ເມືອງນ້ຳບາກ ສຳເລັດການຍົກລະດັບ ຊັ້ນມັດທະຍົມຕົ້ນບຳລຸງ

ໃນວັນທີ່ 23 ພະຈິກ 2018, ຢູ່ເມືອງນໍ້າບາກ, ແຂວງຫຼວງພະບາງ, ອົງການປົກຄອງເມືອງນ້ຳບາກ ໄດ້ຈັດພິທີປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງໃນທົ່ວເມືອງ ໂດຍການເປັນປະທານຂອງທ່ານ ຮອງສາດສະດາຈານ ປະລີນຍາເອກ ຄຳຜາຍ ສີສະຫວັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໂດຍມີການນຳຂອງແຂວງ, ບັນດາເມືອງອ້ອມຂ້າງແຂວງ, ແຂກຮັບເຊີນ, ພະນັກງານຄູ, ນັກຮຽນ ແລະ ປະຊາຊົນບັນດາເຜົ່າ ພາຍໃນເມືອງນ້ຳບາກເຂົ້າຮ່ວມ.


ການຈັດການຮຽນການສອນມັດທະຍົມຕົ້ນບຳລຸງ ໃຫ້ປະຊາຊົນກຸ່ມເປົ້າໝາຍ ຢູ່ເມືອງນ້ຳບາກ, ແຂວງຫຼວງພະບາງ ໄດ້ເລີ່ມມາແຕ່ ປີ 2011 ໂດຍໄດ້ປະຕິບັດ 6 ຂັ້ນຕອນຄື: ການເກັບກຳຂໍ້ມູນ, ການແຕ່ງຕັ້ງຄະນະຮັບຜິດຊອບ, ການວາງແຜນການ ທັງດຳເນີນການຮຽນ-ການສອນ, ການລົງຕິດຕາມ-ກວດກາ-ປະເມີນຜົນ, ກາາປະກາດຜົນສຳເລັດຂັ້ນບ້ານ-ກຸ່ມບ້ານ ແລະ ການນໍາສະເໜີຕໍ່ການນໍາຂັ້ນເທິງເພື່ອຈັດພິທີປະກາດໃນທົ່ວເມືອງ.
ສຳລັບກຸ່ມເປົ້າໝາຍທີ່ໄດ້ຜ່ານການຮຽນ-ການສອບບຳລຸງ ລວມມີທັງໝົດ 1.683 ຄົນ, ຍີງ 658 ຄົນ, ຢູ່ 83 ບ້ານ ໃນທົ່ວເມືອງ, ໂດຍໃນນັ້ນ ມີພະນກງານ, ທະຫານ, ຕໍ່າຫຼວດ ທີ່ຮຽນຈົບຊັ້ນມັດທະຍົມຕົ້ນ ທັງໝົດ 142 ຄົນ, ຍິງ 48 ຄົນ.
ເວົ້າສະເພາະການຮຽນ-ການສອນບຳລຸງ ຊັ້ນມັດທະຍົມປາຍ ແມ່ນໄດ້ເລີ່ມມາແຕ່ສົກຮຽນ 2009 ຈົນມາຮອດປະຈຸບັນ ສົກຮຽນ 2018, ໂດຍມີຜູ້ຮຽນຈົບທັງຫມົດ 169 ຄົນ, ຍິງ 41 ຄົນ.
ຄຽງຄູ່ກັບການຈັດການຮຽນ-ການສອນ ຊັ້ນມັດທະຍົມແລ້ວ, ກໍຍັງໄດ້ມີການຈັດການຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ເປັນຕົ້ນການປຸງແຕ່ງອາຫານ ແລະເຄື່ອງດື່ມ ໃຫ້ແກ່ຊາວໜຸ່ມຍິງ-ຊາຍ ຈຳນວນ 74 ຄົນ, ຍີງ 41 ຄົນ.
ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຂື້ນມອບໃບຢັ້ງຢືນສໍາເລັດການສຶກສາຊັ້ນມັດທະຍົມຕົ້ນບຳລຸງ ໃຫ້ແກ່ອົງການປົກຄອງເມືອງນ້ຳບາກ, ໂດຍແມ່ນ ທ່ານ ສົມພອນ ສີອຸດົມພັນ ເຈົ້າເມືອງໆນ້ຳບາກ ຂື້ນຮັບ.

ໃນໂອກາດຂຶ້ນມີຄຳເຫັນຕໍ່ພິທີໃນເທື່ອນີ້, ທ່ານ ຮອງສາດສະດາຈານ ປະລີນຍາເອກ ຄຳຜາຍ ສີສະຫວັນ ໄດ້ຍ້ອງຍໍຜົນສຳເລັດຂອງການສຶກສາ ຊັ້ນມັດທະຍົມຕອນຕົ້ນບຳລຸງໃນທົ່ວເມືອງນ້ຳບາກ, ພ້ອມທັງໄດ້ເນັ້ນໃຫ້ອົງການປົກຄອງເມືອງ ຈົ່ງສືບຕໍການບຳລຸງຊັ້ນມັດທະຍົມປາຍ ໃຫ້ມີຜົນ ສໍາເລັດຕາມຄາດໝາຍທີ່ໄດ້ຕັ້ງໄວ້, ແນໃສ່ເຮັດໃຫ້ປະຊາຊົນກຸ່ມເປົ້າໝາຍ ມີລະດັບຄວາມຮູ້ທີ່ແນ່ນອນ, ເພື່ອສາມາດກ້າວໄປສູ່ການນຳພາຕົນເອງ ແລະ ຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ການສ້າງບ້ານ ໃຫ້ກາຍເປັນບ້ານພັດທະນາ ແລະ ທັງເພື່ອນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນອະນາຄົດ.

ຂໍ້ມູນຈາກສະຖານີວິທະຍຸກະຈາຍສຽງແຫ່ງຊາດ

ຂ່າວ: ອາພຸດເດດ ບຸບຜາ

Comments