ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຄົນໃໝ່

ສະພາແຫ່ງຊາດໄດ້ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ປະທານອົງການກອບສອບແຫ່ງລັດ ມາເປັນ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ຄົນໃໝ່) ໃນວັນທີ 20 ມິຖຸນາ 2022.

ສ່ວນ ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ຄົນເກົ່າ) ແມ່ນໄດ້ແຕ່ງຕັ້ງເປັນ ລັດຖະມົນຕີປະຈໍາ ສຳນັກງານນາຍົກ.

ຕໍາແໜ່ງທີ່ຜ່ານມາ ແລະປັດຈຸບັນ ຂອງ ທ່ານ ມະໄລທອງ ກົມມະສິດ:

ຮອງລັດຖະມົນຕີ

ຮອງຫົວໜ້າຮອງວ່າການສຳນັກງານນາຍົກລັດຖະມົນຕີ

ກຳມະການປະຈຳແຂວງຈຳປາສັກ

ອະດີດຮອງເຈົ້າແຂວງຈຳປາສັກ

ປະທານອົງການກວດສອບແຫ່ງລັດ (ປີ 2021)

ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (20 ມິຖຸນາ 2022)

Comments