ທະນາຄານໂລກ ອະນຸມັດທຶນ132 ລ້ານ USD ພັດທະນາຕາມແລວທາງ ເສດຖະກິດໃໝ່ ເພື່ອຍົກລະດັບການຂົນສົ່ງ-ການຄ້າ

ອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ຄະນະຜູ້ບໍລິຫານຂອງ ທະນາຄານໂລກ ໄດ້ອະນຸມັດງົບປະມານ 132 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ແລະ ການເຊື່ອມຈອດ-ເຊື່ອມໂຍງ ເພື່ອແນໃສ່ປັບປຸງການຂົນສົ່ງທີ່ມີຄວາມຄົງທົນ ຕໍ່ກັບສະພາບດິນຟ້າອາກາດ ແລະ ປັບປຸງການຄ້າ ໃນຂົງເຂດພາກພື້ນ ຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ສປປ ລາວ.

ໂຄງການດັ່ງກ່າວ ຈະປະກອບສ່ວນເຂົ້າໃນການຈັດຕັ້ງແຜນແມ່ບົດ ໃນການເຊື່ອມຈອດ-ເຊື່ອມໂຍງຂອງອາຊຽນ ດ້ວຍການຍົກລະດັບເສັ້ນທາງເລກ 2 (NR2) ໃຫ້ໄດ້ມາດຕະຖານຂອງເສັ້ນທາງຫລວງອາຊີ. ເສັ້ນທາງດັ່ງກ່າວນີ້ຍັງໄດ້ຕັດຜ່ານ ເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ແຂວງອຸດົມໄຊ ເຊິ່ງເປັນການສ້າງໂອກາດ ໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງ ຈີນ, ລາວ, ໄທ ແລະ ຫວຽດນາມ.

ເປົ້າໝາຍອີກຢ່າງໜຶ່ງຂອງໂຄງການ ແນໃສ່ສົ່ງເສີມຄວາມສາມາດ ຂອງຜູ້ຜະລິດກະສິກຳຂະໜາດນ້ອຍ ເພື່ອໃຫ້ສາມາດຜະລິດສິນຄ້າໄດ້ຫລາຍຂຶ້ນ ແລະ ສາມາດຊື້-ຂາຍຜ່ານເຄືອຄ່າຍການຂົນສົ່ງແຫ່ງໃໝ່ນີ້ ເຊິ່ງມັນຈະເປັນການນຳໃຊ້ປະໂຫຍດສູງສຸດ ຈາກການເຊື່ອມໂຍງໃນພາກພື້ນໄດ້.

ທ່ານ ອາເລັກສ໌ ເຄຣມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງ ການແລວທາງເສດຖະກິດໃໝ່ນີ້ ບໍ່ພຽງແຕ່ຈະຊ່ວຍໃນການຍົກລະດັບເສັ້ນທາງ ໃນຂົງເຂດພາກພື້ນເທົ່ານັ້ນ, ແຕ່ຍັງຈະຊ່ວຍເຫລືອປະຊາຊົນ ໃນການຜະລິດສິນຄ້າ ແລະ ການເຂົ້າເຖິງຕະຫລາດໄດ້ກວ້າງຂຶ້ນ. ພ້ອມກັນນີ້, ໂຄງການດັ່ງກ່າວ ຍັງຈະຊ່ວຍການພັດທະນາສິ່ງອຳນວຍຄວາມສະດວກ ທາງດ້ານໂລຈິດສຕິກ ເຊັ່ນ: ທ່າບົກ, ຕະຫລາດຊື້-ຂາຍສິນຄ້າ, ສາງສິນຄ້າ ແລະ ສູນລວມສິນຄ້າ ຂອງຊາວກະສິກອນ ເພື່ອສົ່ງອອກສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ.

ແຫລ່ງຂ່າວ: ທະນາຄານໂລກ

Comments