ອຸບັດເຫດລົດໃຫຍ່ຕຳກັນ ສີ່ແຍກມະໂຫສົດ ບາດເຈັບ 1 ຄົນ


ທ່ານ ພັນໂທ ບຸນແອັດ ສຸບົວຈັນ ຮອງພະແນກຕໍາຫລວດຊີ້ນໍາຈະລາຈອນ ເມືອງສີສັດຕະນາກ ໄດ້ໃຫ້ຂໍ້ມູນ ເບື້ອງຕົ້ນກ່ຽວກັບອຸບັດເຫດລົດໃຫຍ່ຕໍາລົດໃຫຍ່ຢູ່ສີ່ແຍກໂຮງຫມໍມະໂຫສົດນີ້ວ່າ:


ເມື່ອເວລາປະມານ 23:40 ໂມງ ຂອງວັນທີ 24 ພຶດສະພາ 2022 ມີເຫດລົດໃຫຍ່ຕໍາລົດໃຫຍ່ຢູ່ສີ່ແຍກໂຮງຫມໍມະໂຫສົດ ເມື່ອເຈົ້າຫນ້າທີ່ລົງ ໄປກວດກາ ເປັນລົດຟໍຈູນເນີ້ທີ່ມຸ່ງຫນ້າມາແຕ່ເສັ້ນທາງໂຮງແຮມດອນຈັນພາເລດ ພໍມາຮອດສີ່ແຍກໂຮງຫມໍ ມະໂຫສົດ ມີລົດກະບະ ມາແຕ່ເສັ້ນທາງໂຮງຫມໍມະໂຫສົດຈະມຸ່ງຫນ້າໄປເສັ້ນທາງແຄມຂອງ ມາຮອດຈຸດສີ່ແຍກ ຕ່າງຝ່າຍຕ່າງບໍ່ຜ່ອນຄວາມໄວຈຶ່ງເຮັດໃຫ້ເກີດອຸບັດເຫດ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ, ສ່ວນລົດ ທັງສອງຄັນແມ່ນເປ່ເພຫລາຍສົມຄວນ.


ຂໍ້ມູນ: ລາວພັດທະນາ

Comments