ຄາດວ່າແຮງງານລາວຈະສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ

ແຮງງານລາວ ເກືອບເຄິ່ງເຮັດວຽກຢູ່ພາຍໃນ ແຕ່ຫຼາຍກວ່າເຄິ່ງຢູ່ຕ່າງປະເທດ ແລະ ຄາດວ່າຈະສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ (ໃນຈຳນວນ 27.163 ຄົນ ທີ່ໄດ້ວຽກ ໄລຍະ 6 ເດືອນຜ່ານມາ)


ທ້າຍປີ 2021 ອັດຕາການວ່າງງານ 5 ແສນຄົນ ຕໍ່ບັນຫານີ້ ພາກສ່ວນທີ່ກ່ຽວຂ້ອງສະເພາະແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຂຸ້ນຂ້ຽວແກ້ໄຂ ເຮັດໃຫ້ແຮງງານລາວໄດ້ມີວຽກເຮັດລວມທັງໝົດ 27.163 ຄົນ (ໃນ 6 ເດືອນຜ່ານມາ)


ໃນນັ້ນ, ເກືອບເຄິ່ງໜຶ່ງແມ່ນເຮັດວຽກຢູ່ພາຍໃນປະເທດ ແລະ ຫຼາຍກວ່າເຄິ່ງໜຶ່ງໄດ້ວຽກເຮັດຢູ່ຕ່າງປະເທດ. ຕະຫຼາດແຮງງານຢູ່ຕ່າງປະເທດຖືເປັນທາງອອກໜຶ່ງ ໃຫ້ແກ່ແຮງງານລາວເຮົາ ນອກຈາກຈະເປັນວິທີການໜຶ່ງໃນການອອກໄປເກັບກ່ຽວປະສົບການ, ສ້າງທັດສະນະຄະຕິທີ່ດີໃນການເຮັດວຽກໃນສາຂາອາຊີບຕ່າງໆແລ້ວ ຍັງເປັນການສ້າງລາຍຮັບໃຫ້ແກ່ແຮງງານເອງ ແລະ ປະເທດຊາດໄດ້.

ຕາມການຄາດຄະເນ ສະເລ່ຍແລ້ວແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງຢູ່ປະເທດໄທ, ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ. (ກ່າວໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ).


ຂໍ້ມູນ: ຮສສ

#TargetMagazine #laonews #Laos #supportlaos #laomagazine #onlinemagazine #ວາລະສານທາເກັດ #ຂ່າວລາວ #ລາວ #ຂ່າວດ່ວນ #ຂ່າວເສດຖະກິດ #ຂ່າວສັງຄົມ #ຂ່າວທຸລະກິດ #ອັບເດດຂ່າວ #targetglobal #globalnews #drpickkeobandith #newslaos #phongsalynews #luangnamthanews #oudomxaynews #xayaburynews #vientianenews #viengchanenews #luangprabangnews #bokeonews ສາມາດເຂົ້າໄປເບິ່ງຂ່າວອື່ນໆທີ່ທ່ານບໍ່ຄວນພາດໄດ້ທີ່ http://www.targetlaos.com/

Comments