ຖືກສັ່ງຢຸດກິດຈະການຊົ່ວຄາວ ພ້ອມໃຫ້ໂຮງງານແກ້ໄຂບັນຫາໂດຍດ່ວນ

ພາຍຫຼັງມີການຮ້ອງຮຽນ ຈາກປະຊາຊົນ ກ່ຽວກັບກໍລະນີ ມີກິ່ນເໝັນຮຸນແຮງ ຈາກເຂດ ບໍລິເວນໂຮງງານກາເຟ ຫວຽດນາມ ທີ່ເຂດ ເມືອງປາກຊ່ອງ, ແຂວງຈໍາປາສັກ.

ມາເຖິງວັນທີ 22​ ພະຈິກ 2018 ທີ່ຜ່ານມາ ພະນັກງານຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ ​ໄດ້ສົມທົບກັບຂະແໜງສີ່ງແວດລ້ອມ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງປາກຊ່ອງ ໄດ້ລົງແກ້ບັນຫາທີ່ໂຮງງານສີກາເຟ ໝາກແດງ, ເຫັນວ່າມີການປ່ອຍນ້ຳເປື້ອນອອກຈາກໂຮງງານແທ້ ໂດຍບໍ່ມີການບໍາບັດ ທີ່ເປັນການລະເມີດຂໍ້ຕົກລົງໃນການຕັ້ງໂຮງງານ ແລະ ການລົງທຶນ.

ທາງເຈົ້າໜ້າທີ່ ຈິ່ງໄດ້ອອກແຈ້ງການໃຫ້ໂຮງງານດັ່ງກ່າວຢຸດກິດຈະການຊົ່ວຄາວ ແລະ ໄດ້ສັ່ງການໃຫ້ມີການປະເມີນຄວາມເສຍຫາຍ ທີ່ເກີດຈາກໂຮງງານດັ່ງກ່າວ,

ເພາະບັນຫາທີ່ສົ່ງຜົນກະທົບໃຫ້ປະຊາຊົນ ແມ່ນກິ່ນເໝັນ ເຮັດໃຫ້ປະຊາຊົນ ທີ່ອາໃສໃນລັດສະໝີ ຫຼາຍກິໂລແມັດ ໄດ້ຮັບຜົນກະທົບ ດັ່ງນັ້ນ ເຈົ້າຂອງໂຮງງານ ຕ້ອງແກ້ໄຂບັນຫານີ້ໂດຍໄວ.

ພ້ອມນີ້ ປະຊາຊົນຍັງໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ ຈົ່ງປະຕິບັດ ລະບຽບກົດໝາຍ ຢ່າງເຄັ່ງຄັດ ແລະ ມີການລົງໂທດ ຢ່າງຈິງຈັງ ຕໍ່ບັນດາໂຮງຈັກໂຮງງານ ທີ່ສ້າງມົນລະພິດ ແລະ ສົ່ງຜົນກະທົບແກ່ສິ່ງແວດລ້ອມ, ທໍາມະຊາດ ແລະ ປະຊາຊົນ.

ຂອບໃຈແຫຼ່ງຂໍ້ມູນ.

ພາບຈາກອິນເຕີເນັດ.

Comments