ຂ່າວ ພາຍໃນປະເທດ

ເຊັນສັນຍາສະໜອງທຶນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ

ເຊັນສັນຍາສະໜອງທຶນໃຫ້ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນວັນທີ 21 ມິຖຸນາ 2022 ພິທີເຊັນສັນຍາສະໜອງທຶນລະຫວ່າງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ)ໃນ 03 ບ້ວງທຶນ 1. ບ້ວງເງິນກໍ່ຕັ້ງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ທີ່ໄດ້ຮ່ວມມືກັບ ທະນາຄານພັດທະນາລາວ ຊຶ່ງການເຊັນສັນຍາຄັ້ງນີ້ ແມ່ນເປັນການສືບຕໍ່ໃຫ້ທະນາຄານນໍາໃຊ້ທຶນ ຈຳນວນ 16 ຕື້ກີບ ນໍາໄປປ່ອຍກູ້ໃຫ້ ຈວນກ. 2. ບ້ວງເງິນສະສົມ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຈໍານວນ 4,2 ຕື້ກີບ ຊຶ່ງເປັນການເພີ່ມທຶນໃຫ້ 4 ສະຖາບັນການເງິນ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄຳ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ແລະ ...

Read More »

ລັດຖະບານກຽມເປີດແອລຊີມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອສະໜອງນໍ້າມັນໃຫ້ພໍ

ລັດຖະບານ ໄດ້ກະກຽມອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະຫນອງນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. (ກ່າວໂດຍ ທ່ານ ນາງ ຈັນສຸກ ແສງພະ ຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ) ສໍາລັບການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ, ລັດຖະບານ ໄດ້ມີນະໂຍບາຍຫຼຸດອາກອນຊົມໃຊ້ ລົງ 02 ຄັ້ງ. ເພື່ອຫຼຸດຜ່ອນລາຄານໍ້າມັນເຊື້ອໄຟຊ່ວຍປະຊາຊົນບັນເຜົ່າ, ຄະນະ 36/ນຍ ຍັງມີທິດຊີ້ນໍາໃຫ້ ມີການຊ່ວຍໜູນ ໂດຍການກໍານົດອັດຕາແລກປ່ຽນແບບເດັດຖານ. ຕໍ່ໍບັນຫາດັ່ງກ່າວ ຂັ້ນເທິງໄດ້ມີທິດຊີ້ນຳໃຫ້ບັນດາບໍລິສັດນໍາເຂົ້ານ້ຳມັນເຊື້ອໄຟພາຍໃນປະເທດປຶກສາຫາລືຮ່ວມກັນ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟຈາກຫຼາຍແຫຼ່ງ ຫຼືຈາກປະເທດຜູ້ຜະລິດທີ່ມີລາຄາຖືກກວ່າເພື່ອເປັນອີກທາງເລືອກໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ພວມຂຸ້ນຂ້ຽວຮ່ວມກັບບັນດາບໍລິສັດປະສານພົວພັນຕິດຕໍ່ຫຼາຍແຫຼ່ງ ແລະ ຄິດວ່າຈະມີຄວາມຄືບໜ້າໃນໄວໆນີ້. ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ, ປະສົມນໍ້າມັນເຊື້ອໄຟພາຍໃນປະເທດ ເຊັ່ນ: ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ໂດຍຄາດວ່າຈະມີກຳລັງການຜະລິດລວມເບື້ອງຕົ້ນເປັນນໍ້າມັນແອັດຊັງ 65 ລ້ານລິດ/ປີ, ນໍ້າມັນກາຊວນ 150 ...

Read More »

ລາວ ຈະສົ່ງຂາຍພະລັງງານໄຟຟ້າ ໃຫ້ກຳປູເຈຍ ກວ່າ 6.000 MW ພາຍໃນປີ 2030

ອົງກອບການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ກັບຣາຊະອານາຈັກ ກຳປູເຈຍ ກໍານົດໄວ້ວ່າ: ພາຍໃນປີ 2030 ສປປ ລາວ ຈະສົ່ງຂາຍພະລັງງານໄຟຟ້າໄປ ປະເທດກຳປູເຈຍ ໃຫ້ໄດ້ຫລາຍກວ່າ 6.000 MW; ປັດຈຸບັນ ສາມາດສົ່ງໄຟໄປແລ້ວ ຈຳນວນ 445 MW. ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 2022 ນີ້ວ່າ: ນອກຈາກສົ່ງໄປປະເທດ ກຳປູເຈຍແລ້ວ, ຍັງໄດ້ສົ່ງໄຟຟ້າ ຈຳນວນ 5 MW ໄປ ປະເທດມຽນມາ ແລະ ຈະສົ່ງໄປອີກຕື່ມປະມານ 30-35 MW ພາຍໃນປີ 2022 ນີ້ ລວມທັງການສົ່ງໄຟ ໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານໃນລະບົບແຮງດັນ 115 kV ແລະ ...

Read More »

ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຄົນໃໝ່!

ເປີດປະຫວັດການເຮັດວຽກຂອງ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຄົນໃໝ່! 07.1991 – 10.1993 : ອາຈານສອນທີ່ມະຫາວິທະຍາໄລແຫ່ງຊາດລາວ (ຄະນິດສາດ ແລະ ຟີຊິກສາດ) 07.1993 – 10.1996 : ພະນັກງານຄັງເງິນແຫ່ງຊາດ, ກະຊວງການເງິນ 10.1996 – 08.1998 : ຮອງຫົວຫນ້າ ພະແນກບັນຊີທົ່ວໄປ, ຄັງເງິນແຫ່ງຊາດ, ກະຊວງການເງິນ, ນະຄອນຫຼວງວຽງຈັນ, ສປປລາວ 05.2005 – 03.2007: ຫົວຫນ້າ ພະແນກນະໂຍບາຍການເງິນ ແລະ ເສດຖະກິດ, ພະແນກນະໂຍບາຍການເງິນ, ກະຊວງການເງິນ. 04.2007 – 11.2010 ຮອງຫົວຫນ້າກົມການເງິນພາຍນອn, ກະຊວງການເງິນ. 11.2010 – 12.2012 ອໍານວຍການຝ່າຍບໍລິຫານ, ຄະນະກໍາມະການທະນາຄານ ພັດທະນາອາຊີ – ສໍາລັບສປປ ລາວ, ອັຟການິສະຖານ, ບັງກະລາເທດ, ບູຖານ, ອິນເດຍ, ...

Read More »

ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຄົນໃໝ່

ສະພາແຫ່ງຊາດໄດ້ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ປະທານອົງການກອບສອບແຫ່ງລັດ ມາເປັນ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ຄົນໃໝ່) ໃນວັນທີ 20 ມິຖຸນາ 2022. ສ່ວນ ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ຄົນເກົ່າ) ແມ່ນໄດ້ແຕ່ງຕັ້ງເປັນ ລັດຖະມົນຕີປະຈໍາ ສຳນັກງານນາຍົກ. ຕໍາແໜ່ງທີ່ຜ່ານມາ ແລະປັດຈຸບັນ ຂອງ ທ່ານ ມະໄລທອງ ກົມມະສິດ: ຮອງລັດຖະມົນຕີ ຮອງຫົວໜ້າຮອງວ່າການສຳນັກງານນາຍົກລັດຖະມົນຕີ ກຳມະການປະຈຳແຂວງຈຳປາສັກ ອະດີດຮອງເຈົ້າແຂວງຈຳປາສັກ ປະທານອົງການກວດສອບແຫ່ງລັດ (ປີ 2021) ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (20 ມິຖຸນາ 2022)

Read More »

ແຕ່ງຕັ້ງຮອງນາຍົກໃໝ່ ປ່ຽນສະມາຊິກລັດຖະບານຫຼາຍຕຳແໜ່ງ

1 ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີ ກະຊວງ ປກສ. 2 ທ່ານ ສະເຫລີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີກະຊວງການຕ່າງປະເທດ. ແຕ່ງຕັ້ງ ແລະ ຍົກຍ້າຍຕຳແໜ່ງສະມາຊິກລັດຖະບານ 1 ຍົກຍ້າຍ ແລະແຕ່ງຕັ້ງ ທ່ານ ປອ. ສົມແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ເປັນ ລັດຖະມົນຕີປະຈໍາ ສຳນັກງານນາຍົກລັດຖະມົນຕີ. 2. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານກາງ ໄປເປັນ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ. 3. ທ່ານ ມະໄລທອງ ກົມມະສິດ ເປັນ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ 4. ທ່ານ ປອ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ກອງປະຊຸມສະໄມສາມັນເທື່ອທີ 3 ຊຸດທີ ...

Read More »

ຄາດວ່າແຮງງານລາວຈະສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ

ແຮງງານລາວ ເກືອບເຄິ່ງເຮັດວຽກຢູ່ພາຍໃນ ແຕ່ຫຼາຍກວ່າເຄິ່ງຢູ່ຕ່າງປະເທດ ແລະ ຄາດວ່າຈະສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ (ໃນຈຳນວນ 27.163 ຄົນ ທີ່ໄດ້ວຽກ ໄລຍະ 6 ເດືອນຜ່ານມາ) ທ້າຍປີ 2021 ອັດຕາການວ່າງງານ 5 ແສນຄົນ ຕໍ່ບັນຫານີ້ ພາກສ່ວນທີ່ກ່ຽວຂ້ອງສະເພາະແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຂຸ້ນຂ້ຽວແກ້ໄຂ ເຮັດໃຫ້ແຮງງານລາວໄດ້ມີວຽກເຮັດລວມທັງໝົດ 27.163 ຄົນ (ໃນ 6 ເດືອນຜ່ານມາ) ໃນນັ້ນ, ເກືອບເຄິ່ງໜຶ່ງແມ່ນເຮັດວຽກຢູ່ພາຍໃນປະເທດ ແລະ ຫຼາຍກວ່າເຄິ່ງໜຶ່ງໄດ້ວຽກເຮັດຢູ່ຕ່າງປະເທດ. ຕະຫຼາດແຮງງານຢູ່ຕ່າງປະເທດຖືເປັນທາງອອກໜຶ່ງ ໃຫ້ແກ່ແຮງງານລາວເຮົາ ນອກຈາກຈະເປັນວິທີການໜຶ່ງໃນການອອກໄປເກັບກ່ຽວປະສົບການ, ສ້າງທັດສະນະຄະຕິທີ່ດີໃນການເຮັດວຽກໃນສາຂາອາຊີບຕ່າງໆແລ້ວ ຍັງເປັນການສ້າງລາຍຮັບໃຫ້ແກ່ແຮງງານເອງ ແລະ ປະເທດຊາດໄດ້. ຕາມການຄາດຄະເນ ສະເລ່ຍແລ້ວແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງຢູ່ປະເທດໄທ, ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ. (ກ່າວໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ). ຂໍ້ມູນ: ຮສສ #TargetMagazine ...

Read More »

ທະນາຄານແຫ່ງ ສປປ ລາວ ກະກຽມອອກພັນທະບັດ ດອກເບ້ຍ 20%/ປີ ມູນຄ່າ 5 ພັນຕື້ກີບ

ທະນາຄານແຫ່ງ ສປປ ລາວ ກະກຽມອອກພັນທະບັດ ດອກເບ້ຍ 20%/ປີ ມູນຄ່າ 5 ພັນຕື້ກີບ ຈຳໜ່າຍແກ່ບຸກຄົນທົ່ວໄປແລະນິຕິບຸກຄົນທີ່ບໍ່ແມ່ນສະຖາບັນການເງິນ. ອີງຕາມຂໍ້ຕົກລົງວ່າດ້ວຍການຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະບັບເລກທີ 409/ທຫລ, ລົງວັນທີ 07 ມີຖຸນາ 2022. ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບກ່ຽວກັບ ການອອກຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ງວດທີ 1 ມູນຄ່າ 5,000,000,000,000 ກີບ (ຫ້າພັນຕື້ກີບ) ອາຍຸພັນທະບັດ 6 ເດືອນ ແລະ ເປັນພັນທະບັດທີ່ບໍ່ສາມາດປ່ຽນມືໄດ້ ອັດຕາດອກເບ້ຍ 20%ຕໍ່ປີ (ຊຳລະດອກເບ້ຍຄັ້ງດຽວ ເມື່ອຄົບກຳນົດໄຖ່ຖອນພັນທະບັດ) ເລີ່ມອອກຈຳໜ່າຍແຕ່ກາງເດືອນມິຖຸນາ 2022 ເປັນຕົ້ນໄປ. ເປັນພັນທະບັດຮູບແບບບໍ່ມີໃບພັນທະບັດເປັນເຈ້ຍ (Scripless) ແຕ່ມີການອອກໃບຢັ້ງຢືນການຖືຄອງພັນທະບັດໃຫ້ແກ່ເຈົ້າຂອງພັນທະບັດ ພັນທະບັດທີ່ຈະອອກຈຳໜ່າຍນີ້ສາມາດຖືຄອງໄດ້ໂດຍບຸກຄົນ ແລະ ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກເງິນສຳລັບທະນາຄານທີ່ມີຄວາມສົນໃຈເປັນຕົວແທນໃນການຈໍາໜ່າຍພັນທະບັດ ທະນາຄານແຫ່ງ ສປປ ລາວ ໃນຄັ້ງນີ້ ...

Read More »

ອີກໜຶ່ງບາດກ້າວ! ສົ່ງເຂົ້າໜຽວລາວ ໄປຈີນ100 ໂຕນ ໂດຍຜ່ານເສັ້ນທາງລົດໄຟ

ບໍລິສັດ IDP ຂົນສົ່ງເຂົ້າໜຽວລາວ ລ໋ອດທໍາອິດ ໄປຂາຍ ຢູ່ ສປ ຈີນ ໄດ້ສໍາເລັດ ໃນຈໍານວນ 100 ໂຕນ ໂດຍຜ່ານເສັ້ນທາງລົດໄຟ ລາວຈີນ, ໂດຍກ່ອນໜ້ານີ້ ບໍລິສັດດັ່ງກ່າວ ກໍ່ໄດ້ສົ່ງເຂົ້າໜຽວ ໄປຂາຍ ໂດຍນໍາໃຊ້ ທ່າເຮືອຢູ່ ປະເທດໄທ ແລະ ຫວຽດນາມ. ການຂົນສົ່ງຜ່ານທາງລົດໄຟ ແມ່ນສາມາດຫຼຸດຜ່ອນຕົ້ນທຶນ ໃນການຂົນສົ່ງ ທຽບໃສ່ການຂົນສົ່ງທາງທະເລ.ບໍລິສັດ IDP ລົງທຶນໃນຂະແຫນງການປູກເຂົ້າ ຢູ່ ສປປ ລາວ ມາແຕ່ປີ 2015 ຄາດວ່າ ຈະກາຍເປັນຕະຫຼາດສົ່ງອອກເຂົ້າ ລາຍໃຫຍ່ສຸດ ຂອງ ສປປ ລາວ. ແລະ IDP ຍັງສົ່ງເສີມການປູກເຂົ້າອິນຊີ ໃຫ້ກັບ 1.500 ຄອບຄົວ ຢູ່ລາວ ໃນເນື້ອທີ່ລວມ 5.000 ເຮັກຕາ. ຂໍ້ມູນ: ວຽງຈັນທາຍ

Read More »

5 ເດືອນຕົ້ນປີ ກຳປູເຈຍ ສົ່ງອອກ “ເຂົ້າ” ເພີ່ມຂຶ້ນ 22% ຜູ້ຊື້ລາຍໃຫຍ່ແມ່ນຈີນ ແລະ ເອີຣົບ

ສະຫະພັນ​ເຂົ້າ ກຳປູ​ເຈຍ(CRF) ​ເປີດ​ເຜີຍ​ວ່າ: ກຳປູ​ເຈຍ ສົ່ງ​ອອກ​ເຂົ້າ​ ໄປ​​ຈີນ 149.447​ໂຕນ ​ໃນ​ໄລຍະ 5​ເດືອນ ທຳ​ອິດ ​ຂອງ​ປີ​ນີ້ ​ເພີ່ມ​ຂຶ້ນ 23,6%ຈາກ​ໄລຍະ​ ດຽວ​ກັນ​ ໃນ​ປີ​ກາຍ.ຈີນ ຍັງຄົງ​ເປັນ​ ຜູ້​ຊື້ເຂົ້າ ແຫ່ງໃຫຍ່ ທີ່ສຸດ ຂອງກຳປູເຈຍ ກວມເອົາ 53,6% ຂອງປະລິມານ ສົ່ງອອກເຂົ້າ ທັງໝົດ ຂອງປະເທດ. ໃນໄລຍະ ເດືອນມັງກອນ ຫາເດືອນ ພຶດສະພານີ້ ຮອງມາແມ່ນສະຫະພາບ ເອີຮົບ(EU) ທີ່​ຊື້​ເຂົ້າ ຈາກ​ກຳປູ​ເຈຍ 88.167​ໂຕນ ​ເພີ່ມ​ຂຶ້ນ 49% ກວມ​ເອົາ31%. ປັດຈຸບັນ ກຳປູ​ເຈຍ ສົ່ງ​ອອກ​ເຂົ້າ ທຸກ​ຊະນິດສູ່​ຕະຫລາດຕ່າງປະ​ເທດ​ຜ່ານ ບໍລິສັດ 53​ແຫ່ງ ​ໃນ​ໄລຍະ ​ເວລາ ​ດັ່ງກ່າວ ຄິດ​ເປັນປະລິມານ 283.675​ໂຕນ ​ເພີ່ມ​ຂຶ້ນ​ເກືອບ 22% ສ້າງ​ລາຍ​ໄດ້​ ລວມທັງ​ໝົດ 173 ລ້ານ​ກວ່າ​ ໂດ​ລາ ​ສະຫະລັດ. ຂໍ້ມູນ: ຂປລ

Read More »