ມູນຄ່ານໍາເຂົ້າ-ສົ່ງອອກ ເດືອນ 6 ລາວ ຂາດດຸນ 133 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2022 ບັນລຸໄດ້ປະມານ 1,000 ລ້ານໂດລາສະຫະລັດ. ສົ່ງອອກ 456 ລ້ານໂດ, ນໍາເຂົ້າ 589 ລ້ານໂດລາ ຂາດດຸນການຄ້າປະມານ 133 ລ້ານໂດລາ.

ສີນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ຢາງພາລາ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເກີບ, ນໍ້າຕານ ແລະ ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ.

ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຜະລິດຕະພັນການຢາ (ເພສັດຊະກໍາ),ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ສາຍໄຟຟ້າ, ເຄເບີ້ລ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ແລະ ຜະລິດຕະພັນທາງເຄມີ.ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຂໍ້ມູນ: laotradeporta

Comments