ກະຊວງພາຍໃນ ຮ່ວມກັບ 4 ທະນາຄານ ເຂົ້າຮ່ວມໂຄງການອອກບັດພະນັກງານ-ລັດຖະກອນ


ກະຊວງພາຍໃນ ຮ່ວມກັບ 4 ທະນາຄານທຸລະກິດຄື:

1. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ

2. ທະນາຄານພັດທະນາລາວ ຈຳກັດ

3. ທະນາຄານສົ່ງເສີມກະສິກຳ

4. ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ


ເຊັນສັນຍາອອກບັດພະນັກງານ-ລັດຖະກອນ ຢູ່ ສປປ ລາວ ໃນວັນທີ 24 ມິຖຸນາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການອອກບັດໃຫ້ພະນັກງານ-ລັດຖະກອນທົ່ວປະເທດ ສໍາເລັດຕາມແຜນການທີ່ກໍານົດໄວ້ ທັງເປັນການອໍານວຍຄວາມສະດວກ ໃນການນໍາໃຊ້ບັດຂອງພະນັກງານທັງສູນກາງ ແລະ ທ້ອງຖິ່ນ.


ຜ່ານມາ ໄດ້ມີການເຮັດທົດລອງຈັດຕັ້ງປະຕິບັດ ອອກບັດໃຫ້ແກ່ພະນັກ ງານ-ລັດຖະກອນ ຢູ່ກະຊວງພາຍໃນ ໂດຍແມ່ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ(ທຄຕລ) ເປັນຜູ້ພິມບັດຕາມການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນພະນັກງານ-ລັດຖະກອນ ຈາກກະຊວງພາຍໃນ, ຈາກນັ້ນ ກໍໄດ້ສືບຕໍ່ອອກບັດໃຫ້ບັນດາກະຊວງ-ອົງການ ຂັ້ນສູນກາງ ເລີ່ມແຕ່ປີ 2017 ມາຮອດປີ 2020 ສຳເລັດ 46 ພາກສ່ວນ ປະມານ 13.550 ບັດ ກວມ 66% ຂອງຈຳນວນພະນັກງານ-ລັດຖະກອນຢູ່ຂັ້ນສູນກາງ(ຕາມສະຖິຕິລັດຖະກອນປີ 2020), ຂັ້ນແຂວງສຳ ເລັດແລ້ວ 9 ແຂວງ, ລວມທັງໝົດປະມານ 9.554 ບັດ ກວມ 29% ຂອງຈຳນວນພະນັກ ງານ-ລັດຖະກອນຢູ່ຂັ້ນແຂວງ (ອີງຕາມສະຖິຕິລັດຖະກອນປີ 2021)

ຂ່າວ-ພາບ: ວຽງຈັນໃໝ່

Comments