ແຫຼ່ງລາຍຮັບໃໝ່ຈາກພະລັງງານຄວາມຮ້ອນຊັ້ນໃຕ້ດິນ ອາດໄດ້ຮອດ 600ລ້ານ$/ປີ

ບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ (LAO DEVELOPMENT contracting & investment ) ຫລື LDCI ຮ່ວມກັບ ບໍລິສັດ GEIOS ການາດາ ແລະ WEALTH POWER GROUP OF VIETNAM (WPC) ໄດ້ເຊັນສັນຍາຮ່ວມມື ເພື່ອພັດທະນາພະລັງງານຄວາມຮ້ອນຊັ້ນໃຕ້ດິນ ຢູ່ ສປປ ລາວ ເພື່ອສົ່ງຂາຍໄຟໃຫ້ກັບຫວຽດນາມ ຈຳນວນ 5.000 ເມັກ.

ພາຍຫລັງໂຄງການນີ້ສຳເລັດ ຄາດວ່າລັດຖະບານແຫ່ງ ສປປ ລາວ ຈະໄດ້ຮັບເງິນປັນຜົນ ບໍ່ຕ່ຳກວ່າ 613 ລ້ານໂດລາສະຫະລັດຕໍ່ປີ. ພະລັງງານຄວາມຮ້ອນຊັ້ນໃຕ້ດິນມີສະເຖຍລະພາບ ເພາະຊັ້ນໃຕ້ດິນເຮົາມີຄວາມຮ້ອນຢູ່ຕະຫລອດເວລາ ແລະ ມີຄວາມສະຖຽນລະພາບກວ່າພະລັງງານໄຟຟ້າພະລັງນ້ຳ, ພະລັງງານລົມ ແລະ ພະລັງແສງຕາເວັນ ຍ້ອນວ່າພະລັງງານຄວາມຮ້ອນໃຕ້ດິນ ເປັນພະລັງງານທີ່ສະອາດທີ່ສຸດ ທີ່ເປັນມິດກັບສິ່ງແວດລ້ອມ ໂດຍໄດ້ຮັບການຢັ້ງຢືນ ແລະ ຮັບຮອງຈາກ ອົງການສິ່ງແວດລ້ອມໂລກ.

ຂໍມູນ: ປະເທດລາວ

Comments