ປັບລາຄາ ຄ່າຜ່ານທາງດ່ວນ ຕາມອັດຕາແລກປ່ຽນ ກີບ/ໂດລາ ເລີ່ມ 01 ກໍລະກົດ

ວັນທີ 28 ມິຖຸນາ 2022 ນີ້ ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ແຈ້ງໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ່ 01 ກໍລະກົດ 2022 ຈະໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່ຢ່າງໃດ, ແຕ່ປະຈຸບັນການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເຫນັງຕີງຂອງອັດຕາແລກປ່ຽນຂອງເງີນກີບ ກັບ ເງີນໂດລາສະຫະລັດ.

ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດພາຍໃຕ້ສະພາບອັດຕາ ແລກປ່ຽນມີການເຫນັງຕີງຫລາຍ ສະນັ້ນ, ນັບຕັ້ງແຕ່ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນ ໄປບໍລິສັດທາງດ່ວນຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງີນກີບ ຕາມອັດຕາ ແລກປ່ຽນເງີນກີບ ກັບ ເງີນໂລາສະຫະລັດ ທີ່ທະນາຄານແຫ່ງ ສປປ ລາວ ປະກາດໃນຄັ້ງວັນທີ 27 ມິຖຸນາ 2022.

#TargetMagazine

Comments