ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ

ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ ເປັນສັນຍານດີສຳລັບອຸດສະຫະກຳການເດີນທາງ.

ສະຖາບັນເສດຖະກິດ ມາສເຕີກາດ ໄດ້ເຜິຍແຜ່ບົດລາຍງານການທ່ອງທ່ຽວ 2022 ດ້ານທ່າອ່ຽງ ແລະ ການຫັນປ່ຽນ (Travel 2022: Trends & Transitions) ໂດຍລະບຸວ່າ ຫຼັງຈາກການວິເຄາະຕະຫຼາດ 37 ແຫ່ງທົ່ວໂລກພົບວ່າ ໃນທ້າຍເດືອນມີນາ 2022 ການເດີນທາງຂ້າມປະເທດເພີ່ມຂຶ້ນລະດັບດຽວກັບໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງເປັນຈຸດໝາຍສຳຄັນສຳລັບອຸດສາຫະກຳການເດີນທາງ. ຖ້ຽວບິນເພື່ອການພັກຜ່ອນ ແລະ ເພື່ອທຸລະກິດ ເພີ່ມຂຶ້ນສູງສຸດນັບຕັ້ງແຕ່ປີ 2019 ຊຶ່ງຖືວ່າເປັນການເພີ່ມຂຶ້ນຄັ້ງທຳອິດຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ ເດວິດ ແມນ ຫົວໜ້ານັກເສດຖະສາດຝ່າຍກິດຈະການອາຊີ-ປາຊີຟິກ, ຕາເວັນອອກກາງ ແລະ ອາຟຣິກາໃຕ້ຂອງສະຖາບັນເສດຖະກິດ ມາສເຕີກາດ ກ່າວວ່າ ອຸດສາຫະກຳການເດີນທາງມີທ່າອ່ຽງຟື້ນໂຕ ບົດລາຍງານຂອງ ມາສເຕີກາດ ລະບຸວ່າ ການຈອງຖ້ຽວບິນທົ່ວໂລກເພື່ອການພັກຜ່ອນນັ້ນເພີ່ມຂຶ້ນ 25% ໃນເດືອນເມສາ ສູງກວ່າໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ແຮງໜູນມາຈາກຖ້ຽວບິນໄລຍະໃກ້ ແລະ ໄລຍະກາງ ຊຶ່ງປັບໂຕສູງຂຶ້ນກວ່າໃນໄລຍະດຽວກັນຂອງປີ 2019. ນອກຈາກນີ້, ຈຳນວນການຈອງຖ້ຽວບິນທຸລະກິດກໍປັບໂຕຂຶ້ນເຊັ່ນດຽວກັນ ໂດຍໃນທ້າຍເດືອນມີນາ 2022 ຈຳນວນການຈອງຖ້ຽວບິນທຸລະກິດເພີ່ມຂຶ້ນສູງກວ່າລະດັບໃນປີ 2019 ເປັນຄັ້ງທຳອິດນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19.

ຂໍ້ມູນ: ປະຊາຊົນ

Comments