WhatsApp ເປີດຕັວຟີເຈີໃຫມ່ຊື່ວ່າ “WhatsApp Cloud API” ເອົາໃຈຝັ່ງສາຍທຸລະກິດ

WhatsApp ເປີດຕັວຟີເຈີໃຫມ່ຊື່ວ່າ “WhatsApp Cloud API” ເອົາໃຈຝັ່ງສາຍທຸລະກິດ ທີ່ສາມາດ ສົ່ງ ແລະ ຮັບ ຂໍ້ຄວາມໄດ້ຫຼາຍຍິ່ງຂື້ນ WhatsApp ໄດ້ປ່ອຍແພລດຟອມ Cloud ອອກມາສຳຫຼັບສາຍທຸລະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະຕິດຕໍ່ກັບລູກຄ້າໄດ້ໄວຍິ່ງຂື້ນ.

ເມື່ອວັນທີ 19 ພຶດສະພາ ທີ່ຜ່ານມາ Mark Zuckerberg ປະທານບໍລິຫານ (CEO) ບໍລິສັດ Meta ໄດ້ປະກາດຜ່ານ Facebook ແລະ Instagram ວ່າທາງ WhatsApp ກຳລັງຈະປ່ອຍບໍລິການໃຫມ່ທີ່ມີ ຊື່ວ່າ WhatsApp Cloud API ທີ່ແບບບໍ່ຈຳກັດຂະໜາດຟາຍໄວ້ສຳລັບໃຊ້ເຊິງທຸລະກິດທົ່ວໂລກ ໂດຍ Mark ອະທິບາຍວ່າ WhatsApp Cloud API ຈະຊ່ວຍໃຫ້ນັກທຸລະກິດແລະນັກພັດທະນາສາມາດຕໍ່ຍອດຈາກ WhatsApp ເພື່ອປັບປຸງແລະຕອບສະໜອງລູກຄ້າໄດ້ງ່າຍ ແລະວ່ອງໄວ.

WhatsApp Cloud API ເປັນແພລດຟອມທີ່ຈັບຄູ່ກັບແອັບພລິເຄຊັນ WhatsApp ໂດຍບໍ່ຕ້ອງເສຍຄ່າເຊີບເວີເພີ່ມເຕີມ ແລະຍັງຊ່ວຍໃຫ້ຜູ້ປະກອບການຕິດຕໍ່ກັບລູກຄ້າໄດ້ໄວ ໂດຍສາມາດປັບຂະຫນາດຂໍ້ຄວາມແລະຮັບຮອງການສົ່ງຂໍ້ຄວາມໄດ້ 80 ຂໍ້ຄວາມຕໍ່ວິນາທີ. ການເປີດໂຕຟີເຈີນີ້, WhatsApp ຈະສາມາດຕອບໂຈດໃຫ້ແກ່ຜູ້ປະກອບການໄດ້ຫຼາຍເພີ່ມຂຶ້ນ ໂດຍ Mark ຫວັງວ່າທຸກຄົນຈະມີຄວາມຕື່ນເຕັ້ນກັບ WhatsApp Cloud API ໃນຮູບແບບທຸລະກິດ ເຊັ່ນດຽວກັນກັບລາວໃນຕອນນີ້.

ຂໍ້ມູນ: Mark Zuckerberg

Comments