ກະຊວງ ຖວທ ແຈ້ງໃຫ້ຜູ້ສ້າງຂ່າວອອນລາຍມາລົງທະບຽນ ໃຫ້ຖືກຕ້ອງຕາມລະບຽບການ…

ຫ້ອງການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຈ້ງມາຍັງບັນດາທ່ານ ຜູ້ອຳນວຍການ, ຫົວໜ້າບັນນາທິການ ແລະ ເຈົ້າຂອງໜ້າຂ່າວ (Admin) ສື່ສັງຄົມອອນລາຍ ຂອງບຸກ ຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ທີ່ເຄື່ອນໄຫວຢູ່ພາຍໃນ ສປປ ລາວ ຊາບວ່າ: ເພື່ອເຮັດໃຫ້ວຽກງານການ ໂຄສະນາຜ່ານສື່ສັງຄົມອອນລາຍ ກໍຄື ການສ້າງຕັ້ງໜ້າຂ່າວ ເຟສບຸກ (Face book), ຢູທູບ (Youtube) ແລະ ເວັບໄຊ (Website) ທີ່ເຮັດໜ້າທີ່ບໍລິການຂ່າວ ແລະ ສະ ໜອງຂໍ້ມູນຂ່າວສານ ໃຫ້ແກ່ສັງຄົມ ໃຫ້ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ເປັນຈິງ, ໜ້າເຊື່ອຖື ແລະ ເປັນປະໂຫຍດຕໍ່ການ ພັດທະນາເສດຖະກິດ-ສັງຄົມ.

ໃນໄລຍະຜ່ານມາ ພາຍຫລັງໄດ້ອອກແຈ້ງການເລກທີ 256/ຖວທ ລົງວັນທີ 12 ກໍລະກົດ 2019 ກ່ຽວກັບການສ້າງຕັ້ງໜ້າຂ່າວ (Social Media) ເພື່ອສະໜອງຂ່າວສານຮັບໃຊ້ສັງຄົມ ເຊິ່ງບັນດາຜູ້ອຳນວຍການ, ຄະນະບັນນາທິການ ແລະ ເຈົ້າຂອງໜ້າຂ່າວອອນລາຍຈຳນວນໜຶ່ງ ໄດ້ມີຄວາມຕື່ນຕົວ ແລະ ໄດ້ລົງທະບຽນນຳກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລ້ວ. ແຕ່ຍັງມີໜ້າຂ່າວອອນລາຍ ຈຳນວນຫລວງຫລາຍ ບໍ່ທັນມາລົງທະບຽນ. ສະນັ້ນ, ຖືວ່າໜ້າຂ່າວດັ່ງກ່າວ ບໍ່ໄດ້ຮັບອະນຸຍາດ ຖືກຕ້ອງຕາມກົດໝາຍສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ ລົງວັນທີ 04 ພະຈິກ 2016 ແລະ ລະເມີດລະບຽບການທີ່ກ່ຽວຂ້ອງ.ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ເພື່ອປົກປ້ອງຜູ້ໃຫ້ບໍລິການ ແລະ ຜູ້ບໍລິໂພກຂໍ້ມູນຂ່າວສານ ຜ່ານສື່ສັງຄົມອອນລາຍ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ທີ່ສ້າງໜ້າຂ່າວອອນລາຍແລ້ວ ແລະ ກຳລັງຈະສ້າງ ເພື່ອບໍລິການຂ່າວ ແລະ ສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມ ຕ້ອງໄດ້ລົງທະບຽນນຳພາກສ່ວນຄຸ້ມຄອງ ສື່ມວນຊົນ ຄືກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ; ຫ້າມບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ເຄື່ອນໄຫວໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ອອນລາຍ ໂດຍທີ່ຍັງບໍ່ໄດ້ຮັບອະນຸຍາດ ຢ່າງຖືກຕ້ອງຕາມກົດໝາຍສື່ມວນຊົນ; ຖ້າບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ຍັງສືບຕໍ່ເຄື່ອນໄຫວ ໂຄສະນາ

ແລະ ສະໜອງຂໍ້ມູນຂ່າວສານຜ່ານສື່ອອນລາຍໃຫ້ແກ່ສັງຄົມ ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຈະໄດ້ດຳເນີນມາດຕະການຕາມລະບຽບກົດໝາຍຂອງ ສປປ ລາວ. ສຳລັບການລົງທະບຽນ ສາມາດດາວໂລດແບບຟອມລົງທະບຽນ ນຳເວັບໄຊ WWW.medialaos.com ຫລື ເອົາຢູ່ກົມສື່ມວນຊົນ ແລະ ສາມາດສົ່ງຟອມລົງທະບຽນ ເຂົ້າທາງອີເມວ: [email protected]ແຈ້ງການສະບັບນີ້ ປ່ຽນແທນແຈ້ງການເລກທີ 256/ຖວທ ລົງວັນທີ 12 ກໍລະກົດ 2019 ກ່ຽວກັບການສ້າງຕັ້ງໜ້າຂ່າວ ( Social Media) ເພື່ອສະໜອງຂ່າວສານຮັບໃຊ້ສັງຄົມ.

ແຫຼ່ງຂໍ້ມູນ: ຂປລ

Comments