ລັດຖະບານກຽມເປີດແອລຊີມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອສະໜອງນໍ້າມັນໃຫ້ພໍ

ລັດຖະບານ ໄດ້ກະກຽມອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະຫນອງນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. (ກ່າວໂດຍ ທ່ານ ນາງ ຈັນສຸກ ແສງພະ ຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ)


ສໍາລັບການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ, ລັດຖະບານ ໄດ້ມີນະໂຍບາຍຫຼຸດອາກອນຊົມໃຊ້ ລົງ 02 ຄັ້ງ. ເພື່ອຫຼຸດຜ່ອນລາຄານໍ້າມັນເຊື້ອໄຟຊ່ວຍປະຊາຊົນບັນເຜົ່າ, ຄະນະ 36/ນຍ ຍັງມີທິດຊີ້ນໍາໃຫ້ ມີການຊ່ວຍໜູນ ໂດຍການກໍານົດອັດຕາແລກປ່ຽນແບບເດັດຖານ.


ຕໍ່ໍບັນຫາດັ່ງກ່າວ ຂັ້ນເທິງໄດ້ມີທິດຊີ້ນຳໃຫ້ບັນດາບໍລິສັດນໍາເຂົ້ານ້ຳມັນເຊື້ອໄຟພາຍໃນປະເທດປຶກສາຫາລືຮ່ວມກັນ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟຈາກຫຼາຍແຫຼ່ງ ຫຼືຈາກປະເທດຜູ້ຜະລິດທີ່ມີລາຄາຖືກກວ່າເພື່ອເປັນອີກທາງເລືອກໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ພວມຂຸ້ນຂ້ຽວຮ່ວມກັບບັນດາບໍລິສັດປະສານພົວພັນຕິດຕໍ່ຫຼາຍແຫຼ່ງ ແລະ ຄິດວ່າຈະມີຄວາມຄືບໜ້າໃນໄວໆນີ້.


ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ, ປະສົມນໍ້າມັນເຊື້ອໄຟພາຍໃນປະເທດ ເຊັ່ນ: ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ໂດຍຄາດວ່າຈະມີກຳລັງການຜະລິດລວມເບື້ອງຕົ້ນເປັນນໍ້າມັນແອັດຊັງ 65 ລ້ານລິດ/ປີ, ນໍ້າມັນກາຊວນ 150 ລ້ານລິດ/ປີ ແລະ ນໍ້າມັນກາຊວນຊີວະພາບ 4 ລ້ານລິດ/ປີ.

ຂໍ້ມູນ: Lao National Radio

Comments