ລົດໄຟລາວ-ຫວຽດນາມ ຊຸກຍູ້ ສປປ ລາວ ສູ່ສູນກາງຂົນສົ່ງສິນຄ້າພາກພື້ນ

ໂຄງການທາງລົດໄຟລາວ-ຫວຽດນາມ ເປັນ​ທາງ​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ນະ​ຄອນ​ຫລວງ​ວຽງ​ຈັນກັບ​ເມືອງ ວັງ​ແອງຂອງ​ຫວຽດ​ນາມ. ຄາດຄະເນງົບປະມານການກໍ່ສ້າງປະມານ 5 ຕື້ໂດລາສະຫະລັດ. ໂຄງການນີ້ມີຈຸດປະສົງເພື່ອຫັນປ່ຽນ ສປປ ລາວ ໃຫ້ເປັນປະເທດ land-linked ຫຼາຍຂຶ້ນ. ທີ່​ສາ​ມາດ​ສ້າງ​ຄວາມ​ສະ​ດວກ​ການ​ຄ້າ​ ລວມເຖິງການສົ່ງເສີມ ສປປ ລາວ ໃຫ້ເປັນ “ສູນກາງດ້ານຂົນສົ່ງສິນຄ້າ” ຄາດ​ວ່າ​ຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ ເດືອນ​ພະຈິກ 2022, ​ແຕ່​​ຍັງ​ບໍ່​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ.

ຈຸດ​ສຳຄັນ​ແມ່ນ​ທາງ​ລົດ​ໄຟ​ສາຍ​ນີ້​ເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ທ່າ​ກຳ​ປັ່ນ​ວັງ​ແອງ (Vung Ang) ນອກຈາກນັ້ນ ທາງລົດໄຟ ລາວ-ຫວຽດນາມ ສາມາດເຊື່ອມຕໍ່ທາງລົດໄຟລາວ-ຈີນໄດ້ ໝາຍຄວາມວ່າ ການຂົນສົ່ງສິນຄ້າທາງທະເລ ຈະສາມາດຂະຫຍາຍໄປສູ່ພາກເໜືອຂອງ ສປປ ລາວ ແລະ ພາກໃຕ້ຂອງຈີນ. ນອກນັ້ນ, ທາງລົດໄຟລາວ-ຫວຽດນາມ ຈະມີຈຸດສັບປ່ຽນເສັ້ນທາງລົດໄຟ ເໜືອ-ໃຕ້ ຂອງຫວຽດນາມ. ຖືເປັນໂອກາດ​ໃຫ້ກັບເສັ້ນທາງ​ຄົມມະນາຄົມ​ຂົນ​ສົ່ງ​ລະຫວ່າງ ຮ່າ​ໂນ້ຍ ​ແລະ ວຽງ​ຈັນ ​ໃນ​ອະນາຄົດ. ເຄືອຂ່າຍທາງລົດໄຟ ແມ່ນຈຸດສຳຄັນໃນການຂັບເຄື່ອນ ສປປ ລາວ ໃຫ້ເປັນສູນກາງການຂົນສົ່ງຂອງອາຊີຕາເວັນອອກສຽງໃຕ້.

ຍ້ອນລົດໄຟສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງໄດ້ເຖິງ 40% ແລະຈະກາຍເປັນທາງເລືອກການຂົນສົ່ງສໍາລັບຜູ້ສົ່ງອອກຈາກບັນດາປະເທດໃນພາກພື້ນ ດ້ວຍ​ການ​ເພີ່ມ​ຂຶ້ນ​ຂອງ​ຄ່າ​ຂົນ​ສົ່ງ​ທາງ​ບົກ, ທາງ​ອາກາດ ​ແລະ​ ທະ​ເລ ດັ່ງນັ້ນ, ການຂົນສົ່ງທາງລົດໄຟຈະເປີດໂອກາດທາງການຄ້າຫຼາຍຂຶ້ນ.

Comments