ສະຖາບັນ​ຂົງຈື​ ຈັດງານຕະຫຼາດນັດແຮງງານ ສ້າງໂອກາດໃຫ້….

ໃນວັນທີ 13 ພະຈິກ 2020 ນີ້, ຢູ່ສະຖາບັນ​ຂົງຈື​ ມະຫາວິທະຍາໄລແຫ່ງຊາດ​ ໄດ້ຈັດງານຕະຫຼາດ ນັດແຮງງານ​ ເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບໃໝ່ ຫຼື ຜູ້ທີ່ກໍາລັງຕ້ອງການຊອກວຽກເຮັດງານທຳ​,

ເປັນກຽດເຂົ້າຮ່ວມໂດຍ ທ່ານ​​ ສຈ.ປອ. ສົມສີ ຍໍພັນໄຊ ອະທິການບໍດີ​ ມະຫາວິທະຍາໄລແຫ່ງຊາດ, ທ່ານ​ ເສິນຊິນຫຼູ ປະທານສະພາການຄ້າກວາງຊີ ສປ​ ຈີນ​ ປະຈໍາ ລາວ,​ ທ່ານ​ ຄໍາຮຸ່ງ ຈັນທະ​ວົງ​ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ແລະ​ທ່ານ​ ໂຫລໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍ​ຈີນ,​ ມີບັນດາບໍລິສັດ ຫ້າງຮ້ານຕ່າງໆ ພ້ອມດ້ວຍພະນັກງານ,​ ຄູອາຈານ​ ແລະ​ນັກສຶກສາເຂົ້າຮ່ວມ.​

ໃນໂອກາດດັ່ງກ່າວ,​ ທ່ານ​​ ອະທິການບໍດີ ມຊ ​ ໄດ້ກ່າວວ່າ: ການຈັດງານຕະຫລາດນັດແຮງງານ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ແລະເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບມາຈາກພາຍໃນ ແລະ​ຕ່າງປະເທດ ຫຼື ຜູ້ທີ່ຕ້ອງການຊອກວຽກເຮັດງານທຳ ໃຫ້ໄດ້ມີໂອກາດມາສະໝັກຊອກວຽກຕາມທີ່ຕົນເອງຕ້ອງການໄດ້, ພ້ອມນັ້ນ ຍັງສາມາດຕອບສະໜອງໄດ້ຕາມສາຍຮຽນທີ່ຕົນເອງຮຽນຈົບມາ​ ແລະ​ໄດ້ນຳໃຊ້ຄວາມຮູ້ຄວາມສາມາດທີ່ຕົນເອງມີ ມານຳໃຊ້ໃຫ້ເກີດຜົນປະໂຫຍດຢ່າງສູງສຸດ.​

ທ່ານກ່າວຕື່ມວ່າ: ສໍາລັບງານໃນຄັ້ງນີ້ ມີ 24 ບໍລິສັດເຂົ້າຮ່ວມ, ມີທັງບໍລິສັດລາວ ແລະ​ບໍລິສັດຈີນທີ່ດຳເນີນທຸລະກິດຢູ່ລາວ ມາເປີດຮັບສະໝັກພະນັກງານ.​ ນອກຈາກເປີດຮັບສະໝັກພະນັກງານແລ້ວ ຍັງໄດ້ມີການວາງສະແດງຜະລິດຕະພັນຂອງບໍລິສັດນຳອີກ ເຊິ່ງເປັນການເປີດໂອກາດໃຫ້ແກ່ນັກສຶກສາ ໄດ້ສຶກສາຮຽນຮູ້ ແລະ​ເຂົ້າໃຈທ່າແຮງຂອງແຕ່ລະບໍລິສັດ ກ່ອນທີ່ຈະຕັດສິນໃຈສະໝັກເຮັດວຽກກັບບໍລິສັດໃດໜຶ່ງ

ເຊິ່ງເປັນການຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດໄດ້ເປີດກວ້າງ ໃນການຮັບພະນັກງານທົ່ວໄປໃນສັງຄົມ​, ຖືວ່າເປັນແນວທາງນະໂຍບາຍຂອງພັກ ແລະ​ລັດຖະບານລາວ ໄດ້ກະຕຸກຊຸກຍູ້ສົ່ງເສີມຕະຫຼອດມາ ແລະມັນເປັນການເປີດໂອກາດອັນກວ້າງໃຫ້ທຸກຄົນ ໄດ້ມີສິດເຂົ້າເຖິງແຫຼງວຽກເຮັດງານທຳດ້ວຍຕົນເອງ ໂດຍເໝາະສົມກັບສິ່ງທີ່ຕົນເອງຖະໜັດ ຫຼື ຕາມຄວາມສາມາດທີ່ຕົນເອງມີ ເພື່ອຊ່ວຍໃຫ້ຜູ້ທີ່ຮຽນຈົບມາ ໄດ້ໃຊ້ຄວາມຮູ້ຄວາມສາມາດເຂົ້າໃນການເຮັດວຽກງານຕົວຈິງ.​

ແຫຼ່ງຂໍ້ມູນ: ຊີອາໄອ

Comments