸກຍູ້ ການແກ້ໄຂຜົນຂອງການກວດສອບ ກໍຄື ການເກັບລາຍຮັບງົບປະມານທີ່ເປັນການລະເມີດວິໄນແຜນການ-ການເງິນ ເຊິ່ງແຕ່ປີ 2013 – 2016 ແມ່ນຫາກໍ່ກວດໄດ້ພຽງປະມານ 200 ໂຄງການ, ໂດຍທີ່ຍັງບໍ່ທັນໄດ້ລົງເລິກໃສ່ ການແກ້ໄຂຜົນຂອງການກວດສອບກວດກາ ເຮັດໄດ້ຄືແນວໃດແດ່, ຈະມີວິທີທາງແນວໃດເພື່ອເປັນການເກັບລາຍຮັບທີ່ເປັນການລະເມີດວິໄນນັ້ນ ເຂົ້າມອບຄືນໃຫ້ງົບປະມານ, ທັງເປັນການກຳຈັດປະກົດການຫຍໍ້ທໍ້ໃນກົງຈັກລັດຢູ່ແຕ່ລະຂັ້ນອີກ. ນອກຈາກນີ້, ຍັງເປັນການແກ້ໄຂບັນຫາ 8 ສິ່ງກີດຂວາງທີ່ພວກເຮົາກຳລັງປະເຊີນໜ້າຢູ່ໃນປະຈຸບັນນີ້ ພ້ອມທັງ ເປັນການປະຕິບັດນະໂຍບາຍ 3 ເປີດຂອງ ທ່ານ ນາຍົກລັດຖະມົນຕີ ຄື: ເປີດໃຈ, ເປີດສິ່ງກີດຂວາງ ແລະ ເປີດປະຕູ, ເຊິ່ງບັນຫາທີ່ຍັງທ້າທາຍໃນປະຈຸບັນນີ້ ...

Read More »

ຮອງປະທານສະມາຄົມມິດຕະພາບ ລັດເຊຍ-ລາວ ໄດ້ຮັບຫຼຽນໄຊແຮງງານ

ລັດຖະບານລາວ ຈັດພິທີປະດັບຫລຽນໄຊແຮງ ງານຊັ້ນ I ໃຫ້ແກ່ ທ່ານ ປານຟີຣົບ ອີກໍ ດາວີໂດວິກ ຮອງປະທານສະມາຄົມມິດຕະພາບລັດເຊຍ-ລາວ ຕາງໜ້າປະດັບໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາການນໍາພັກ-ລັດ, ປະທານສະມາຄົມມິດຕະພາບ ລາວ-ລັດເຊຍ, ລັດເຊຍ- ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ຂໍ້ມູນຈາກ: ຂປລ.

Read More »

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີຕ່າງປະເທດອິນເດຍ.

ໃນໂອກາດຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 22-23 ພະຈິກ 2018 ຕາມຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມາທິການຮ່ວມ ຝ່າຍລາວ ວ່າດ້ວຍ ການຮ່ວມມືສອງຝ່າຍ ສປປ ລາວ-ສ ອິນເດຍ ທ່ານ ນາງ ສຸດສະມາ ຊະວາຣາດ (Sushma SWARAJ), ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ.ອິນເດຍ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດສະມາ ຊະວາຣາດ ກໍໄດ້ສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາຍົກລັດຖະມົນຕີ ສປປ ລາວ ແລະ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມ ...

Read More »

ລາວ-ອິນເດຍ ມີສາຍພົວພັນການທູດນໍາກັນ 62 ປີ.

ໃນວັນທີ 23 ພະຈິກ 2018, ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ຄັ້ງທີ 9 ໄດ້ຖືກຈັດຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ສຸດສະມາ ຊະວາຣາດ (Sushma SWARAJ), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອິນເດຍ, ໂດຍມີເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ສຸດສະມາ ຊະວາຣາດ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ລາວ-ອິນເດຍ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຕະຫຼອດໄລຍະ 62 ...

Read More »

ທຶນການສຶກສາ ຈາກລັດຖະບານ ຮົງກາຣີ ທຶນ Stipendium Hungaricum 2019

ເປີດຮັບສະໝັກແລ້ວ !!! ?? ?? ?? ທຶນການສຶກສາ ຈາກລັດຖະບານ ຮົງກາຣີ ທຶນ Stipendium Hungaricum 2019 ເປີດໃຫ້ທ່ານໄດ້ສະຫມັກ ແລ້ວ ! ລາຍລະອຽດ ແລະ ວິທີການສະຫມັກ ອ່ານຕື່ມໄດ້ທີ່: http://studyinhungary.hu/…/call-for-applications-2019-2020.… ປິດຮັບສະໝັກ: 15/01/2019 Great news for those who want to apply for the next round of STIPENDIUM HUNGARICUM scholarship programme! ? CALL FOR APPLICATIONS 2019/2020 ‼️ deadline for applications is 15 January 2019.‼️ Detailed information about the application process is available ...

Read More »

ເມືອງນ້ຳບາກ ສຳເລັດການຍົກລະດັບ ຊັ້ນມັດທະຍົມຕົ້ນບຳລຸງ

ໃນວັນທີ່ 23 ພະຈິກ 2018, ຢູ່ເມືອງນໍ້າບາກ, ແຂວງຫຼວງພະບາງ, ອົງການປົກຄອງເມືອງນ້ຳບາກ ໄດ້ຈັດພິທີປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງໃນທົ່ວເມືອງ ໂດຍການເປັນປະທານຂອງທ່ານ ຮອງສາດສະດາຈານ ປະລີນຍາເອກ ຄຳຜາຍ ສີສະຫວັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໂດຍມີການນຳຂອງແຂວງ, ບັນດາເມືອງອ້ອມຂ້າງແຂວງ, ແຂກຮັບເຊີນ, ພະນັກງານຄູ, ນັກຮຽນ ແລະ ປະຊາຊົນບັນດາເຜົ່າ ພາຍໃນເມືອງນ້ຳບາກເຂົ້າຮ່ວມ. ການຈັດການຮຽນການສອນມັດທະຍົມຕົ້ນບຳລຸງ ໃຫ້ປະຊາຊົນກຸ່ມເປົ້າໝາຍ ຢູ່ເມືອງນ້ຳບາກ, ແຂວງຫຼວງພະບາງ ໄດ້ເລີ່ມມາແຕ່ ປີ 2011 ໂດຍໄດ້ປະຕິບັດ 6 ຂັ້ນຕອນຄື: ການເກັບກຳຂໍ້ມູນ, ການແຕ່ງຕັ້ງຄະນະຮັບຜິດຊອບ, ການວາງແຜນການ ທັງດຳເນີນການຮຽນ-ການສອນ, ການລົງຕິດຕາມ-ກວດກາ-ປະເມີນຜົນ, ກາາປະກາດຜົນສຳເລັດຂັ້ນບ້ານ-ກຸ່ມບ້ານ ແລະ ການນໍາສະເໜີຕໍ່ການນໍາຂັ້ນເທິງເພື່ອຈັດພິທີປະກາດໃນທົ່ວເມືອງ. ສຳລັບກຸ່ມເປົ້າໝາຍທີ່ໄດ້ຜ່ານການຮຽນ-ການສອບບຳລຸງ ລວມມີທັງໝົດ 1.683 ຄົນ, ຍີງ 658 ຄົນ, ຢູ່ 83 ບ້ານ ໃນທົ່ວເມືອງ, ໂດຍໃນນັ້ນ ມີພະນກງານ, ທະຫານ, ຕໍ່າຫຼວດ ທີ່ຮຽນຈົບຊັ້ນມັດທະຍົມຕົ້ນ ທັງໝົດ ...

Read More »

ຖືກສັ່ງຢຸດກິດຈະການຊົ່ວຄາວ ພ້ອມໃຫ້ໂຮງງານແກ້ໄຂບັນຫາໂດຍດ່ວນ

ພາຍຫຼັງມີການຮ້ອງຮຽນ ຈາກປະຊາຊົນ ກ່ຽວກັບກໍລະນີ ມີກິ່ນເໝັນຮຸນແຮງ ຈາກເຂດ ບໍລິເວນໂຮງງານກາເຟ ຫວຽດນາມ ທີ່ເຂດ ເມືອງປາກຊ່ອງ, ແຂວງຈໍາປາສັກ. ມາເຖິງວັນທີ 22​ ພະຈິກ 2018 ທີ່ຜ່ານມາ ພະນັກງານຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ ​ໄດ້ສົມທົບກັບຂະແໜງສີ່ງແວດລ້ອມ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງປາກຊ່ອງ ໄດ້ລົງແກ້ບັນຫາທີ່ໂຮງງານສີກາເຟ ໝາກແດງ, ເຫັນວ່າມີການປ່ອຍນ້ຳເປື້ອນອອກຈາກໂຮງງານແທ້ ໂດຍບໍ່ມີການບໍາບັດ ທີ່ເປັນການລະເມີດຂໍ້ຕົກລົງໃນການຕັ້ງໂຮງງານ ແລະ ການລົງທຶນ. ທາງເຈົ້າໜ້າທີ່ ຈິ່ງໄດ້ອອກແຈ້ງການໃຫ້ໂຮງງານດັ່ງກ່າວຢຸດກິດຈະການຊົ່ວຄາວ ແລະ ໄດ້ສັ່ງການໃຫ້ມີການປະເມີນຄວາມເສຍຫາຍ ທີ່ເກີດຈາກໂຮງງານດັ່ງກ່າວ, ເພາະບັນຫາທີ່ສົ່ງຜົນກະທົບໃຫ້ປະຊາຊົນ ແມ່ນກິ່ນເໝັນ ເຮັດໃຫ້ປະຊາຊົນ ທີ່ອາໃສໃນລັດສະໝີ ຫຼາຍກິໂລແມັດ ໄດ້ຮັບຜົນກະທົບ ດັ່ງນັ້ນ ເຈົ້າຂອງໂຮງງານ ຕ້ອງແກ້ໄຂບັນຫານີ້ໂດຍໄວ. ພ້ອມນີ້ ປະຊາຊົນຍັງໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ ຈົ່ງປະຕິບັດ ລະບຽບກົດໝາຍ ຢ່າງເຄັ່ງຄັດ ແລະ ມີການລົງໂທດ ຢ່າງຈິງຈັງ ຕໍ່ບັນດາໂຮງຈັກໂຮງງານ ທີ່ສ້າງມົນລະພິດ ແລະ ສົ່ງຜົນກະທົບແກ່ສິ່ງແວດລ້ອມ, ທໍາມະຊາດ ແລະ ປະຊາຊົນ. ຂອບໃຈແຫຼ່ງຂໍ້ມູນ. ພາບຈາກອິນເຕີເນັດ.

Read More »

ລວມພາບການນໍາພັກ-ລັດ ຮ່ວມພິທີໃສ່ບາດ ງານບຸນນະມັດສະການ ພຣະທາດຫຼວງ

ສະບາຍດີ ຊາວເຟສບຸກ ແລະ ເພື່ອນໆເຟສບຸກຂອງ Target Hot News ທີ່ຮັກແພງທຸກໆທ່ານ ມື້ນີ້ ທາງ “ແອ໊ດມິນ” ຈະຂໍນໍາເອົາພາບຂອງບັນດາທ່ານການນໍາພັກ ແລະ ລັດຖະບານ ທີ່ເພິ່ນມາຮ່ວມພິທີເຮັດບຸນ ໃສ່ບາດ ຢາດນໍ້າ ຖະຫວາຍເຄື່ອງສັງຄະທານ ຮ່ວມກັບພໍ່ແມ່ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ທີ່ມາເຕົ້າໂຮມຈິດໃຈໃສສັດທາ ໃນປາງບຸນໃຫຍ່ ຂອງປະເທດ ທີ່ບໍລິເວນເດີ່ນພຣະທາດຫຼວງວຽງຈັນ ໃນມື້ວັນທີ 22 ພະຈິກ 2018 ເຊິ່ງກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 12. ພາບຈາກມູມສູງ ມວນຊົນຊາວລາວ ຈາກທຸກສາລະທິດ ມາເຕົ້າໂຮມແຮງຈິດ ແຮງໃຈ ແຮງສັດທາ ແຮງ ເຫຼື້ອມໃສ ແຕ່ຟ້າຍັງບໍ່ແຈ້ງ ເພື່ອຈັບຈອງບ່ອນນັ່ງໃຫ້ໄດ້ເຂົ້າໃກ້ພຣະທາດຫຼວງ ທີ່ສຸດ ທ່ານ ປະທານປະເທດໃຫ້ກຽດລັ່ນຄ້ອງ ເພື່ອເລີກງາມຍາມດີ ພຣະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະທານອົງການພຸດທະສາສະໜາສຳພັນລາວ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ...

Read More »

ສະຖານທູດຈີນ ມອບທຶນການສຶກສາ 25 ທຶນ ໃຫ້ກັບນັກສຶກສາລາວ

ໃນວັນທີ 22 ພະຈິກ 2018, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ມອບທຶນການສຶກສາ 25 ທຶນ ມູນຄ່າ 25.000 ໂດລາສະຫະລັດ ໃຫ້ນັກສຶກສາມະຫາວິທະຍາໄລແຫ່ງຊາດ ປີ 1 ຈຳນວນ 25 ຄົນ, ຜູ້ທີ່ມີຜົນການຮຽນລະດັບເກັ່ງ, ມີການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງແຂວງ. ພິທີມອບທຶນດັ່ງກ່າວ, ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ ມອບໂດຍ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ກ່າວຮັບ ຕ່າງໜ້ານັກສຶກສາ, ໂດຍ ທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຄະນະບໍດີ, ຄູອາຈານ ແລະ ພະນັກງງານວິຊາການ ທັງສອງຝ່າຍເຂົ້າຮ່ວມ. ສຳລັບປີນີ້, ມີຜູ້ສະໝັກທຶນທັງໝົດ 124 ຄົນ, ຄັດເລືອກເຂົ້າສຳພາດ 35 ຄົນ ແລະ ເອົາພຽງ 25 ...

Read More »