ນະຄອນຫຼວງວຽງຈັນ ຈະປຸກລະດົມພົນລະເມືອງ ປູກຕົ້ນໄມ້ໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ

ກອງປະຊຸມເປີດກວ້າງຄະນະພັກຮາກຖານ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 6 ສະໄໝທີ VI ຈັດຂຶ້ນວັນທີ 3 ພຶດສະພາ 2019

ສະຫາຍ ແສງອາລຸນ ສຸລິຍະວົງ ເລຂາໜ່ວຍພັກກອງກວດກາປ່າໄມ້ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ຂຶ້ນຜ່ານບົດສະຫຼຸບການປູກໄມ້ແບບຍືນຍົງ ການກວດກາປ່າໄມ້ ແລະ ການກະກຽມການປູກໄມ້ປີ 2019 ວ່າ: ໃນປີ 2018 ນວ ສາມາດຜະລິດເບັ້ຍໄມ້ໄດ້ທັງໝົດ 3.444.115 ເບັ້ຍ ປູກໄມ້ໄດ້ 387 ເຮັກຕາ ໃນນັ້ນພາກລັດປູກໄດ້ 83 ເຮັກຕາ ມີເບັ້ຍໄມ້ 94.208 ເບັ້ຍ ພາກປະຊາຊົນ ແລະ ບໍລິສັດ ປູກໄດ້ 303 ເຮັກຕາ ມີເບັ້ຍໄມ້ 215.578 ເບັ້ຍ ຕາມແຜນການ 300 ເຮັກຕາ ປະຕິບັດໄດ້ລື່ນຄາດໝາຍ ເທົ່າກັບ 129,07% ໃນນັ້ນຈໍານວນເບັ້ຍໄມ້ທີ່ໄດ້ປູກ 650.205 ເບັ້ຍ ມີຊະນິດໄມ້ດູ່ ໄມ້ແຕ້ຄ່າ ໄມ້ສັກ ໄມ້ວິກ ໄມ້ປະດັບ ໄມ້ກິນໝາກ ແລະ ອື່ນໆ ນອກນັ້ນພະແນກກະສິກໍາ ແລະ ປ່າໄມ້ ນວ ຍັງໄດ້ອອກແຈ້ງການແນະນໍາຈໍານວນໜຶ່ງກ່ຽວກັບການປ້ອງກັນໄຟລາມປ່າ ແລະ ການສ້າງຂະບວນການປູກໄມ້ເພື່ອປວງຊົນໃຫ້ເປັນຂະບວນການຟົດຟື້ນ.

ສໍາລັບປີ 2019 ໄດ້ລົງເກັບກໍາເນື້ອທີ່ຮອງຮັບເພື່ອປູກໄມ້ມີຈໍານວນທັງໝົດ 300 ເຮັກຕາ ຄື:ເມືອງ ສັງທອງ 120 ເຮັກຕາ, ໄຊທານີ 100 ເຮັກຕາ, ປາກງື່ມ 40 ເຮັກຕາ, ນາຊາຍທອງ 25 ເຮັກຕາ, ຫາດຊາຍຟອງ ສີໂຄດຕະບອງ ແລະ ໄຊເຊດຖາ ເມືອງລະ 5 ເຮັກຕາ ກະກຽມສະຖານທີ່ຈັດພິທີປູກໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຈັດກອງປະຊຸມປຶກສາຫາລື ຮ່ວມກັບທ່ານຮອງເຈົ້າເມືອງ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ 9 ຕົວເມືອງ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເພື່ອຜ່ານແຜນປູກໄມ້ແຄມທາງທີ່ສໍາຄັນໃນ ນວ.

ເພື່ອເຮັດໃຫ້ ນວ ບັນລຸເນື້ອທີ່ປົກຫຸ້ມສີຂຽວກວມ 70% ໃນປີ 2020 ເຊິ່ງເທົ່າກັບເນື້ອທີ່ທັງໝົດ 274.400 ເຮັກຕາ (ຖ້າສົມທຽບເນື້ອທີ່ປົກຫຸ້ມສີຂຽວໃນປັດຈຸບັນ 226.441 ເຮັກຕາ) ເທົ່າ ກັບ 57,77% ພວກເຮົາຕ້ອງໄດ້ສູ້ຊົນເພີ່ມອັດຕາຜົກຫຸ້ມພື້ນທີ່ສີຂຽວຕື່ມ 12,23% ເທົ່າກັບເນື້ອທີ່ 47.959 ເຮັກຕາ ເຊິ່ງຕ້ອງໄດ້ສືບຕໍ່ລະດົມພົນລະເມືອງພາຍໃນ ນວ ປູກໄມ້ໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ ບັນລຸໃຫ້ໄດ້ 2 ລ້ານຕົ້ນ ພ້ອມທັງປົກປັກຮັກສາຟື້ນຟູປ່າທໍາມະຊາດ ດັ່ງນັ້ນປີ 2019 ຈະໄດ້ເລັ່ງໃສ່ແຜນວຽກຈຸດສຸມຕົ້ນຕໍ ເຊັ່ນ:ວຽກສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າ ວຽກສໍາຫຼວດ ແລະ ວາງແຜນປ່າໄມ້ ວຽກຄຸ້ມຄອງປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ ວຽກຄຸ້ມຄອງປ່າຜະລິດ ແລະ ຂຸດຄົ້ນໄມ້ ວຽກຄຸ້ມຄອງປ່າສະຫງວນ ປ່າປ້ອງກັນ ແລະ ວຽກກວດກາປ່າໄມ້ ກວດກາສັດນໍ້າ-ສັດປ່າ ແລະ ການປະຕິບັດມາດຕະການຕໍ່ຜູ້ລະເມີດກົດໝາຍ.

ທີ່ມາ: Vientiane Mai

Comments