ເສດຖະກິດ

ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 Kwh ຕໍ່ເດືອນ… ໄລຍະການລະບາດຂອງໂຄວິດ-19

ໃນວັນທີ 18 ມິຖຸນາ 2020, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ພ້ອມດ້ວຍ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການລັດວິສາຫະກິດໄຟຟ້າລາວ ໄດ້ຖະແຫລງຂ່າວ ກ່ຽວກັບການຊີ້ນຳຂອງກອງປະຊຸມລັດຖະບານ ຕໍ່ກັບການປັບປຸງໂຄງສ້າງລາຄາໄຟຟ້າ ໃນໄລຍະ 2020 ຫາ 2025 ແລະ ການປະຕິບັດນະໂຍບາຍລາຄາໄຟຟ້າຕໍ່ບາງກຸ່ມຜູ້ໃຊ້ໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19. ທ່ານ ຈະເລີນ ເຢຍປາວເຮີ ໄດ້ຖະແຫລງວ່າ: ພາຍຫລັງປະກາດໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ລາຄາດຽວມານີ້, ກໍ່ໄດ້ມີຫາງສຽງສັງຄົມທີ່ສະໜັບສະໜູນ ແລະ ຂັດຂ້ອງຈົ່ມວ່າຕ່າງໆນາໆ. ດ້ວຍຄວາມເປັນຫ່ວງເປັນໄຍຂອງສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ, ລັດຖະບານ ຈຶ່ງໄດ້ນຳເອົາບັນຫາດັ່ງກ່າວ ມາພິຈາລະນາກວດກາຄືນໃໝ່ ໃນກອງປະຊຸມລັດຖະບານ ຄັ້ງວັນທີ 17 ມິຖຸນາ 2020 ນີ້. ກອງປະຊຸມລັດຖະບານ ກໍ່ໄດ້ຕີລາຄາສູງຕໍ່ຄວາມຄິດຄວາມເຫັນ ທີ່ສ້າງສັນ ...

Read More »

ເສັ້ນທາງດ່ວນ!!! ວຽງຈັນ-ວັງວຽງ ສໍາເລັດໄປແລ້ວ 70% ພ້ອມເປີດໃຊ້ງານ ຢ່າງເປັນທາງການ ໃນ ວັນຊາດ ທີ່ 2 ທັນວາ 2020 ນີ້…

ປັດຈຸບັນ ໄດ້ສໍາເລັດການປູຢາງຫມາກຕອຍ ຊັ້ນທໍາອິດ ສໍາເລັດແລ້ວ ຫຼາຍກ່ວາ 50 ກມ ແລະ ການເຈາະອຸໂມງ ເຂດພູພະ ກໍ່ໄດ້ສໍາເລັດສົມບູນແລ້ວ. ປະຈຸບັນ ອີກຫນຶ່ງໜ້າວຽກທີ່ດໍາເນີນການຢູ່ ຄືການຕິດຕັ້ງລະບົບໄຟຟ້າ ຕາມເສັ້ນທາງ ແລະ ໃນອຸໂມງ. ໂຄງການເສັ້ນທາງດ່ວນ ວຽງຈັນ ວັງວຽງ ເລີ້ມຕົ້ນການກໍ່ສ້າງ ມາແຕ່ ທ້າຍປີ 2018 ແລະ ໃນເບື້ອງຕົ້ນ ຄາດວ່າ ຈະສໍາເລັດ ໃນທ້າຍປີ 2021, ແຕ່ ໃນຕົວຈິງ ແມ່ນຈະສ້າງສໍາເລັດ ໃນປີ 2020. ເສັ້ນທາງດ່ວນດັງກ່າວ ເປັນເສັ້ນທາງ ຄູ່ຂະໜານ ມີຄວາມກ້ວາງ ໃນອຸໂມງ 900 ແມັດ. ລາຄາການບໍລິການໃຊ້ທາງດ່ວນ ແມ່ນ 550 ກີບຕໍ່ ກິໂລແມັດ ຫຼື ລວມທັງໝົດ 62,000 ກີບ ຈົນຮອດວັງວຽງ. ລົງທຶນໂດຍ ນັກລົງທຶນຈາກປະເທດຈີນ ມີອາຍຸ ສໍາປະທານທັງໝົດ 50 ປີ, ມີມູນຄ່າການກໍ່ສ້າງທັງໝົດ 1.2 ...

Read More »

ດ່ວນ!!! ປັບລາຄານໍ້າມັນເຊື້ອ​ໄຟຂຶ້ນ ​ໃນຂອບເຂດທົ່ວປະເທດ​ ເລີ່ມປະຕິບັດນັບແຕ່ 6:00​ ໂມງ​ຂອງວັນທີ​ 12​ ມິຖຸນາ​ 2020 ເປັນຕົ້ນໄປ…

ກະຊວງອຸດສາຫະກຳແລະການຄ້າ ອອກແຈ້ງການ​ເລກທີ​ 0553/ອຄ.ກຄພນ​ ລົງວັນທີ​ 11​ ມິຖຸນາ​ 2020​ ວ່າດ້ວຍປັບຂຶ້ນລາຄາຂາຍຍ່ອຍນໍ້າມັນ ເຊື້ອ​ໄຟ​ໃນຂອບເຂດທົ່ວປະເທດ​ ເລີ່ມປະຕິບັດນັບແຕ່ 6:00​ ໂມງ​ຂອງວັນທີ​ 12​ ມິຖຸນາ​ 2020

Read More »

ແຈ້ງການດ່ວນ!!! ກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່…

ແຈ້ງການ ຈາກຫ້ອງວ່າການ ສໍານັກງານ ນາຍົກລັດຖະມົນຕີ ເລື່ອງ ທິດຊີ້ນໍາ ກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ 💡 ປີ 2020-2025 ຄືນໃໝ່ !!!

Read More »

ຊົມເຊີຍ!! ກອງທັບປະຊາຊົນ ສປ. ຈີນ ນໍາເຄື່ອງຊ່ວຍລາວຕ້ານໂຄວິດເປັນຊຸດທີ 2…

ການລະບາດຂອງພະຍາດໂຄວິດ-19 ເປັນເຫດການສຸກເສີນທີ່ເກີດຂຶ້ນທົ່ວໂລກ ແລະ ສປ ຈີນ ເປັນປະເທດທີ່ປະສົບບັນຫາກ່ອນໝູ່ ທັ້ງມີການສູນເສຍຊີວິດເປັນຈຳນວນຫຼາຍ ແຕ່ດ້ວຍມິດຕະພາບ ແລະການຮ່ວມມືຖານປະເທດເພື່ອນມິດຍຸດທະສາດ ສປ ຈີນໄດ້ເດີນໜ້າຊ່ວຍເຫຼືອລາວເຮົາຢ່າງຕໍເນື່ອງ ນອກຈາກການສົ່ງຜູ້ຊ່ຽວຊານມາແລ້ວຍັງສົ່ງວັດຖຸອຸປະກອນມາຊ່ວຍເສີມອີກໜຶ່ງແຮງ ເວົ້າສະເພາະກອງທັບປະຊາຊົນຈີນແມ່ນເປັນຄັ້ງທີສອງແລ້ວ. ຫຼ້າສຸດເຊົ້າວັນທີ 2 ມິຖຸນາ 2020, ຄະນະນໍາກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຊ່ວຍເຫຼືອດ້ານອຸປະກອນການແພດຕອບໂຕ້ພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາຊາຊົນຈີນ ກະຊວງປ້ອງກັນປະເທດ ສປ ຈີນ ຢູ່ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ຕາງໜ້າຄະນະສະເພາະກິດກະຊວງປ້ອງກັນປະເທດລາວຮັບເຄື່ອງໂດຍ ສະຫາຍ ບົວສິງ ອິນທະວົງ ຫົວຫນ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະຕາງໜ້າມອບໂດຍສະຫາຍ ເສີນ ຢົງຈິ່ງ ທີ່ປຶກສາປ້ອງກັນຊາດ ແຫ່ງສະຖານທູດຈີນປະຈໍາລາວ, ມີສະຫາຍ ວົງຄໍາ ພົມມະກອນ ຫົວຫນ້າກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ. ການຊ່ວຍເຫຼືອຄັ້ງນີ້ເປັນຄັ້ງທີ 2 ຂອງກອງທັບປົດປ່ອຍປະຊາຊົນຈີນເຊິ່ງປະກອບມີ ອຸປະກອນປ້ອງກັນຕົວທາງການແພດ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກສະພາບຮ່າງກາຍຄົນເຈັບ ແລະອື່ນໆ. ໂອກາດນີ້, ທ່ານ ວົງຄໍາ ພົມມະກອນ ໄດ້ຕາງໜ້າກອງທັບປະຊາຊົນລາວ ສະແດງຄວາມຂອບອົກຂອບໃຈມາຍັງກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອີກຄັ້ງໜຶ່ງ ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງໃຫ້ແກ່ຝ່າຍລາວໃນການຕ້ານກັບພະຍາດໂຄວິດ-19 ແລະໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບຖານສະຫາຍກໍ່ຄືອ້າຍນ້ອງທີ່ສະໜິດແໜ້ນລະຫວ່າງສອງກອງທັບລາວ-ຈີນ. ...

Read More »

ບໍລິສັດລົດໄຟລາວ-ຈີນ ຕ້ອງການພະນັກງານລາວ 600 ຫາ 700 ກວ່າຄົນ

ບໍລິສັດທາງລົດໄຟລາວ-ຈີນຕ້ອງ ການພະນັກງານໃນລະຫວ່າງ 600 ຫາ 700 ກວ່າຄົນ ອັນນີ້ນັບວ່າ ເປັນຂ່າວດີສໍາລັກນັກຮຽນ ນັກສຶກສາລາວທີ່ຮຽນຈົບ ແລະ ບໍ່ທັນມີວຽກເຮັດ ຫຼື ກໍາລັງຊອກ ວຽກເຮັດງານທໍາ ຫຼັງຈາກທີ່ ບໍລິ ສັດດັ່ງກ່າວ ໄດ້ປະກາດຮັບສະ ໜັກພະນັກງານຈໍານວນຫຼາຍຄື ແນວນີ້. ການຮັບສະໜັກພະນັກງານດັ່ງກ່າວຈະໄດ້ແບ່ງອອກເປັນ 3 ໄລຍະຄື ໄລຍະທີ່ 1 ແມ່ນຈະຮັບເອົາ ປະມານ 300 ຄົນ ໂດຍເຮັດວຽກຢູ່ ໃນ 4 ຕໍາແໜ່ງງານຄື: ຄົນຂັບລົດໄຟ, ຜູ້ຄຸມການເດີນ ລົດໄຟ, ຊ່າງສ້ອມແປງຫົວຈັກ ລົດໄຟ ແລະ ຊ່າງສ້ອມແປງສິ່ງຕິດ ຕັ້ງພື້ນຖານໂຄງລ່າງ. ສະເພາະໄລຍະເວລາທີ່ຈະເປີດຮັບສະໝັກພະນັກງານໄລຍະທີ 2 ແລະ 3 ຍັງບໍ່ທັນມີໄລຍະເວລາ ຫຼື ລາຍລະອຽດທີ່ສັດເຈນ. ທ່ານໃດສົນໃຈຢາກໄປເຮັດວຽກຢູ່ ນໍາໂຄງການທາງລົດໄຟ ລາວ-ຈີນສາມາດໄປເອົາແບບຟອມ ຢູ່ບໍລິສັດທາງລົດໄຟລາວ-ຈີນຈໍກັດ ຢູ່ ທີ່ຕຶກວຽງຈັນເຊັນເຕີ ຊັ້ນ 06. ສາມາດສົ່ງປະຫວັດຫຍໍ້ ແລະ ຂໍ້ມູນສ່ວນໂຕ ໄປທີ່ເວັບໄຊ www.lcrc.ltd ຫຼື  ...

Read More »

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!!

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!! ໃນວັນທີ 28 ກັນຍາ 2019 ຊິເຊໂດ້ ລາວ shiseido laos  ໃດ້ເປີດສາຂາບໍລິການຄວາມງາມແຫ່ງໄຫມ່ທີ່ຊື່ວ່າ Beauty Avenue ຕັ້ງຢູ່ບ້ານອານຸຖະຫນົນສາມແສນໄທ ກົງກັນຂ້າມກັບສູນ Mango, ກ່ອນຮອດທະນາຄານພົງສະຫວັນ ສາຂາ ສີຫອມ , ໂດຍການເຂົ້າຮ່ວມຄັ້ງນີ້ມີທ່ານ Iwakami Katsuishi ປະທານອົງການສົ່ງເສີມການຄ້າຢີ່ປຸ່ນປະຈຳວຽງຈັນ ( JETRO Vientiane )  ທ່ານ ມິກິໂອະ ກຸລະຕະ ປະທານ ບໍລິສັດ ບິວຕີ້ໂພດັກ ຂາອອກ ຂາເຂົ້າ ຈຳກັດ ແລະ ທ່ານນາງ ນົບພະການ ບົວພິມ ເຈົ້າຊອງສູນບໍລິການແຫ່ງດັ່ງກ່າວ ທ່ານແຂກກິດຕິມາສັກ ຍິງ ຊາຍ ຫລາຍທ່ານກໍ່ເຂົ້າຮ່ວມຍິນດີ ຕາງຫນ້າຈາກ ບໍລິສັດ ຊິເຊໂດ້ ປະເທດໄທ ທ່ານ ນັດຖະນັດ ປະຕິສຳພິທາ Senior ...

Read More »

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!!

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ໃນລາວ!!! ໃນວັນທີ 28 ກັນຍາ 2019 ທີ່ຜ່ານມາ ທ່ານ ມິກິໂອະ ກຸລະຕະ  ແລະ ທ່ານນາງ ນົບພະການ ບົວພິມ CEO of Beauty Product Import, Export ທັງເປັນ CEO Shiseido Laos  ໄດ້ຈັດງານເປີດ Sheiseido Beauy Center ສາຂາ Beauty Avenue ຢ່າງເປັນທາງການ ເຊິ່ງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ອິວາກາມິ ກັດຊຸ່ຍສິ  ຫົວຫນ້າອົງການສະພາການຄ້າຢີ່ປຸ່ນ ປະຈຳລາວ ທ່ານ ນັດຖະນັດ ປະຕິສຳພິທາ Senior Marketing & Brand Strategy Manager, Sheiseido Thailand ແລະ ທ່ານນາງ ແຕ້ວ ນັດທະພອນ ເຕມີຣັກ ...

Read More »

4 ສາເຫດຫຼັກ ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງ (ແລ້ວເຮົາຈະມີວິທີແກ້ໄຂໄດ້ແນວໃດ?)

ຄ່າຄອງຊີບທີ່ສູງ ຜູ້ດຳລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ຕ້ອງມີລາຍຮັບຂັ້ນຕ່ຳ 1. 85 ລ້ານກີບຕໍ່ເດືອນ ຈຶ່ງສາມາດປະຄອງຕົວຢູ່ໄດ້; ສາເຫດຫຼັກແມ່ນເກີດຈາກສິນຄ້າທີ່ຈຳໜ່າຍຢູ່ທ້ອງຕະຫຼາດຍັງເພິ່ງການນຳເຂົ້າ, ສ່ວນການຜະລິດຢູ່ພາຍໃນຍັງມີໜ້ອຍ, ສິນຄ້າທີ່ຜະລິດເອງມີລາຄາທີ່ແພງ. ອີງຕາມບົດຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກ່ຽວກັບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ( ນວ ) ພົບວ່າ: ຄ່າຄອງຊີບຂັ້ນຕ່ຳຢູ່ນະຄອນຫຼວງວຽງຈັນ ມີຄ່າສະເລ່ຍປະມານ 1.85 ລ້ານກີບຕໍ່ເດືອນ.  ໃນນັ້ນ, ລວມມີຄ່າອາຫານ 9 ແສນກີບຕໍ່ຄົນຕໍ່ເດືອນ, ຄ່າທີ່ພັກອາໄສ 3 ແສນກີບ, ຄ່ານ້ຳມັນເຊື້ອໄຟ 150.000 ກີບຕໍ່ຄົນຕໍ່ເດືອນ ແລະ ຄ່າໃຊ້ຈ່າຍອື່ນໆໃນການດຳລົງຊີວິດປະຈຳວັນ. ບົດຄົ້ນຄວ້າດັ່ງກ່າວໄດ້ກຳນົດກຸ່ມຕົວຢ່າງ: ຈຳນວນ 60 ຄົນ ທີ່ເປັນພະນັກງານລັດຖະກອນ, ກຳມະກອນ, ນັກສຶກສາ ໂດຍໄດ້ດຳເນິີນການສຳພາດເຈາະເລິກກຸ່ມຕົວຢ່າງໃນເດືອນກຸມພາ 2019. ບົດຄົ້ນຄວ້າດັ່ງກ່າວຍັງໄດ້ປຽບທຽບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ສູງກວ່າຄ່າຄອງຊີບຢູ່ນະຄອນຫຼວງບາງກອກ ປະເທດໄທ ເຖິງ 16% ແລະ ສູງກວ່ານະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ເຖິງ 42%. ສ່ວນສາເຫດທີ່ເຮັດໃຫ້ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງນັ້ນ ບົດວິໄຈດັ່ງກ່າວໄດ້ວິເຄາະ 4 ສາເຫດຫຼັກ ຄື: ...

Read More »

ໂຄງການປັບປຸງກໍ່ສ້າງ ສະໜາມບິນແຂວງບໍ່ແກ້ວ ຄືບໜ້າເກືອບ 35% ແລ້ວ

ອັບເດດຂ່າວລ່າສຸດ 21/05/2019: ຂອງໂຄງການ ກໍ່ສ້າງປັບປຸງຍົກລະດັບ ສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໂຄງການນີ້ ແມ່ນໂຄງການບຸລິມະສິດຂອງລັດຖະບານແຫ່ງ ສ.ປ.ປ ລາວ . ການກໍ່ສ້າງແມ່ນ ເລີ່ມຕົ້ນລົງມືມາຕັ້ງແຕ່ທ້າຍເດືອນກັນຍາ ປີ2018 ; ປັດຈຸບັນແມ່ນມີຄວາມຄືບໜ້າເກືອບ 35% ໂດຍແມ່ນ ບໍລິສັດ ດວງຈະເລີນພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 149 ກວ່າຕື້ກີບ ເຊິ່ງແມ່ນງົບປະມານແຫ່ງລັດ ແລະ ຄາດການຈະໃຫ້ແລ້ວເສັດ ພ້ອມເປີດນຳໃຊ້ ແມ່ນປະມານຕົ້ນເດືອນ ທັນວາປີ 2020 ຕາມຄຳບອກກ່າວຂອງ ທ່ານຄຳປ່ຽນ ລ້ານນາ ຫົວຫນ້າຮັບຜິດຊອບໂຄງການ ເຊິ່ງການກໍ່ສ້າງນີ້ ແມ່ນໄດ້ມາດຕະຖານຂອງກົມການບິນພົນລະເຮືອນ ແລະ ມີຄວາມປອດໄພຕາມມາດຕະຖານສາກົນ ພ້ອມທັງສາມາດຮອງຮັບເຮືອບິນຂະຫນາດໃຫຍ່ໄດ້. ຂອບໃຈ ພາບ ແລະ ຂ່າວຈາກ : ໂທລະພາບແຂວງບໍ່ແກ້ວ ກົດເບິ່ງ ວີດີໂອ : ໂຄງການ ປັບປຸງຍົກລະດັບ ສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ,ມີຄວາມຄືບໜ້າ 34 ກວ່າ%ຂ່າວ:ເງິນຫຼົງ ຈິດພູວົງ)(ພາບ:ສາຍສາໜອນ ແກ້ວວິສິດ) Posted ...

Read More »