ກຽມເຊື່ອມຕໍ່ທາງລົດໄຟລາວ-ຈີນ (ວຽງຈັນໃຕ້-ທ່າບົກທ່ານາແລ້ງ) ພາຍໃນເດືອນມິຖຸນາ ປີນີ້

ນັບແຕ່ເປີດບໍລິການຢ່າງເປັນທາງການໃນວັນທີ 4 ທັນວາ 2021 ມາຮອດເດືອນເມສາ 2022, ທ່າບົກທ່ານາແລ້ງຢູ່ນະຄອນຫລວງວຽງຈັນ ໄດ້ບໍລິການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ແລ້ວ 11.000 ຕູ້ ແລະ ພາຍໃນທ້າຍເດືອນມິຖຸນາ ປີນີ້ ຈະເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ. ໃນຈໍານວນສິນຄ້າ 11.000 ຕູ້, 80% ແມ່ນເປັນສິນຄ້າຜ່ານແດນ ເຊີ່ງເປັນສິນຄ້າຈາກ ສປ ຈີນ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ.

ໃນນີ້, ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກໍາ ເປັນຕົ້ນ: ເຄື່ອງອຸປະກອບອີເລັກໂຕຣນິກ, ປຸ໋ຍ, ຊີ້ນສ່ວນປະ ກອບເຄື່ອງໃຊ້ໄຟຟ້າ, ສິນຄ້າຕັດຫຍິບ ແລະ ແຜ່ນແພ. ສ່ວນທີ່ເຫລືອແມ່ນການບໍລິການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ, ໃນນີ້ ສະເພາະສິນຄ້າຈາກລາວສ່ວນໃຫຍ່ແມ່ນສົ່ງອອກແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້ ແລະ ແຮ່ທາດ ອື່ນໆ, ສ່ວນສິນຄ້າຈາກໄທ ສ່ວນໃຫຍ່ແມ່ນການສົ່ງອອກ ເຂົ້າ, ໝາກໄມ້ ແລະ ຢາງພາລາ.

ແຜນການທີ່ກໍານົດໄວ້ ແມ່ນໃຫ້ຈະສໍາເລັດ ແລະ ເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ໃນວັນທີ 26 ມິຖຸນາ ຢ່າງໃດກໍຕາມ, ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງໃນຄັ້ງນີ້ ແມ່ນໃຊ້ສະເພາະຂົນສົ່ງສິນຄ້າເທົ່ານັ້ນ. ດັ່ງນັ້ນເມື່ອການເຊື່ອມທາງລົດໄຟດັ່ງກ່າວສໍາເລັດ ຈະເຮັດໃຫ້ການຂົນສົ່ງສິນຄ້າຜ່ານທ່າບົກທ່ານາງແລ້ງ ຈາກຈີນໄປປະເທດອື່ນ ແລະ ຈາກປະເທດອື່ນໄປຈີນ ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ຂໍ້ມູນ: Lao National Radio

Comments