ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ….

ໃນວັນທີ 17 ພະຈິກ 2020 ໄດ້ມີ ກອງປະຊຸມແລກປ່ຽນບົດຮຽນ ແລະ ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ (Workshop on Digital Government) ຮ່ວມຈັດໂດຍ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ແລະ UNDP ປະຈໍາລາວ.

ກອງປະຊຸມຄັ້ງນີ້ ເປັນກຽດເປີດງານໂດຍ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບ ທ່ານ ນາງ Ricarda Rieger, ຜູ່ຕາງໜ້າ ອົງການ UNDP ເຊິ່ງມີຜູ້ເຂົາຮ່ວມແມ່ນ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກບັນດາກະຊວງອ້ອມຂ້າງ ລວມທັງໝົດ 50 ກວ່າທ່ານ.

ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມທໍາອິດໃນບັນດາກອງປະຊຸມກ່ຽວຂ້ອງກັບດິຈິຕອນທີ່ມີການວາງແຜນໄວ້ ເຊິ່ງຈະມີການເຊີນບັນດາພາກສ່ວນຕ່າງໆທີ່ມີສ່ວນກ່ຽວຂ້ອງກັບວຽກງານຫັນເປັນທັນສະໄໝ ໃນ ສປປ ລາວ ໃຫ້ເຂົ້າຮ່ວມເພື່ອປຶກສາຫາລື ແລະ ຄົ້ນຄວ້າວິທີການເພື່ອສົ່ງວຽກງານດັ່ງກ່າວຮ່ວມກັນ.

ນອກນັ້ນ, ກອງປະຊຸມຄັ້ງນີ້ ຍັງມີວາລະທີ່ສໍາຄັນໃນການແລກປ່ຽນບົດຮຽນ ແລະ ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ ໂດຍການເປັນປະທານຂອງທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງ ປທສ.ທ່ານ ນາງ Ricarda ໄດ້ກ່າວວ່າ:

“ຫຼາຍພາກສ່ວນຂອງລັດຖະບານ ໄດ້ຖືກກະທົບຈາກສະພາບການລະບາດຂອງພະຍາດໂຄວິດ-19 ກົດດັນໃຫ້ຫັນເຖີງການກ້າວເຂົ້າສູ່ຍຸກສະໄໝ ດິຈິຕອນ ແລະ ເຮັດໃຫ້ການປະຕິບັດວຽກງານຜ່ານລະບົບທັນສະໄໝຫຼາຍຂື້ນ”ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອຮ່ວມກັນ ແລກປ່ຽນບົດຮຽນ ແລະ ປຶກສາຫາລື ໃນ 3 ວຽກຫຼັກ ຄື: 1) ການພັດທະນາລັດຖະບານດີຈິຕອນ ຂອງ ສປປ ລາວ ແລະ ໃນຂົງເຂດປະເທດອາຊຽນ, 2) ສະພາບການພັດທະນາ ແລະ ແຜນການຫັນເປັນທັນສະໄໝ ຈາກບັນດາກະຊວງ ແລະ ກົມກອງອ້ອມຂ້າງ, 3) ປຶກສາຫາລືທາງດ້ານຄວາມເປັນໄປໄດ້ ແລະ ການສ້າງແຜນພັດທະນາ (roadmap) ເພື່ອຫັນເປັນທັນສະໄໝ ຂອງພາກລັດ.

ແຫຼ່ງຂໍ້ມູນ: lao youth radio

Comments