ເສດຖະກິດ

ປະຊາຊົນ ແຂວງບໍ່ແກ້ວ ມີລາຍຮັບສະເລ່ຍ 1.000 ກວ່າໂດລາ…

ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ສະຫາຍ ບົວຄົງ ນາມມະວົງ ໄດ້ລາຍງານສະພາບທົ່ວໄປ ໃນໄລຍະ 5 ປີຜ່ານມາ (2016-2020) ຢູ່ແຂວງບໍ່ແກ້ວ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VI ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ຕຸລາ ທີ່ຜ່ານມານີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງວ່າ: ການເຕີບໂຕທາງດ້ານເສດຖະກິດໃນໄລຍະ 5 ປີຜ່ານມາ ພາຍໃນແຂວງບໍ່ແກ້ວມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,4% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ (GDP) ປີ 2019 ບັນລຸໄດ້ 3.181.82 ຕື້ກີບ ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 1.900 ກວ່າໂດລາຕໍ່ຄົນຕໍ່ປີ. ໄດ້ຂະຫຍາຍຕາໜ່າງໄປສະນີ, ໂທລະຄົມມະນາຄົມ ໄປສູ່ເຂດຊົນນະບົດຫ່າງໄກຊອກຫຼີກ, ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ນຳໃຊ້ເຄືອຄ່າຍໂທລະສັບ ແລະ ອິນເຕີເນັດກວມເຖິງ 98% ຂອງຈຳນວນປະຊາກອນທັງໝົດໃນທົ່ວແຂວງ, ໄດ້ເອົາໃຈໃສ່ເບິ່ງແຍງສຸຂະພາບແມ່ ແລະ ເດັກນ້ອຍ, ໂພຊະນາການ, ສັກຢາກັນພະຍາດ ໃຫ້ແກ່ກຸ່ມເປົ້າໝາຍຢ່າງທົ່ວເຖິງ ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກນ້ອຍຫຼຸດລົງ, ຍົກລະດັບຄຸນນະພາບ ແລະ ຄວາມທັນສະໄໝຂອງການບໍລິການຢູ່ແຕ່ລະຂັ້ນຢ່າງຕໍ່ເນື່ອງ. ສະຫາຍ ບົວຄົງ ...

Read More »

ສາຍການບິນທົ່ວໂລກ ມີ​ຄວາມສ່ຽງວ່າງງານ​ເພີ່ມ​ຂຶ້ນ 46 ລ້ານຄົນ

ອ້າງຕາມສຳນັກຂ່າວ ຊີເອັນເອັນ. ກຸ່ມປະຕິບັດການ ຂົນສົ່ງ ທາງອາກາດ(ເອທີເອຈີ) ອົງກອນ ພັນທະມິດ ອຸດສາຫະກຳ ການບິນ ລະດັບໂລກ ເປີດເຜີຍລາຍງານ ສະບັບ ໃໝ່ ຄາດການວ່າ: ການແຜ່ ລະບາດຂອງ ພະຍາດ ໂຄວິດ-19 ຈະສົ່ງຜົນໃຫ້ ຕຳແໜ່ງງານ ໃນອຸດສາຫະກຳ ການບິນ ແລະ ທຸລະກິດທີ່ກ່ຽວຂ້ອງລວມ 46 ລ້ານຄົນ ຈາກທັງໝົດ 88 ລ້ານຄົນ ມີຄວາມສ່ຽງ ທີ່ຈະສູນເສຍ ວຽກເຮັດງານທຳ ເປັນການຖາວອນ ແລະ ຊົ່ວຄາວ ພາຍໃນຕົ້ນປີ 2021, ໂດຍອຸດສາຫະກຳ ການບິນທົ່ວໂລກ ຈະຍັງຄົງ ຫລຸດລົງ ຢ່າງຕໍ່ເນື່ອງ ແລະ ຕ້ອງໃຊ້ເວລາເຖິງ ປີ 2024 ເປັນຢ່າງໜ້ອຍ ຈຶ່ງຈະສາມາດ ຟື້ນຕົວ ກັບມາສູ່ ລະດັບດຽວກັນປີ 2019 ໄດ້. ຂະນະຸທີ່ ອຸດສາຫະກຳ ການບິນ ແລະ ການທ່ອງທ່ຽວ ເປັນພາກ ທຸລະກິດ ...

Read More »

ເສວະນາ ກ່ຽວກັບໂຄງສ້າງລາຄາໄຟຟ້າລາວ…

ໃນວັນທີ 5 ຕຸລາ 2020, ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງ ຈັດເວທີ ເສວະນາ ເພື່ອປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບໂຄງສ້າງລາຄາໄຟຟ້າ ສະບັບປັບປຸງໃໝ່ 2021-2025, ໂດຍໄດ້ເຊື້ອເຊີນເອົາທຸກພາກ ສ່ວນທີ່ມີຄວາມສົນໃຈ ກ່ຽວກັບລາຄາໄຟຟ້າ ໃຫ້ສາມາດອອກຄໍາຄິດ, ຄຳເຫັນ, ແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ແບບສ້າງສັນ ແລະ ຢ່າງມີວິທະຍາສາດ. ໃນເວທີເສວະນາໃນຄັ້ງນີ້, ນັກເສວະນາກອນ ຢູ່ເທິງເວທີ ປະກອບມີ ທ່ານ ສາຍທອງ ແກ້ວດວງດີ ຄະນະປະຈໍາສະພາແຫ່ງ, ປະທານກໍາມະທິການກົດໝາຍ, ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ພູເພັດ ກ້ຽວພິລາວົງ ຄະນະບໍດີຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ...

Read More »

ຫຼວງພະບາງ ສະເຫຼີມສະຫຼອງ ງານກາເຟລາວ…

ວັນທີ 3 ຕຸລາ 2020 ສະພາການອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ຮ່ວມກັບກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ຈັດງານສະເຫຼີມສະຫຼອງງານກາເຟລາວ ຢູ່ເຮືອນຈັນນະຄອນ ຫຼວງພະບາງ. ມີ ທ່ານ ພວງປາລິສັກ ປຣະວົງວຽງຄຳ ທີ່ປຶກສາລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວເຂົ້າຮ່ວມ. ທ່ານ ຈັນທາ ທີບພະວົງພັນ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ກ່າວໄຂງານຄັ້ງນີ້ວ່າ: ງານກາເຟລາວ ຫຼື ກາເຟບ້ານເຮົາ ໄດ້ມີການສະເຫຼີມສະຫຼອງທຸກໆປີ ໂດຍໄດ້ກຳນົດເອົາວັນທີ 1 ຕຸລາ ຂອງທຸກປີເປັນວັນກາເຟລາວ, ສຳລັບປີນີ້ ຈັດຂຶ້ນເປັນຄັ້ງທີ 3 ແລະ ເປັນຄັ້ງທີ 2 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງ. ການຈັດກິດຈະກໍາກາເຟລາວ ແມ່ນມີຄວາມໝາຍສໍາຄັນຫຼາຍ ເພື່ອຊຸກຍູ້ສົ່ງ ເສີມ ແລະໂຄສະນາກາເຟລາວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ກາເຟລາວ ແມ່ນພືດ ທີ່ຕິດພັນກັບວັດທະນະທຳ-ຮີດຄອງປະເພນີ ແຕ່ບູຮານນະການຈົນປັດຈຸບັນ ແລະ ກາຍເປັນສິນຄ້າຖິ່ນກຳເນີດຂອງຊາດລາວ ຂະບວນ ການຜະລິດກາເຟລາວ ...

Read More »

ຊົມເຊີຍ.!! ອຄ.ນວ ທຳລາຍສິນຄ້າ ປົນເປື້ອນສານເຄມີ ມູນຄ່າ 6 ລ້ານກວ່າ…

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ກວດຢຶດ ແລະ ທຳລາຍຖິ້ມປາໝຶກແຊ່ໂຊດາໄຟ ແລະ ມີສານຟໍມາລີນປົນເປື້ອນ ໃນວັນທີ 2 ຕຸລາ 2020 ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ, ມີຫົວໜ້າ – ຮອງຫົວໜ້າຂະແໜງການຄ້າພາຍໃນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ. ທ່ານ ສຳເລັດ ເພັດພອນສັກ ຫົວໜ້າຂະແໜງການຄ້າພາຍໃນ ກ່າວວ່າ: ປະຕິບັດຕາມແຜນການການເຄື່ອນໄຫວວຽກງານຂອງພະແນກ ອຄ.ນວ ໂດຍເຫັນໄດ້ຄວາມສໍາຄັນຂອງວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ – ຄ້າຂາຍນອກລະບົບທຸກຮູບແບບ, ການຂາຍ ແລະ ສະໜອງອາຫານໃຫ້ແກ່ສັງຄົມບໍ່ມີຄວາມປອດໄພ, ບໍ່ໄດ້ມາດຕະຖານ, ເຈືອປົນ, ປົນເປື້ອນສານເຄມີ ຫຼື ໝົດອາຍຸການບໍລິໂພກ, ໄລຍະຜ່ານມາ ພະແນກ ອຄ.ນວ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາຢ່າງເປັນປະຈໍາ ເຊິ່ງໃນວັນທີ 30 ກັນຍາ ...

Read More »

ໂຄງການພັດທະນາທ່າເຮືອ ແລະ ບໍລິການ ເມືອງຕົ້ນເຜີ້ງ ມູນຄ່າການລົງທຶນເບື້ອງ 50 ລ້ານໂດລາ

ພິທີວາງສີລາລຶກໂຄງການສຳປະທານເນື້ອທີ່ດິນລັດ ເພື່ອພັດທະນາທ່າເຮືອ ແລະ ບໍລິການ ເຂດບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດຂຶ້ນວັນທີ 3 ຕຸລາ 2020 ໂດຍມີທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.​ ທ່ານ ຄອນຄໍາ ອິນທະວົງ ປະທານບໍລິສັດ ໂອເຊຍໂນການຄ້າ ຈໍາກັດຜູ້ດຽວ ກ່າວວ່າ: ໂຄງການພັດທະນາທ່າເຮືອບ້ານມອມ ແລະ ເຂດບໍລິການ ເປັນແນວຄວາມຄິດຂອງນັກພັດທະນາທັງ ພາກລັດ ແລະ ນັກທຸລະກິດ ເວົ້າສະເພາະແຂວງບໍ່ແກ້ວ ຮ່ວມກັບບໍລິສັດ ໂອເຊຍໂນການຄ້າ ຈໍາກັດຜູ້ດຽວ ທີ່ຈະພັດທະນາສະຖານທີ່ແຫ່ງນີ້ໃຫ້ເປັນເຂດພັດທະນາແບບຍືນຍົງ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ປີ 2030 ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຂອງ ສປປ ລາວ. ໂຄງການດັ່ງກ່າວ ເປັນໂຄງການຮ່ວມທຶນລະຫວ່າງພາຍໃນກັບຕ່າງປະເທດ ທີ່ມີປະສົບດ້ານການກໍ່ ສ້າງໃນອະນຸພາກພື້ນອາຊີ ...

Read More »

ຂີ້ເຫຍື້ອ ງານບຸນຊ່ວງເຮືອ ທ່າວັດຈັນ ມື້ສຸດທ້າຍ 20 ກວ່າໂຕນ….

ຫຼັງສຳເລັດງານບຸນເທດ ໃນງານບຸນຊ່ວງເຮືອ ອອກພັນສາ ທີ່ໜ້າວັດຈັນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໃນຄືນວັນທີ 3 ຕຸລາ 2020 ຜ່ານມາ ພາກສ່ວນທີ່ຮັບຜິດຊອບອະນາໄມມ້ຽນມັດຂີ້ເຫຍື້ອ ໃຫ້ຮູ້ວ່າ ຂີ້ເຫຍື້ອໃນຄືນສຸດທ້າຍ ເຂດນອກ ປະມານ 22 ໂຕນ ແລະ ເຂດໃນສວນເຈົ້າອານຸວົງ ປະມານ 20 ລົດຂົນຂີ້ເຫຍື້ອ. ທ່ານ ວິໄຊ ອິນທະສານ ຮອງຫົວໜ້າບໍລິສັດອະນາໄມ ຈັນທະບູລີ ຈຳກັດ ໃຫ້ສຳພາດວ່າ: ການເຮັດອະນາໄມໃນງານບຸນຊ່ວງເຮືອປີນີ້ ທາງບໍລິສັດແມ່ນຮັບຜິດຊອບອະນາໄມມ້ຽນຂີ້ເຫຍື້ອ ເສັ້ນທາງເສດຖາທິຣາດ ແຕ່ໜ້າທະນາຄານພັດທະນາລາວ ລົງຮອດຫໍຄຳ ແລະ ລ້ຽວຂຶ້ນມາ 4 ແຍກໂຮງໝໍມະໂຫສົດ ແລະ ຂຶ້ນມາຮອດ 3 ແຍກ ວິທະຍາໄລປາກປ່າສັກ ລວມຄວາມຍາວ ປະມານ 3 ກິໂລແມັດ. ເຊິ່ງນັບແຕ່ມື້ເປີດງານບຸນຊ່ວງເຮືອຢ່າງເປັນທາງການເປັນຕົ້ນມາຄື: ແຕ່ໃນຄືນວັນທີ 30 ກັນຍາ ແມ່ນເກັບມ້ຽນຂີ້ເຫຍື້ອໄດ້ປະມານ 3 ໂຕນ, ຄືນວັນທີ 1 ຕຸລາ ເກັບໄດ້ 4 ...

Read More »

ໂຕໂຢ ຈະສ້າງຄ່ານິຍົມການໃຊ້ ແບບ Made in Laos…

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະໄດ້ ່ ລົງຢ້ຽມຢາມ ໂຮງງານອຸດສາຫະກຳໂຕໂຢລາວຈຳກັດຜູ້ດຽວ ທີ່ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 1 ຕຸລານີ້ ໂດຍໄດ້ຮັບການຕ້ອນຮັບຂອງທ່ານ ລັງກອນ ໄຊຍະວົງ ປະທານ ໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດຜູ້ດຽວ. ໃນໂອກາດລົງຢ້ຽມຢາມຄັ້ງນີ້ ທ່ານລັດຖະມົນຕີພ້ອມ ຄະນະໄດ້ຮັບຟັງການລາຍງານ ກ່ຽວກັບ ການຂະຫຍາຍຕົວ ຂອງບໍລິສັດໂດຍຫຍໍ້ ຊຶ່ງສະເຫນີ ໂດຍທ່ານ ລັງກອນ ໄຊຍະວົງ ໃຫ້ຮູ້ວ່າ : ໂຮງງານອຸດສາຫະ ກຳໂຕໂຢລາວ ຈຳກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2016 ເພື່ອຜະລິດທໍ່ ແລະ ອຸປະກອນກໍ່ສ້າງລະບົບນ້ໍາ, ໄດ້ຮັບການຖ່າຍທອດເຕັກໂນໂລຊີຈາກຕ່າງປະເທດ, ປັດຈຸບັນປະກອບມີ 2 ສາຂາ ແລະ 800 ກວ່າຕົວແທນຈຳໜ່າຍທົ່ວປະເທດ, ໃນນັ້ນຕັ້ງຢູ່ ບ້ານໄຊສະຫວ່າງ 1 ສາງໃຫຍ, ບ້ານສະພັງມຶກ ເມືອງໄຊທານີ, ບ້ານສີບຸນເຮືອງ ເມືອງຈັນທະບູລີ, ບ້ານຫນອງໜຽວ ...

Read More »

ວິສາຫະກິດຊ້ຳກັນ ຫຼາຍກວ່າ 600 ຫົວໜ່ວຍ…

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ເຜີຍທົ່ວນະຄອນຫຼວງວຽງຈັນ ( ນວ ) ມີຕົວເລກຫົວໜ່ວຍວິສາຫະກິດຊໍ້າຊ້ອນກັນ 623 ຫົວໜ່ວຍ ເນື່ອງຈາກລະບົບການຄຸ້ມຄອງມີການປັບປ່ຽນ ແລະ ມີການແບ່ງຂັ້ນໃນການຄຸ້ມຄອງ ເພື່ອຫາທາງແກ້ໄຂບັນຫາ ພາບປະກອບເທົ່ານັ້ນ ໃນວັນທີ 30 ກັນຍາ 2020 ທີ່ພະແນກ ອຄ.ນວ ໄດ້ມີການຈັດກອງປະຊຸມປຶກສາຫາລື   ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ຫົວໜ່ວຍວິສາຫະກິດທີ່ບໍ່ມີຕົວຕົນໃນ ນວ ເພື່ອຊ່ວຍຫາວິທີທາງອອກໃນການເກັບກຳຫົວໜ່ວຍທຸລະກິດດັັ່ງກ່າວ. ໂດຍການເປັນປະທານຂອງ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ, ມີຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ບັນດາຫົວໜ້າຫ້ອງການ ອຄ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພາບປະກອບເທົ່ານັ້ນ ທ່ານ ນາງ ອຳພອນ ພັນນາມວົງ ຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ, ...

Read More »

6 ປະເທດ ໄດ້ຮັບຜົນປະໂຫຍດຈາກແມ່ນ້ຳລ້ານຊ້າງ-ນ້ຳຂອງ ຮ່ວມກັນ…

ຕາມຂໍ້ມູນສະຖານທູດຈີນ ໃຫ້ຮູ້ວ່າ: ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ໄຫລຜ່ານ ຈີນ, ລາວ, ໄທ, ມຽນມາ, ກຳປູເຈຍ ແລະ ຫວຽດນາມ ຖືວ່າ ປະຊາຊົນ 6 ປະເທດນີ້ໄດ້ຮັບຜົນປະໂຫຍດ ແລະ ຮ່ວມຊະຕາກຳອັນດຽວກັນ, ຮ່ວມສ້າງວັດທະນະທຳ, ສ້າງບ້ານແປງເມືອງອັນດີງາມ, ສຸມກຳລັງເຂົ້າໃນການຕ້ານໄພແລ້ງ-ນ້ຳຖ້ວມໃນພາກພື້ນ, ຮ່ວມຄວບຄຸມໄພພິບັດຈາກນ້ຳ, ຮ່ວມພັດທະນາພື້ນຖານໂຄງລ່າງຊັບພະຍາກອນນ້ຳ, ແກ້ໄຂອຸທົກກະໄພ ແລະອື່ນໆ ຊຶ່ງໄດ້ກາຍເປັນຫົວຂໍ້ສຳຄັນຂອງການຮ່ວມມື ຂອງບັນດາປະເທດໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນຊຸມປີຜ່ານມາ, ເນື່ອງຈາກໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ ໄດ້ເກີດມີໄພນ້ໍາຖ້ວມ ແລະ ໄພແຫ້ງແລ້ງ ທີ່ຢູ່ພາຍໃນພາກພື້ນແມ່ນ້ຳດັ່ງກ່າວນີ້ ຊຶ່ງບັນດາປະເທດທີ່ຢູ່ຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ແບ່ງປັນຂໍ້ມູນຂ່າວສານ ແລະ ປະສານສົບທົບວາງແຜນນຳກັນ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍ. ໃນຕະຫຼອດໄລຍະ 18 ປີຜ່ານມາ ຈີນ ໄດ້ສະໜອງຂໍ້ມູນອຸທົກກະສາດຂອງແມ່ນ້ຳລ້ານຊ້າງໃຫ້ແກ່ປະເທດຕ່າງໆຢູ່ລຸ່ມແມ່ນນ້ຳຂອງ. ພາຍຫຼັງກົນໄກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສ້າງຕັ້ງຂຶ້ນແລ້ວ, ການຮ່ວມມືດ້ານການພັດທະນາ, ນຳໃຊ້ ແລະ ການຄຸ້ມຄອງຊັບພະຍາກອນນ້ຳ ຍິ່ງມີວິທີການທີ່ດີ ແລະ ມີປະສິດທິຜົນຫຼາຍຢ່າງ ຊຶ່ງໄດ້ຮັບການຊົມເຊີຍໂດຍທົ່ວໄປຈາກບັນດາ ປະເທດສະມາຊິກໃນກົນໄກດັ່ງກ່າວ. ໃນກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 3 ຫາກໍອັດລົງເມື່ອບໍ່ດົນມານີ້ ຈີນ ໄດ້ປະກາດວ່າເລີ່ມແຕ່ປີນີ້ເປັນຕົ້ນໄປ ຈະແບ່ງປັນຂໍ້ມູນອຸທົກກະສາດຂອງແມ່ນ້ຳລ້ານຊ້າງຕະຫຼອດປີ ໃຫ້ກັບບັນດາປະເທດລຸ່ມແມ່ນ້ຳຂອງ ...

Read More »