ແຕ່ງຕັ້ງຮອງນາຍົກໃໝ່ ປ່ຽນສະມາຊິກລັດຖະບານຫຼາຍຕຳແໜ່ງ

1 ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີ ກະຊວງ ປກສ.

2 ທ່ານ ສະເຫລີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີກະຊວງການຕ່າງປະເທດ.

ແຕ່ງຕັ້ງ ແລະ ຍົກຍ້າຍຕຳແໜ່ງສະມາຊິກລັດຖະບານ

1 ຍົກຍ້າຍ ແລະແຕ່ງຕັ້ງ ທ່ານ ປອ. ສົມແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ເປັນ ລັດຖະມົນຕີປະຈໍາ ສຳນັກງານນາຍົກລັດຖະມົນຕີ.

2. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານກາງ ໄປເປັນ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ.

3. ທ່ານ ມະໄລທອງ ກົມມະສິດ ເປັນ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ

4. ທ່ານ ປອ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

ກອງປະຊຸມສະໄມສາມັນເທື່ອທີ 3 ຊຸດທີ IX ປະຈຳວັນທີ 20 ມິຖຸນາ 2022

Comments