ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນບໍ່ຖືກຕ້ອງ


ໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ຮຽກຕົວທ້າວ ເດຊາ ອາຍຸ 29ປີ, ນັກທຸລະກິດ ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ ເຄື່ອນໄຫວຊໍ້າໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງຜ່ານສື່ສັງຄົມອອນລາຍ.


ຫຼັງກວດພົບເຈົ້າໜ້າທີ່ໄດ້ດຳເນີນການສືບສວນ-ສອບສວນ ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດຕາມມາດຕາ 285 ແລະ ການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017.


ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບຖະບຽນວິສະຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງີນຕາ ແລະ ບໍ່ມີມອບພັນທະອາກອນໃຫ້ລັດ, ເຈົ້າຫນ້າທີ່ສຶກສາອົບຮົມກ່າວເຕືອນ ພ້ອມທັງໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດຫມາຍ.


ລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ ຫາ ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີສໍາຮອງ: ເງິນໂດລາໂອນເຂົ້າຈໍານວນ: 334.661 ໂດລາ ( ຈໍານວນ 102 ຄັ້ງ ).ເງິນໂດລາ ໂອນອອກຈໍານວນ: 226.332 ໂດລາ ( ຈໍານວນ 63 ຄັ້ງ )ເງິນບາດ ໂອນເຂົ້າຈໍານວນ: 12.599.136 ບາດ ( ຈໍານວນ 223 ຄັ້ງ )ເງິນບາດ ໂອນອອກຈໍານວນ: 11.885.610 ບາດ ( ຈໍານວນ 93ຄັ້ງ)ເງິນກີບໂອນເຂົ້າຈໍານວນ:14.452.782.000ກີບ(ຈໍານວນ1.117ຄັ້ງ)ເງິນກີບໂອນອອກຈໍານວນ: 14.665.630.196 ກີບ ( ຈໍານວນ 1.631 ຄັ້ງ ).


ຂໍ້ມູນ: ຄວາມສະຫງົບ

Comments