ໃນຕອນບ່າຍຂອງມື້ນີ້, ວັນທີ 8 ພຶດສະພາ 2019, ຢູ່ທີ່ ສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບເງິນ ຈຳນວນ 66.450.000 ກີບ ເພື່ອໂມທະນາວັນວິສາຂະບູຊາໂລກ ທີ່ຈະຈັດຂຶ້ນວັນທີ 16-18 ພຶດສະພາ 2019 ທີ່ຈະມາເຖິງນີ້, ລະຫວ່າງ ສະມາຄົມນັກທຸລະກິດແມ່ຍິງລາວທົ່ວປະເທດ ກັບ ສູນກາງແນວລາວສ້າງຊາດ, ກ່າວຮັບໂດຍທ່ານ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ຜູ້ຊີ້ນໍາວຽກງານສາສະໜາ ສູນກາງແນວລາວສ້າງຊາດ ແລະ ມອບເງິນໂດຍທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດລາວ, ທ່ານ ນາງ ຈັນເທົາ ປະທຳມະວົງ ປະທານ ກິດຕິມະສັກ ສທຍລ, ມີບັນດາຮອງປະທານ, ຕ່າງນັກທຸລະກິດແມ່ຍິງລາວ ເຂົ້າຮ່ວມມອບໃນຄັ້ງນີ້ດ້ວຍ.
ເຊິ່ງມີລາຍລະອຽດກຳນົດການຕ່າງດັ່ງນີ້:
ມີພຣະສົງ 500 ກວ່າຮູບ
ພ້ອມທັງການນຳ ແລະ ພໍ່ແມ່ປະຊາຊົນຫຼາຍພັນຄົນ
ສຳລັບຍາດໂຍມ ຈະໄດ້ມີການສະເຫຼືອມສະຫຼອງ ມີການສະແດງສິນລະປະວັນນະຄະດີລາວ ແລະ ວັນນະຄະດີຈາກປະເທດໄທ ເພື່ອການກຸສົນສົນ , ນອກນັ້ນແລ້ວຍັງມີນິສິດນັກຮຽນນັກສຶກສາຫຼາຍ 100 ຄົນ
ວັນວິສາຂະບູຊາ ໝາຍເຖິງ ການບູຊາໃນວັນເພັງ ເດືອນ 6 ພຣະຈັນເຕັມດວງ ເປັນວັນທີ່ສຳຄັນທີ່ສຸດ ໃນທາງພຣະພຸດທະສາສະນາ ເພາະເປັນວັນເຫດການອັນສຳຄັນອັດສະຈັນ ທີ່ກ່ຽວກັບອົງພຣະສັມມາ ສັມພຸດທະເຈົ້າ ຜູ້ເປັນເຈົ້າຂອງພຣະພຸດທະສາສະນາ ຄື ວັນຄ້າຍວັນປະສູດອອກຈາກພຣະຄັນ (ວັນເກີດ), ວັນຕັດສະຮູ້ພຣະສັມມາສັມໂພທິຍານ (ວັນປະສົບຜົນສຳເລັດສູງສຸດ) ແລະ ວັນສະເດັດດັບຂັນທະປະຣິນິບພານ (ວັນຈາກໄປ) ເປັນວັນດຽວກັນຢ່າງໜ້າອັດສະຈັນສຸດ ຄື ວັນເພັງ ເດືອນ 6 ຊາວ ພຸດທະສາສະນິກະຊົນທັງຫຼາຍ ຈຶ່ງຄວນສະເຫຼີມສະຫຼອງ ໂດຍການບູຊາ ທັງອາມິດ ເຂົ້າຕອກດອກໄມ້ ແລະ ການປະຕິບັດບູຊາ ເຊິ່ງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ ເຊິ່ງປີນີ້ ວັນວິສາຂະບູຊາ ໄດ້ ໝູນວຽນມາອີກຄົບ ຮອບ 2562 ປີ ແຫ່ງການຈາກໄປຂອງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ ພຣະອົງນັ້ນ ດ້ວຍປາຣົບເຫດການນີ້.
ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຮ່ວມກັບ ສູນກາງແນວລາວສ້າງຊາດ ຂໍ ເຊີນຊວນພຸດທະສາສະນິກະຊົນທັງຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມງານບຸນວັນວິສາຂະບູຊາ ປີພຣະພຸດທະສັງກາດ 2562 ທີ່ ເດີ່ນພຣະທາດຫຼວງ ໃນ ວັນທີ 16-18 ພຶດສະພາ 2019 ນີ້ ເຊິ່ງມີລາຍ ລະອຽດງານບຸນ ດັ່ງນີ້:
ຂຶ້ນ 13 ຄຳ່ ເດືອນ 6 ລາວ ກົງກັບ ວັນພະຫັດ ວັນທີ 16 ພຶດສະພາ 2019
– ເວລາ 08:00 ນາທີ ເປັນຕົ້ນໄປ ຮ່ວມໂມທະນາບຸນ ຮ່ວມບໍຣິຈາກທານ ຈະຕຸປັດໄຈ ອາຫານ ນຳ້ ດື່ມຕ່າງໆ ຕາມກຳລັງສັດທາຂອງຕົນ ທີ່ ຜາມພີທີ ໜ້າຫໍທັມມະສະພາ ເດີ່ນພຣະທາດຫຼວງ.
– ເວລາ 17:00 ນາທີ ສູດປະຣິດຕະມຸງຄຸນ ຟັງທັມມະເທສະນາ.
– ເວລາ 19:00 ນາທີ ຊົມການສະແດງສີລະປະວັດທະນະທັມລາວ ແລະ ວັດທະນະທັມອາຊຽນ ກ່ຽວກັບວັນວິສາຂະບູຊາ ພ້ອມທັງຊົມງານມະຫະກັມຄອນເສີດ ການກຸສົນອັນຍິ່ງໃຫຍ່.
ຂຶ້ນ 14 ຄຳ່ ເດືອນ 6 ກົງກັບວັນສຸກ ວັນທີ 17 ພຶດສະພາ 2019
– ເວລາ 08:00 ນາທີເປັນຕົ້ນໄປ ຮ່ວມໂມທະນາບຸນ ຮ່ວມບໍຣິຈາກທານ ຈະຕຸປັດໄຈ ອາຫານ ນຳ້ ດື່ມຕ່າງໆ ຕາມກຳລັງສັດທາຂອງຕົນ ທີ່ ຜາມພີທີ ໜ້າຫໍທັມມະສະພາ ເດີ່ນພຣະທາດຫຼວງ.
– ເວລາ 12:30 ນາທີ ນິມົນ ພຣະສົງ-ສາມະເນນ ເຊີນ ການນຳພັກ-ລັດ ບັນດາທູດຈາກປະເທດ ຕ່າງໆ ນັກຮຽນ-ນັກສຶກສາ ແຂກຖືກເຊີນ ສື່ສານມວນຊົນ ແລະ ປະຊາຊົນທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າສູ່ ຫໍປະຊຸມແຫ່ງຊາດ.
– ເວລາ 13:30 ນາທີ ຊົມການສະແດງສີລະປະວັດທະນະທັມ ກ່ຽວກັບງານວັນວິສາຂະບູຊາ.
– ເວລາ 14:00 ນາທີ ໄຂງານບຸນວັນວິສາຂະບູຊາ ຂຶ້ນຢ່າງເປັນທາງການ.
– ເວລາ 14:30 ນາທີ ຟັງປາຖະກະຖາທັມໃຫຍ່ ໃນເລື່ອງ “ວັນວິສາຂະບູຊາ ກັບຄຸນຄ່າງທາງຈະຣິ ຍະທັມການດຳລົງຊີວິດ” ໂດຍ ພຣະອາຈານໃຫຍ່ ປອ. ດຳຣົງ ພິມມະຈັກ.
– ເວລາ 16:30 ນາທີ ສຳເລັດພິທີໄຂງານບຸນຢ່າງເປັນທາງການ ທີ່ ຫໍປະຊຸມແຫ່ງຊາດ.
– ເວລາ 18:30 ນາທີ ເຕົ້າໂຮມ ພຣະສົງ-ສາມະເນນ ນັກຮຽນ-ນັກສຶກສາ ປະຊາຊົນທົ່ວໄປ ທີ່ໜ້າ ຫໍທັມມະສະພາ ເດີ່ນພຣະທາດຫຼວງ.
– ເວລາ 19:00 ນາທີ ປະຕິບັດທັມ ນຸ່ງຂາວ-ຫົ່ມຂາວ ໄຫວ້ພຣະ ສູດມົນ ຈະເຣີນພາວະນາ ຈົນ ສົມຄວນແກ່ເວລາ.
ວັນເພັງ 15 ຄຳ່ ເດືອນ 6 ກົງກັບວັນເສົາ ວັນທີ 18 ພຶດສະພາ 2019
– ເວລາ 06:30 ນາທີ ເຕົ້າໂຮມ ພຣະສົງ-ສາມະເນນ ການນຳພັກ-ລັດ ບັນດາທູດຈາກປະເທດຕ່າງໆ ນັກຮຽນ-ນັກສຶກສາ ແຂກຖືກເຊີນ ແລະ ປະຊາຊົນທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ທີ່ໜ້າ ອະນຸສາວະລີ ພຣະເຈົ້າໄຊເຊດຖາທິຣາດ ເດີ່ນພຣະທາດຫຼວງ ພ້ອມທັງຊົມການສະແດງສີລະ ປະວັດທະນະທັມ ໝໍລຳດັງຈາກສອງຝັ່ງຂອງ.
– ເວລາ 07:20 ນາທີ ພິທີໄຫວ້ພຣະສະມາທານສີນ ແລະ ຕັກບາດໃຫຍ່ ທານມະຫາທານ ແກ່ພຣະສົງ-ສາມະເນນ 500 ອົງ.
– ເວລາ 14:00 ນາທີ ພິທີແຫ່ຕົ້ນມະຫາກາລະພຶກແກ້ວ ຈາກວັດໜອງບອນ ເຂົ້າມາສູ່ວັດພຣະ ທາດຫຼວງ ເພື່ອຖວາຍເປັນ ຕົ້ນມະຫາກາລະພຶກແກ້ວບູຊາ ໃນວັນວິສາຂະບູຊາ.
– ເວລາ 14:40 ນາທີ ພິທີຖວາຍຕົ້ນມະຫາກາລະພຶກແກ້ວບູຊາ.
– ເວລາ 17:40 ນາທີ ໄຫວ້ພຣະຮັບສີນ ແລະ ຟັງສູດປະຣິດຕະມຸງຄຸນ ຟັງທັມມະເທສະນາ ຈາກ ອົງພຣະປະມຸກສົງ ກ່ຽວກັບວັນວິສາຂະບູຊາ.
– ເວລາ 19:20 ນາທີ ວຽນທຽນບູຊາພຣະຣັດຕະນະໄຕຣ ອ້ອມອົງພຣະທາດຫຼວງ.
– ເວລາ 21:00 ນາທີ ສູດສົມໂພດພຣະພຸດທະຮູບ ຈົນຮອດແຈ້ງ.
ຕິດຕໍ່ສອບຖາມລາຍລະອຽດເພີ່ມຕື່ມໄດ້
ໂທ: 020-55777352, 020-55997678, 020-55454669.