ພັນທະບັດ ທຫລ ໃຫ້ຈໍາຫນ່າຍ 8 ວັນຂາຍໄດ້ 50%

ພັນທະບັດ ທຫລ ໃຫ້ຈໍາຫນ່າຍ 8 ວັນ (ສະເພາະວັນລັດຖະການ) ຂາຍໄດ້ 50% ນັບແຕ່ວັນທີ 15-24 ມິຖຸນາ 2022 ມີຜູ້ຊຶ້ພັນທະບັດ ຫຼາຍກວ່າ 10,517 ລາຍການ.

ແຈ້ງການຂອງທະນາຄານແຫ່ງ ສປປ ລາວ ເລກທີ 200/ຫກ, ລົງວັນທີ 13 ມິຖຸນາ 2012.

ພາຍຫຼັງທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມີການອອກຈໍາຫນ່າຍພັນທະບັດ ທຫລ ງວດທີ 1 ວົງເງິນຈໍາຫນ່າຍ 5.000 ຕື້ກີບ ສູ່ມວນຊົນ ຄັ້ງວັນທີ 15 ມີຖຸນາ 2022 ເຫັນວ່າ ພໍ່ແມ່ປະຊາຊົນໄດ້ໃຫ້ຄວາມສົນໃຈຊື້ພັນທະບັດດັ່ງກ່າວຜ່ານ ທະນາຄານທຸລະກິດທີ່ເປັນຕົວແທນຈໍາຫນ່າຍຢ່າງຟົດຟື້ນ ສະແດງອອກຕົວເລກການຈໍາຫນ່າຍພັນທະບັດເປັນເວລາ 8 ວັນລັດຖະການ (ນັບແຕ່ວັນທີ 15-24 ມິຖຸນາ 2022) ສາມາດປະຕິບັດໄດ້ບັນລຸປະມານ 50% ຂອງຍອດຈໍາຫນ່າຍ.

ທັງຫມົດ ໂດຍປະກອບມີບຸກຄົນ ແລະ ນິຕິບຸກຄົນໃນຂອບເຂດທົ່ວປະເທດໄດ້ຊື້ພັນທະບັດດັ່ງກ່າວຫຼາຍກວ່າ 10,517 ລາຍການ.

ພັນທະບັດ ທຫລ ສະກຸນເງິນກີບ ເປັນເຄື່ອງມືນະໂຍບາຍເງິນຕາຂອງທະນາຄານກາງທີ່ນໍາໃຊ້ເພື່ອແນໃສ່ຄຸ້ມຄອງ ປະລິມານເງິນໃນຂອດຈໍລະຈອນໃຫ້ດຸ່ນດ່ຽງກັບລະບົບເສດຖະກິດ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະ ພາບທາງດ້ານເງິນຕາແຫ່ງຊາດ. ພາຍຫຼັງທີ່ ທຫລ ໄດ້ອອກຈໍາຫນ່າຍພັນທະບັດ ງວດທີ 1 ນັບແຕ່ວັນທີ 15 ມິຖຸນາ 2022 ເປັນຕົ້ນມາ ຍ້ອນພໍ່ແມ່ປະຊາຊົນປະກອບສ່ວນຊື້ພັນທະບັດດັ່ງກ່າວເປັນຈໍານວນຫຼວງຫຼາຍ ໄດ້ເຮັດໃຫ້ ສະພາບການເງິນ-ເງິນຕາຂອງປະເທດ ໂດຍສະເພາະສະພາບອັດຕາແລກປ່ຽນພາຍໃນປະເທດມີທ່າອຽງດີຂຶ້ນ.

Comments