ສປປ ລາວ ແລະ ສະຫະລັດອາເມລິກາຮ່ວມມືກັນ ຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 2-3 ພຶດສະພາ 2019, ທ່ານ ດຣ. ໂຣເບີດໂພບ, ຫົວໜ້າກົມຮ່ວມມືຫຼຸດຜ່ອນໄພຂົ່ມຂູ່ (CTR), ອົງການຫຼຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA) ຂອງສະຫະລັດ ອາເມລິກາ, ໄດ້ພົບກັບບັນດາຄູ່ຮ່ວມງານພາກລັດຖະບານ ແລະ ຝ່າຍທະຫານ, ກໍຄືບັນດາຜູ້ຕາງໜ້າອົງການອະນາໄມໂລກ (WHO), ເພື່ອທົບທວນຄືນເບິ່ງຜົນໄດ້ຮັບທີ່ດີຂອງໂຄງການຮ່ວມມືຄວາມໝັ້ນຄົງດ້ານສຸຂະພາບ ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ. ທ່ານ ດຣ. ໂພບ ໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການອອກແບບລະບົບຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ ແລະ ຍາວນານຊຶ່ງຈະເປັນການເພີ້ມທະວີເຮັດໃຫ້ການເຝົ້າລະວັງ ແລະ ການປ້ອງກັນພະຍາດຢູ່ ສປປ ລາວ ມີຄວາມເຂັ້ມແຂງ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ຮ່ວມກັບ ທ່ານ ດຣ. ໂພບ ແລະ ຄະນະຜູ້ແທນຂອງສະຫະລັດອາເມລິກາ ພົບປະກັບ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ຄວາມໝັ້ນຄົງດ້ານສຸຂະພາບ. ໃນລະຫວ່າງ ພົບປະຢູ່ທີ່ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ແລະ ທ່ານ ດຣ. ໂພບ ໄດ້ທົບທວນຄືນເຖິງການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເພື່ອເຝິກອົບຮົມເສີມສ້າງຄວາມຄວາມຮູ້ຄວາມສາມາດໃຫ້ນັກສັດຕະວະແພດຂອງ ສປປ ລາວ, ການເຝົ້າລະວັງກ່ຽວກັບພະຍາດສັດ, ຄວາມສໍາຄັນຂອງການປ້ອງກັນສຸຂະພາບຄົນ ແລະ ເສດຖະກິດການກະສິກຳຂອງ ສປປ ລາວ. ທ່ານ ດຣ. ໂພບ ຍັງໄດ້ພົບກັບບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງ ສປປ ລາວ ຊຶ່ງລວມມີ ທ່ານພົນຈັດຕະວາ ບົວສິງ ອິນທະວົງ, ຫົວໜ້າກົມເສນາຮັກ, ເພື່ອປຶກສາຫາລືກ່ຽວກັບວິທີທາງໃນການສ້າງຄວາມສາມາດໃຫ້ກັບຂະແໜງການວຽກງານສາທາຂອງທະຫານ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ກ່າວວ່າ: ສະຫະລັດອາເມລິກາ ແມ່ນຄູ່ຮ່ວມງານທີ່ສຳຄັນສຳລັບ ສປປ ລາວ ເພາະວ່າບັນດານັກຊ່ຽວຊານທາງດ້ານສາທະລະນະສຸກຂອງທັງສອງປະເທດ ໄດ້ປະຕິບັດງານຮ່ວມກັນເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງໃນໄລຍະຍາວ. ທ່ານ ໄດ້ກ່າວອິກວ່າ: ການມາຢ້ຽມຢາມຂອງ ທ່ານ ດຣ. ໂພບ ພ້ອມດ້ວຍທິມງານ, ລວມເຖິງການປະຕິບັດງານຮ່ວມມືກັນ ກັບບັນດາເຈົ້າໜ້າທີ່ທັງຝ່າຍທະຫານ ແລະ ພົນລະເຮືອນ ຢູ່ ສປປ ລາວ, ສະແດງໃຫ້ເຫັນເຖິງການເຄົາລົບຂອງພວກເຮົາຕໍ່ອະທິປະໄຕຂອງ ສປປ ລາວ ເພື່ອຊ່ວຍໃຫ້ປະເທດລາວບັນລຸເປົ້າໝາຍທາງດ້ານວຽກງານສາທາລະນະສຸກ.

ການຮ່ວມມືດັ່ງກ່າວນີ້ໄດ້ຮວບຮວມເອົາກິດຈະກຳທາງດ້ານຂະແໜງສາທາ ສຳລັບການປິ່ນປົວເບິ່ງແຍງສຸຂະພາບຄົນ ແລະ ສັດຂອງຝ່າຍທະຫານ ແລະ ພົນລະເຮືອນເຂົ້າກັນ ເພື່ອນຳເອົາວິທີການແບບຄົບວົງຈອນມາສູ່ຄວາມໝັ້ນຄົງທາງດ້ານສຸຂະພາບຢູ່ໃນ ສປປ ລາວ. ບັນດານັກວິຊາການມືອາຊີບດ້ານສາທາລະນະສຸກຂອງລາວ ທີ່ຜ່ານການເຝິກອົບຮົມຈາກສະຫະລັດອາເມລິກາ ໄດ້ເປັນສ່ວນອັນສຳຄັນໃນການຮັບມືກັບໄພພິບັດນໍ້າຖ້ວມ ທີ່ເກີດຂື້ນຢູ່ແຂວງອັດຕະປື ໃນເດືອນສິງຫາ 2018, ການລະບາດຂອງພະຍາດໄຂ້ຫວັດໃຫຍ່ ໃນບໍ່ໂດນມານີ້, ແລະ ການລະບາດຂອງພະຍາດໝາກແດງທີ່ກຳລັງເກີດຂື້ນໃນທົ່ວປະເທດ. ການເຝົ້າລະວັງຂອງລັດຖະບານລາວ ແລະ ການກວດຫາພະຍາດທີ່ເກີດຂື້ນກັບຄົນ ແລະ ສັດໃນໄລຍະເລີ້ມຕົ້ນນັ້ນ ໄດ້ຊ່ວຍລົດການແພ່ລະບາດຂອງການຕິດເຊື້ອ ແລະ ຈຳກັດຜົນກະທົບດ້ານລົບຕໍ່ສຸຂະພາບ ແລະ ເສດຖະກິດຂອງປະເທດ.

ນອກຈາກການພົບປະກັບເຈົ້າໜ້າທີ່ຝ່າຍລາວແລ້ວ, ທ່ານ ດຣ. ໂພບ ແລະ ຄະນະຜູ້ແທນຂອງສະຫະລັດອາເມລິກາ ຍັງໄດ້ໄປຢ້ຽມຢາມຫ້ອງວິເຄາະ ແລະ ສູນວິໄຈທາງດ້ານການແພດ ເພື່ອຕິດຕາມເບິ່ງ ໂຄງການຝຶກອົບຮົມ ທີ່ລັດຖະບານສະຫະລັດ ອາເມລິກາໃຫ້ການສະໜັບສະໜູນ ສຳລັບນັກວິຊາການດ້ານວຽກງານສາທາທີ່ເປັນມືອາຊີບ ທີ່ໄດ້ເສີມສ້າງຄວາມສາມາດທາງດ້ານການຄົ້ນຄວ້າ ວິໄຈ ຢູ່ໃນ ສປປ ລາວ. ການປະຕິບັດງານຮ່ວມກັນເພື່ອປັບປຸງຄວາມໝັ້ນຄົງດ້ານສຸຂະພາບ ແມ່ນການເສີມສ້າງອະທິປະໄຕຂອງລາວໃຫ້ເຂັ້ມແຂງ ແລະ ປ້ອງກັນໄພຂົ່ມຂູ່ສຸຂະພາບຈາກພາຍນອກ ໃນຂະນະທີ່ປະເທດຊາດສືບຕໍ່ພັດທະນາຢ່າງໄວວາ. ນອກຈາກຄວາມພະຍາຍາມດັ່ງກ່າວເພື່ອຕ້ານແລະສະກັດກັ້ນພະຍາດຕິດຕໍ່ແລ້ວ, ລັດຖະບານສະຫະລັດອາເມລິກາ ຍັງໄດ້ໃຫ້ການສະໜັບສະໜູນໂຄງການດ້ານສຸຂະພາບທີ່ຫລາກຫລາຍ ຢູ່ໃນ ສປປ ລາວ ເພື່ອສົ່ງເສີມວຽກງານໂພຊະນາການ, ນ້ຳສະອາດ, ສຸຂະອານາໄມ ແລະ ວິດຖ່າຍ, ສຸຂະພາບແມ່ແລະເດັກ, ໃຫ້ການຊ່ວຍເຫລືອຄົນພິການ ແລະ ໂຄງການອາຫານໃນໂຮງຮຽນ.

 

Comments