ຄາດວ່າເສດຖະກິດຂອງອາຊີຕາເວັນອອກສຽງໃຕ້ມີທ່າອ່ຽງຂະຫຍາຍໂຕສູງຂຶ້ນ 5,2% ໃນປີ 2023.

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະໄໝພິເສດປີ 2022 ທີ່ກຳປູເຈຍເປັນ ປະທານ ໄດ້ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ ໂດຍຄາດວ່າ, ຈັງຫວະການ ເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນປີນີ້ຈະບັນລຸເຖິງ 4,9% ແລະປີ 2023 ຈະບັນລຸ 5,2%. ກອງປະຊຸມເຫັນວ່າ: ເສດຖະກິດທົ່ວໂລກໄດ້ປ່ຽນແປງຢ່າງວ່ອງໄວ ເຊິ່ງ ໄດ້ນຳເອົາໂອກາດ ແລະ ສິ່ງທ້າທາຍໃໝ່ມາໃຫ້ແກ່ພາກພື້ນ. ເຕັກນິກດີຈີຕອນ ແລະ ການພັດທະນາແບບຍືນຍົງ ພວມກາຍເປັນພະລັງຂັບເຄື່ອນໃໝ່ສຳລັບການເຕີບໂຕ ຂອງອາຊຽນໃນອະນາຄົດ.

ນອກນີ້, ກອງປະຊຸມໄດ້ເນັ້ນໜັກວ່າ, ອາຊຽນຕ້ອງສືບຕໍ່ ຮັກສາສະຕິລະວັງຕົວ ແລະ ສືບຕໍ່ເລັ່ງຂະບວນການຟື້ນຟູຢ່າງຮອບດ້ານຂອງອາຊຽນ ເພື່ອຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ ແລະ ຮັບປະກັນໃຫ້ເສດຖະກິດອາຊຽນ ສາມາດຟື້ນຟູໄດ້ດີກວ່າເກົ່າ ແລະ ແຂງແຮງກວ່າເກົ່າ.

ຂໍ້ມູນ: ທະນາຄານ ມາຣູຮານ ເຈເເປນ ລາວ

Comments