14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ໃນບຸນອອກພັນສາ 2020…

ອຳນາດການປົກຄອງເມືອງຈັນທະບູລີ,ນະຄອນຫຼວງວຽງຈັນ ເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ນີ້

Boun Ok Phansa on Freemages

ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບຮອບດ້ານ ໃນງານດັ່ງກ່າວ. ​ສຳລັບ 14 ຂໍ້ຫ້າມ ປະກອບມີ: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ; ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ; ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ; ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ; ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ມາຂາຍ-ຈຳໜ່າຍພາຍໃນງານເດັດຂາດ; ຫ້າມວາງຂາຍເຄື່ອງ ແລະ ນໍາເອົາເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ກຳມະການຈັດງານກໍານົດໃຫ້;

ເມືອງຈັນທະບູລີ ອອກ 14 ຂໍ້ຫ້າມ ໃນງານບຸນອອກພັນສາ ທ່າວັດຈັນ | Laos News Agency

ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນ ວັດທະນະທຳລາມົກ ໂດຍສະເພາະແຜ່ນຊີດີ, ດີວີດີ ລາມົກ ແລະ ຮູບພາບລາມົກຕ່າງໆມາວາງຂາຍເດັດຂາດ; ພ້ອມນັ້ນ ຫ້າມຫຼີ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ; ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກຳມະການຈັດງານຕະຫຼາດນັດເດັດຂາດ; ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າລະເມີດຈະຖືກເຈົ້າໜ້າທີ່ກ່າວຕັກເຕືອນ ຫຼື ນໍາໄປພັກຜ່ອນໄວ້ກ່ອນ; ຫ້າມບຸກຄົນ ນິຕິບຸກຄົນ ສຳນັກງານ ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງສິນຄ້າ ຂອງຄະນະກຳມະການຈັດງານຕະຫຼາດນັດ; ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ເດັດຂາດ; ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈັ້ຍໂຄສະນາສິນຄ້າຕ່າງໆ; ຫ້າມບໍ່ໃຫ້ຜູ້ສໍາປະທານສະຖານທີ່ງານບູນ ມອບສະຖານທີ່ໃຫ້ແກ່ຜູ້ສໍາປະທານອື່ນ ຈັບຈອງຕໍ່ເດັດຂາດ ແລະ ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.ສຳລັບກິດຈະກຳການແຂ່ງຂັນກີລາຊ່ວງເຮືອ ແມ່ນຈັດຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ, ຈຸດປ່ອຍເຮືອແມ່ນເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ.

ຂໍ້ຫ້າມ ໃນງານບຸນຊ່ວງເຮືອ ທ່າວັດຈັນ ປີນີ້ມີຫຍັງແດ່?

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments