ເສດຖະກິດ

ດ່ານພາສີສາກົນນໍ້າເງິນ ເກັບລາຍຮັບໄດ້ຫຼາຍກວ່າ 50% ໃນ 6 ເດືອນທຳອິດ ຂອງປີ 2020

ທ່ານ ສອນເພັດ ຜົນວິຈິດ ຫົວໜ້າດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ – ຈັງຫວັດນ່ານ ໃຫ້ຮູ້ວ່າ: ການຈັດເກັບລາຍຮັບເຂົ້າງົບປະມານ ປະຈໍາປີ 2020 ນີ້ ເປັນປີທີ່ທ້າທາຍຫຼາຍຢ່າງ, ຖ້າທຽບໃສ່ຕົວເລກແຜນ ການທີ່ໄດ້ຮັບມອບໝາຍ ບວກກັບການລະບາດຂອງພະຍາດໂຄວິດ – 19, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການເກັບລາຍຮັບ. ແຕ່ຍ້ອນຄວາມ ບຸກບືນ ແລະ ເອົາໃຈໃສ່ຊີ້ນໍາ – ນໍາພາຂອງຄະນະດ່ານແຕ່ລະສະຫາຍ ແລະ ຄວາມໃກ້ຊິດຕິດແທດຂອງການນໍາແຂວງ ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໄດ້ຕາມຄາດໝາຍ. ເຖິງແມ່ນວ່າໃນ 6 ເດືອນຕົ້ນປີ 2020 ປະເທດເຮົາຈະປະສົບພົບພໍ້ກັບຄວາມຫຍຸ້ງຍາກຫຼາຍຢ່າງອັນເນື່ອງມາຈາກພະຍາດລະບາດໂຄວິດ-19 ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າບໍ່ເປັນໄປຕາມຄາດໝາຍ ແຕ່ດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ ຍັງສາມາດເກັບລາຍຮັບໄດ້ 144 ຕື້ກວ່າກີບ ເທົ່າກັບ 53,82% ຂອງແຜນການປີ, ລາຍຮັບສ່ວນໃຫຍ່ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອາໄຫຼ່ ແລະ ເຄື່ອງກໍ່ສ້າງ. ໃນປີ 2020 ນີ້ ດ່ານພາສີສາກົນນໍ້າເງິນ ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບທັງໝົດ 269 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ປະຕິບັດໄດ້ 144 ຕື້ກວ່າກີບ ເທົ່າກັບ ...

Read More »

ສາເຫດເງິນກີບເຟີ້ ແລະ ມາດຕະການແກ້ໄຂ…

ບັນຫາເງິນເຟີ້ຢູ່ປະເທດເຮົາ ແມ່ນປະກົດໃຫ້ເຫັນຕະຫຼອດມາ ແລະ ມີລະດັບສູງຕ່ຳທີ່ແຕກຕ່າງກັນໄປໃນແຕ່ລະໄລຍະ, ເຊິ່ງປັດຈຸບັນນີ້ ເຫັນວ່າອັດຕາເງິນເຟີ້ ແມ່ນໄດ້ຖີບຕົວຂຶ້ນສູງກວ່າຫຼາຍປີທີ່ຜ່ານມາ ຍ້ອນເງິນໝູນວຽນໃນລະບົບເສດຖະກິດມີຫຼາຍຂຶ້ນ, ລາຄາສິນຄ້າ ແລະ ຄ່າບໍລິການແພງຂຶ້ນບວກກັບການອ່ອນຄ່າຂອງເງິນກີບ ແລະ ຜົນກະທົບຈາກພະຍາດລະບາດຕາມລະດູການ, ເຊິ່ງສາເຫດເຫຼົ່ານີ້ ມັນໄດ້ເລັ່ງທວງໃຫ້ລັດຖະບານຕ້ອງສຸມໃສ່ແກ້ໄຂໃຫ້ກັບມາສູ່ສະພາບປົກກະຕິ, ຖ້າບໍ່ດັ່ງນັ້ນ, ຄ່າຄອງຊີບຢູ່ລາວກໍຈະແພງຂຶ້ນ ແລະ ຈະມີກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ສະເພາະ 6 ເດືອນຕົ້ນປີ 2020 ຈາກສະພາບການລະບາດຂອງພະຍາດໂຄວິດ -19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດສັງຄົມໃນທົ່ວໂລກນັ້ນ ໄດ້ມີສິ່ງທ້າທາຍໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ຂື້ນຕື່ມອີກ. ສະພາບຄວາມບໍ່ແນ່ນອນຂອງເສດຖະກິດໂລກ ໄດ້ສົ່ງຜົນໃຫ້ລາຄາຮຸ້ນ, ລາຄາຄຳ, ລາຄານ້ຳມັນ ແລະ ຄ່າເງິນ ຢູ່ໃນຕະຫຼາດສາກົນມີຄວາມຜັນແປຢ່າງແຮງເຮັດໃຫ້ການລົງທຶນມີຄວາມສ່ຽງຮອບດ້ານ, ກະແສເງິນທຶນທີ່ຈໍລະຈອນຢູ່ໃນທົ່ວໂລກຫຼຸດລົງຢ່າງມະຫາສານ ເນື່ອງຈາກທຸກປະເທດຕ້ອງສຸມໃສ່ທຶນຮອນເຂົ້າໃນດ້ານສາທາລະນະສຸກ ແລະ ຟື້ນຟູເສດຖະກິດພາຍໃນຂອງຕົ້ນທຶນແທນລາຍຮັບທີ່ສູນເສຍໄປໃນໄລຍະທີ່ມີການປິດປະເທດ ຢຸດການດຳເນີນການຜະລິດ ແລະ ກິດຈະກຳທາງທຸລະກິດ. ສະພາບດັ່ງກ່າວ ໄດ້ເຮັດໃຫ້ຄົນສ່ວນຫຼາຍມີການຫັນປ່ຽນຈາກການລົງທຶນໃນຊັບສິນມາເປັນການຖືຄອງເງິນສົດຫຼາຍຂຶ້ນ. ເມື່ອທຽບກັບສະພາບການອ່ອນຄ່າຂອງເງິນກີບ ກັບ ເງິນສະຫະລັດ ແລະ ທຽບກັບເງິນບາດແລ້ວ, ພາຍໃຕ້ເງື່ອນໄຂຂອງປະເທດເຮົາທີ່ການຜະລິດພາຍໃນບໍ່ສາມາດຕອບສະໜອງຄວາມຕ້ອງການຂອງການຊົມໃຊ້ຍັງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດສ່ວນໃຫຍ່ຈາກປະເທດເພື່ອນບ້ານ. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນະຄານ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສະໄໝສາມັນ ...

Read More »

ທາງລົດໄຟລາວ-ຈີນ ຊ່ວງຜ່ານຫຼວງນໍ້າທາ ສຳເລັດ 96%

ທ້າຍອາທິດຜ່ານມາ ຫ້ອງການບ້ານນາເຕີຍ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານ ແຂວງຫຼວງນໍ້າທາ ເຂດບ້ານນາເຕີຍ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາຜູ້ຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ, ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນແຂວງຄະນະໄກ່ເກ່ຍຂັ້ນແຂວງ ແລະປະຊາຊົນຜູ້ຖືກຜົນກະທົບເຂົ້າຮ່ວມ. ຄະນະໄກ່ເກ່ຍແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເລີ່ມແຕ່ ບໍ່ເຕ່ນຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ໂດຍແລວທາງລົດໄຟໄດ້ຜ່ານ ແຂວງຫຼວງນໍ້າທາ 16,9 ກິໂລແມັດ, ໄດ້ກໍ່ສ້າງຂົວໃຫຍ່ຈຳນວນ 7 ແຫ່ງ, ເຈາະອຸໂມງ 3 ແຫ່ງ ແລະ ກໍ່ສ້າງເສົາຂົວທັງໝົດແມ່ນກໍ່ສ້າງສຳເລັດ 100%, ວາງຂາງຂົວສຳເລັດຈຳນວນ 313 ຂາງເທົ່າກັບ 93%, ການກໍ່ສ້າງ ທາງລົດໄຟລາວ-ຈີນ ສັນຍາທີ 1 ຊ່ວງ ຜ່ານແຂວງຫຼວງນໍ້າທາປະຈຸບັນສຳເລັດ ແລ້ວ 96%. ...

Read More »

ລັດຖະບານ ເລັ່ງຟື້ນຟູການທ່ອງທ່ຽວລາວ ຫລັງໂຄວິດ-19 (ພ້ອມທັງຊຸກຍູ້ບັນດາແຂວງໃນທົ່ວປະເທດ ຈັດກິດຈະກຳ ເພື່ອສົ່ງເສີມ “ລາວທ່ຽວລາວ”)

ປັດຈຸບັນ ລັດຖະບານ ໄດ້ມີນະໂຍບາຍຕ່າງໆ ເພື່ອຊ່ວຍຫລຸດຜ່ອນຜົນກະທົບຕໍ່ເສດຖະກິດລາວ ໂດຍສະເພາະ ຕໍ່ຂະແໜງການທ່ອງທ່ຽວ, ຊຶ່ງລັດຖະບານ ໄດ້ອອກຂໍ້ແນະນໍາໃຫ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ກ່ຽວກັບມາດຕະການຮອງຮັບນັກທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວ ພາຍຫລັງໂຄວິດ-19 ໂດຍສົມທົບກັບຂະແໜງສາທາລະນະສຸກ ຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຸກຍູ້ພາກທຸລະກິດ ສ້າງລາຍການທ່ອງທ່ຽວ ໃຫ້ຫລາກຫລາຍ ເພື່ອສົ່ງເສີມການທ່ອງທ່ຽວ ແບບ “ລາວທ່ຽວລາວ”. ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານໃຫ້ຮູ້ໃນວັນທີ 1 ກໍລະກົດ 2020 ນີ້ວ່າ: ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວ ແບບ “ລາວທ່ຽວລາວ” ກະ ຊວງ ຖວທ ກໍຄື ລັດຖະບານ ໄດ້ຊຸກຍູ້ພາກທຸລະກິດ ຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລາກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນ ສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ, ຊຸກຍູ້ໃຫ້ແຕ່ລະແຂວງ ຫລື ຕົວເມືອງທ່ອງທ່ຽວ ສ້າງກິດຈະກໍາການທ່ອງທ່ຽວ ...

Read More »

ປັດຈຸບັນ ລາວເສຍດຸນການຄ້າຍ້ອນຫຍັງ? ມາເບິ່ງນຳກັນ…

ສັງຄົມລາວແມ່ນສັງຄົມທີ່ບໍ່ມີຄວາມກົດດັນ, ບໍ່ມີການແຂ່ງຂັນຍາດຊິງ ເພື່ອເອົາໂຕລອດ ເພາະປະຊາກອນມີຄວາມໜ້າແໜ້ນຕ່ຳ ພ້ອມກັບສະພາບແວດລ້ອມທີ່ຈະຕອບສະໜອງຄວາມຕ້ອງການໃນການດຳລົງຊີບໃນແຕ່ລະວັນໂດຍບໍ່ໄດ້ຮັບຄວາມເດືອດຮ້ອນ ຊຶ່ງເປັນວິຖີຊີວິດຂອງຄົນສ່ວນໃຫຍ່ ທີ່ດຳລົງຊີວິດງ່າຍໆ . ຄວາມໜາແໜ້ນຂອງປະຊາກອນຕິດພັນກັບອຸບປະສົງ ທີ່ເກີດຂຶ້ນໃນສັງຄົມ ຊຶ່ງເປັນປັດໄຈກຳນົດຂະໜາດຂອງຕະຫຼາດນີ້ ຍັງບໍ່ຕ້ອງເວົ້າເຖິງກຳລັງຊື້ຂອງປະຊາກອນ. ສັງຄົມລາວໃນຍຸກປັດຈຸບັນເປັນສັງຄົມ ບໍລິໂພກຢ່າງສົມບູນແບບ ສິນຄ້າອຸບປະໂພກບໍລິໂພກແມ່ນນຳເຂົ້າເກືອບ 100% ຖ້າຍ່າງເຂົ້າໃນເຮືອນຄົວຂອງເຮືອນແຕ່ລະຫຼັງ ແທບຈະຫາສິນຄ້າ ທີ່ເປັນຜະລິດຕະພັນຂອງລາວແທບບໍ່ໄດ້ ສ່ວນໃຫຍ່ຕ້ອງເພິ່ງພາການນຳເຂົ້າເກືອບທັງໝົດ ຖ້າຈະມີຜະລິດຕະພັນຂອງລາວເອງ ອາດບໍ່ເຖິງ 10% ສ່ວນທີ່ເຫຼືອແມ່ນສິນຄ້ານຳເຂົ້າ. ສະນັ້ນ, ຈຶ່ງບໍ່ຄ່ອຍມີໃຜຢາກລົງທຶນຕັ້ງໂຮງງານອຸດສາຫະກຳເພາະຕະຫຼາດນ້ອຍ ບໍ່ຄຸ້ມຄ່າໃນການລົງທຶນ, ອີກຢ່າງໜຶ່ງການສ້າງ Brand ໃໝ່ຍັງມີຄວາມສ່ຽງໃນການແຂ່ງຂັນກວ່າຈະໄດ້ຮັບການຍອມຮັບຈາກຜູ້ບໍລິໂພກ ຕ້ອງອອກແຮງໂຄສະນາໃນການຂາຍ ເຊິ່ງກໍເປັນອີກໜຶ່ງຕົ້ນທຶນຂອງທຸລະກິດ. ໂດຍທຳມະຊາດຂອງການຜະລິດໃນໂຮງງານອຸດສາຫະກຳ ຍິ່ງ ຜະລິດນ້ອຍຍິ່ງມີຕົ້ນທຶນສູງ ເຄື່ອງຈັກຖ້າຈະເອົາແບບ High automation ມາໃຊ້ ກັບ Lot ນ້ອຍໆ ປະສິດທິພາບຂອງສາຍການຜະລິດຈະຕ່ຳຕິດດິນ ເພາະເວລາສ່ວນໃຫຍ່ຈະເສຍໄປກັບການ Setup ແລະ Product change over ຈຶ່ງຕ້ອງໃຊ້ເຄື່ອງຈັກແບບ Manual ທັງໝົດຊຶ່ງຈະເປັນແບບ Labor intensive ແລະ ບໍ່ອາດຄວບຄຸມຄຸນນະພາບໄດ້ ເຊິ່ງສິ່ງທີ່ກ່າວມາລ້ວນເປັນອຸບປະສັກໃນການແຂ່ງຂັນດ້ານການຕະຫຼາດ. ສຳຫຼັບວິທີການແກ້ໄຂຄື: ອາດຈະຕ້ອງຕັ້ງໂຮງງານໃຫຍ່ ມີເຄື່ອງຈັກອັນທັນສະໄໝ ...

Read More »

“ຍຸກໃໝ່ແຫ່ງການຜະລິດຄໍາ” ບໍ່ຄຳ-ທອງເຊໂປນ ຈະຍືດເວລາການຂຸດຄົ້ນບໍ່ແຮ່ ໄປອີກ 10 ປີ ຢ່າງຕໍ່າ…

ໃນວັນທີ 23 ມິຖຸນາ 2020 ບໍລິສັດ ລ້ານຊ້າງ  ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄໍາ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄໍາແທ່ງທໍາອິດ ເປັນຂີດໝາຍ “ຍຸກໃໝ່ແຫ່ງການຜະລິດຄໍາ” ຂອງໂຄງການຄໍາ-ທອງເຊໂປນ ທີ່ເມືອງ ວິລະບູລີ, ແຂວງສະຫວັນນະເຂດ. ໃຫ້ກຽດເປີດພິທີໃນຄັ້ງນີ້ ໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງ ແຂວງສະຫວັນເຂດ, ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງ ເມືອງ ວິລະບູລີ, ທ່ານ ຝູ ເຊຍເຊີນ ປະທານ LXML, ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ພ້ອມດ້ວຍຫຼາຍພາກສ່ວນເຂົ້າຮ່ວມ. ການກັບຄືນມາຜະລິດຄໍາໃນຄັ້ງນີ້ ຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄໍາ-ທອງເຊໂປນໄປອີກ 10 ປີຢ່າງຕໍ່າ ແລະ ຈະສືບຕໍ່ສ້າງວຽກເຮັດງານທໍາ ພ້ອມທັງສ້າງລາຍໄດ້ ກໍຄືປັບຊີວິດການເປັນຢູ່ຂອງຊຸມຊົນເຂດນັ້ນໃຫ້ດີຂຶ້ນ. LXML ຈະສືບຕໍ່ປະກອບສ່ວນໃສ່ ການພັດທະນາ-ເສດຖະກິດສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄໍາໃຫ້ໄດ້ປະມານ 250.000 ອອນສ໌ຕໍ່ປີ ພ້ອມທັງລົງທຶນໃສ່ວຽກງານສໍາຫຼວດຫຼາຍຂຶ້ນ ພ້ອມທັງຂະຫຍາຍໂຄງການອື່ນໆອີກ.     ແຫຼ່ງຂໍ້ມູນຈາກ: ບໍລິສັດ ...

Read More »

ແຈ້ງການດ່ວນ!! ປັບຂຶ້ນອີກລາຄານໍ້າມັນ ເລີ່ມປະຕິບັດໃນຕອນເຊົ້າວັນທີ 01 ກໍລະກົດ 2020. ທົ່ວປະເທດ !!!

ແຈ້ງການດ່ວນ!! ປັບຂຶ້ນອີກລາຄານໍ້າມັນ ເລີ່ມປະຕິບັດໃນຕອນເຊົ້າວັນທີ 01 ກໍລະກົດ 2020. ທົ່ວປະເທດ !!! – ແອັດຊັງພິເສດ ປັບຂຶ້ນ 240 ກີບ/ລິດ – ແອັດຊັງທຳມະດາ ປັບຂຶ້ນ 240 ກີບ/ລິດ – ກາຊວນ ປັບຂຶ້ນ 220 ກີບ/ລິດ    

Read More »

ທ່ານໃດທີ່ຈະຮັບເອົາເງິນອຸດໜູນວ່າງງານສະເພາະໃນຊ່ວງໂຄວິດ-19 ປະກອບເອກະສານຕາມນີ້ເລີຍ!!!

ສຳລັບທ່ານໃດທີ່ຈະຮັບເອົາເງິນອຸດໜູນວ່າງງານສະເພາະໃນໄລຍະການແຜ່ລະບາດ COVID-1️⃣9️⃣ ປະກອບເອກະສານຕາມນີ້ເລີຍເນາະ ❗️❗️❗️ https://lncci.la/claim-money-from-nssf-during-covid19/  

Read More »

ຂ່າວດ່ວນ!!! ລັດວິສາຫະກິດໄຟຟ້າລາວ ນະໂຍບາຍຄ່າໄຟຟ້າໃໝ່ ຂະຫຍາຍເວລາ ຮອດ ທ້າຍປີ 2020

ຂ່າວດີ! ພາຍຫຼັງທີ່ ທ່ານນາຍົກ ໄດ້ມີການຊີ້ແຈງ ຕໍ່ກອງປະຊຸມ ສະພາແຫ່ງຊາດ ສອງສາມວັນທີ່ຜ່ານມາ ຕໍ່ກັບນະໂຍບາຍ ແລະ ມາດຕະການກ່ຽວກັບໄຟຟ້າລາວ. ມາຮອດມື້ນີ້ວັນທີ 29 ມິຖຸນາ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ເພີ່ມໄລຍະເວລາຫລຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19 (ຈາກເດືອນ 7,8,9 ໄປຈົນເຖີງ ເດືອນ ທັນວາ 2020). ຕິດຕາມລາຍລະອຽດໄດ້ທີ່: http://www.edl.com.la/

Read More »

ລັດຖະບານຈີນ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19​ ໃຫ້ ສປປ ລາວ ຄັ້ງທີ 4 ມູນຄ່າ 2,6 ລ້ານໂດລາ…

ໃນວັນທີ 19 ມິຖຸນາ 2020 ພິທີມອບ-ຮັບ ການຊ່ວຍເຫຼືອລ້າອຸປະກອນການແພດ ແລະ ຢາປົວພະຍາດ ເພື່ອຕອບໂຕ້ພະຍາດ COVID-19 ຈຳນວນເງິນ 2,667,397 ດອນລາ ສະຫະລັດ ຈາກລັດຖະບານ ແຫ່ງປະເທດຈີນ ໃຫ້ແກ່ ລັດຖະບານລາວ ຢູ່ທີ່ກະຊວງສາທາລະນະສຸກ ຄັ້ງທີ4 ທີ່ຫ້ອງຮັບແຂກກະຊວງສາທາລະນະສຸກ ມອບໂດຍຜູ້ຕາງໜ້າຄະນະທູດເສດຖະກິດ ສປ ຈີນ ກ່າວຮັບໂດຍ ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະສະເພາະກິດ. ແຫລ່ງຂໍ້ມູນ: ສູນຂ່າວສານການແພດ

Read More »