ປະຊາຊົນທ້ອງຖິ່ນ ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າຜ່ານທາງ…

ອຳນາດການປົກຄອງ ແຂວງຈຳປາສັກ ແລະພາກສ່ວນທີ່ກ່ຽວຂ້ອງກຳລັງກຽມປຶກສາຫາລື ກັບ 2 ບໍລິສັດ ກໍ່ສ້າງເອກະຊົນ ທີ່ໄດ້ສຳປະທານກໍ່ສ້າງເສັ້ນທາງແຕ່ເມືອງປາກເຊ-ເມືອງປາກຊ່ອງ ເພື່ອຊ່ວຍປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າຜ່ານທາງ.

ປະຊາຊົນແຂວງຈຳປະສັກ ໂດຍສະເພາະປະຊາຊົນທີ່ທຽວເສັ້ນທາງ ເມືອງປາກເຊ-ເມືອງປາກຊ່ອງເປັນປະຈຳ ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າທຽວເສັ້ນທາງ ຊຶ່ງເສັ້ນທາງດັ່ງກ່າວມີໄລຍະທາງ 45 ກິໂລແມັດ, ໂດຍມີການເກັບຄ່າຜ່ານທາງຢູ່ 2 ຈຸດຄື: ຫຼັກ 8 ຫາຫຼັກ 21 ແລະ ຫຼັກ 21 ຫາຫຼັກ 45 ຊຶ່ງຈຸດ 1 ແມ່ນຈະໄດ້ເສຍຄ່າຜ່ານທາງ 15,000 ຕໍ່ຄັ້ງ(ຕອນໄປ 15.000 ແລະຕອນກັບ 15.000) . ໝາຍຄວາມວ່າຖ້າປະຊາຊົນທຽວເສັ້ນທາງດັ່ງກ່າວຜ່ານ 2 ຈຸດພ້ອມກັນ ໄປ-ກັບ ແຕ່ຫຼັກ 8 ຫາຫຼັກ 21 ຕໍ່ໄປຮອດຫຼັກ 45 ແມ່ນຕ້ອງໄດ້ເສຍຄ່າຜ່ານທາງຕອນໄປ 30.000 ຕໍ່ຄັ້ງ ແລະ ຕອນກັບ 30.000ຕໍ່ຄັ້ງ ລວມແລ້ວເປັນ 60.000 ຕໍ່ຄັ້ງ.

ການເກັບເງິນມີ 2 ຈຸດດັ່ງກ່າວນີ້ ຍ້ອນມີ 2 ບໍລິສັດເອກະຊົນ ເປັນຜູ້ຮັບສຳປະທານກໍ່ສ້າງເສັ້ນທາງ ໂດຍໄດ້ຮັບການອະນຸຍາດກໍ່ສ້າງ ແລະ ເກັບເງິນດັ່ງກ່າວ ຈາກລັດຖະບານ ເພື່ອເກັບເງິນຄືນໃນການລົງທຶນ, ຊຶ່ງຈຸດທີ່ 1 ນັບແຕ່ຫຼັກ 8 ຫາຫຼັກ 21 ແມ່ນບໍລິສັດດວງຕາກໍ່ສ້າງເປັນຜູ້ສຳປະທານ ແລະ ຈຸດທີ 2 ແຕ່ຫຼັກ 21 ຫາຫຼັກ 45 ແມ່ນບໍລິສັດດວງດີກໍ່ສ້າງເປັນຜູ້ສຳປະທານ.

ເຈັ້າໜ້າທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ທ່ານ ຈັນທະວີສຸກ ວັນສິລິ ໄດ້ກ່າວຕໍ່ສຳນັກຂ່າວ ໃນວັນທີ 17 ພະຈິກ 2020 ນີ້ວ່າ: ກ່ຽວກັບການແກ້ໄຂການເກັບປີ້ຄ່າຜ່ານທາງດັ່ງກ່າວນີ້ ທາງເມືອງຍັງບໍ່ໄດ້ມີຂໍຕົກລົງລະອຽດໃນການເກັບເງິນດັ່ງກ່າວກັບ 2 ບໍລິສັດນີ້ເທື່ອງ ແຕ່ເມື່ອບໍລິສັດສ້າງທາງສຳເລັດ ເຂົາເຈົ້າແມ່ນໄດ້ເກັບເງິນເລີຍ.

ປັດຈຸບັນພະແນກຂອງພວກເຮົາ ໄດ້ສົມທົບກັບອຳນາດການປົກຄອງແຂວງ, ອຳນາດການປົກຄອງເມືອງປາກເຊ ແລະ ເມືອງປາກຊ່ອງ ກຍໝປຶກສາຫາລືກັບ 2 ບໍລິສັດ ເພື່ອຊ່ວຍປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກໃນປັດຈຸບັນ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ.

Comments