ສະພາບການແຜ່ລະບາດໂຄວິດ-19 ແບບຄື້ນທີ​ 3 ໃນຍີ່ປຸ່ນ…..

ຍີ່ປຸ່ນລາຍງານເມື່ອວັນ 11 ພະຈິກ 2020 ນີ້້ວ່າ: ມີຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ເກືອບເປັນປະຫວັດສາດ 1,547 ຄົນ ຊຶ່ງເປັນລະດັບສູງສຸດ ນັບຕັ້ງແຕ່ຕົ້ນເດືອນສິງຫາ,​ ໃນຂະນະທີ່ສັນຍານນີ້ ຜູ້ຊ່ຽວຊານດ້ານສຸຂະພາບບາງຄົນກ່າວວ່າ: ເປັນການຕິດເຊື້ອແບບ “ຄື້ນທີ 3” ເມື່ອມີອຸນຫະພູມທີ່ເຢັນລົງ ແລະ ຜູ້ຄົນໃຊ້ເວລາຢູ່ໃນບ້ານຫຼາຍຂຶ້ນ ໂດຍບໍ່ມີການລະບາຍອາກາດທີ່ພຽງພໍ.

Japan's visitor arrivals plunge 58% in February due to COVID-19 - CGTN

ການນັບລວມທົ່ວປະເທດ ໂດຍ Kyodo News ຈາກຂໍ້ມູນທີ່ເປັນທາງການ ໃກ້ຄຽງກັບການບັນທຶກສະຖິຕິໃນໜຶ່ງມື້ 1,596 ຄົນ ໃນວັນທີ 7 ສິງຫາ ຫຼັງຈາກພື້ນທີ່ມີປະຊາກອນ ໃນເມືອງໃຫຍ່ພົບວ່າມີຜູ້ປ່ວຍກໍລະນີໃໝ່ເພີ່ມຂຶ້ນຢ່າງໄວວາ.
ໂຕກຽວໄດ້ຮັບການຢືນຢັນແລ້ວມີ 317 ຄົນ ໂດຍເພີ່ມຂຶ້ນເກີນ 300 ຄົນເປັນຄັ້ງທຳອິດ ນັບຕັ້ງແຕ່ວັນທີ 20 ສິງຫາ ເຮັດໃຫ້ມີຍອດສະສົມຢູ່ທີ 33.377 ຄົນ ຊຶ່ງສູງທີ່ສຸດໃນບັນດາ 47 ແຂວງໃນທົ່ວປະເທດ.

Japan expands COVID-19 travel advisory list

ແຂວງໂອຊາກ້າ,​ ຮຽວໂງະ ແລະ ໄຊຕາມະ ລາຍງານວ່າ ມີການເພີ່ມຂຶ້ນເປັນປະຫວັດສາດໃນວັນດຽວ ນັບຕັ້ງແຕ່ມີການລະບາດຂອງໂຄວິດ-19 ໃນຂະນະທີ່ມີການລະບາດຂອງກຸ່ມຜູ້ຕິດເຊື້ອເພີ່ມຂຶ້ນຢ່າງວ່ອງໄວ ໃນພື້ນທີ່ທາງຕອນເໜືອເຊັ່ນ ຮອກໄກໂດ ຊຶ່ງເປັນແຫຼ່ງທ່ອງທ່ຽວຍອດນິຍົມ.

Japan's COVID-19 resurgence, More than 1000 cases reported for 4th straight  day - Outbreak News Today

ທ່ານ Toshio Nakagawa ຫົວໜ້າສະມາຄົມການແພດແຫ່ງຍີ່ປຸ່ນ ກ່າວວ່າ: “ນີ້ອາດຖືໄດ້ວ່າເປັນຄື້ນລູກທີ 3 (ຂອງໂຄວິດ-19)”
ທ່ານ Yasutoshi Nishimura ລັດຖະມົນຕີ ຄະນະຮັບຜິດຊອບວຽກງານໂຄວິດ-19 ຂອງລັດຖະບານຍີ່ປຸ່ນກ່າວໃນງານຖະແຫຼງຂ່າວວ່າ: “ໃນຂັ້ນຕອນນີ້​ ເຮົາບໍ່ໄດ້ຢູ່ໃນສະຖານະການທີ່ຈະປະກາດພາວະສຸກເສີນ”.

Tokyo Raises Coronavirus Alert to Highest Level - The New York Times

ຢ່າງໃດກໍຕາມ​ ທ່ານ Nishimura ກ່າວວ່າ: ລັດຖະບານຈະເພີ່ມມາດຕະການ ເພື່ອປ້ອງກັນການແຜ່ລະບາດຂອງໄວຣັດໃນວົງກວ້າງ ເນື່ອງຈາກ “ແນວໂນ້ມການເພີ່ມຂຶ້ນກຳລັງເປັນທີ່ໂດດເດັ່ນ”
ຈຳນວນຜູ້ຕິດເຊື້ອທີ່ສູງທົ່ວປະເທດເກີດຂຶ້ນໃນສະພາບການປ່ຽນແປງຂອງຍີ່ປຸ່ນໃນການຜ່ອນຜັນຂໍ້ຈຳກັດ ຊຶ່ງສ່ວນໜຶ່ງຂອງຄວາມພະຍາຍາມໃນການຟື້ນຟູເສດຖະກິດຈາກການລະບາດຂອງໂລກລະບາດ.

COVID-19: Japanese capital sees spike in new cases

ລັດຖະບານໄດ້ເປີດໂຄງການອຸດໜູນການເດີນທາງພາຍໃນປະເທດໃນເດືອນ ກໍລະກົດ ເຮັດໃຫ້ປະຊາຊົນສາມາດເດີນທາງໄດ້ສະດວກຂຶ້ນ.
ຍີ່ປຸ່ນໄດ້ຍົກເລີກການຫ້າມເຂົ້າປະເທດສຳຫຼັບນັກເດີນທາງຕ່າງຊາດຈາກປະເທດຕ່າງໆເຊັ່ນ ອົດສະຕາລີ, ເກົາຫຼີໃຕ້, ສິງກະໂປ, ໄທ, ນິວຊີແລນ ແລະ ຫວຽດນາມ ລວມເຖິງ​ ໄຕ້ຫວັນ ສຳຫຼັບຜູ້ເຂົ້າປະເທດທີ່ບໍ່ແມ່ນນັກທ່ອງທ່ຽວ.

Comments