ລັດຖະບານກວດພົບນໍ້າມັນ 700 ລ້ານລິດ/ປີ ນໍາເຂົ້າບໍ່ແຈ້ງເສຍພາສີ

ການນໍາເຂົ້ານໍ້າມັນເຊື້ອໄຟຕາມການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງພົບວ່າທົ່ວປະເທດລາວໄດ້ມີການນໍາເຂົ້າປະມານ 1.200 ລ້ານລິດຕໍ່ປີ, ແຕ່ຜ່ານການກວດສອບຕົວຈິງໂດຍການເກັບກໍາ ຂໍ້ມູນຈາກປະເທດທີ່ລາວເຮົາໄດ້ນໍາເຂົ້ານໍ້າມັນຈາກ ສສ ຫວຽດນາມ ແລະ ປະເທດໄທ ຫຼື ຜ່ານປະເທດດັ່ງກ່າວພົບວ່າມີຈໍານວນ 1.900 ລ້ານລິດ/ປີ, ນັ້ນໝາຍຄວາມວ່າ 700 ລ້ານລິດນັ້ນສາມາດເວົ້າໄດ້ວ່າແມ່ນການລັກລອບນໍາເຂົ້າຍ້ອນວ່າບໍ່ໄດ້ເສຍພາສີອາກອນ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ພັນຄໍາ ໄດ້ຊີ້ແຈງວ່າ: ນໍ້າມັນເຊື້ອໄຟ 700 ລ້ານລິດ ທີ່ບໍ່ມີການລາຍງານຕົວເລກໃຫ້ລັດຖະບານຮັບຮູ້ນັ້ນ ກໍໝາຍຄວາມວ່າມີເຈົ້າໜ້າທີ່ກ່ຽວຂ້ອງຂອງລັດຈໍານວນໜຶ່ງໄດ້ຮ່ວມກັບບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທີ່ສວຍໂອກາດຫາຜົນປະໂຫຍດໃສ່ຕົວເອງບໍ່ໄດ້ຄິດເຖິງຜົນເສຍຫາຍທີ່ຈະສົ່ງຜົນກະທົບໃຫ້ປະເທດ ແຕ່ສິ່ງທີ່ເກີດຂຶ້ນ ນັ້ນແມ່ນເກີດຂຶ້ນຈາກການບໍລິຫານຂອງລັດຖະບານທີ່ບໍ່ຮັດກຸມ ແລະ ອ່ອນແອ, ດັ່ງນັ້ນຈະໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ ໂດຍສະເພາະບັນດາບໍລິສັດລັດທີ່ຖືຮຸ້ນ 100% ຊຶ່ງຈະບໍ່ມີການປັປຸງ ແຕ່ຈະເປັນການປະຕິຮູບ.

ທີ່ມາ: ວຽງຈັນທາຍ

Comments