ຈັດກອງປະຊຸມວິຊາການຕໍ່ເນື່ອງ ຂອງສະມາຄົມແພດເດັກລາວ….

ຕອນເຊົ້າວັນທີ 17 ພະຈິກ 2020 ທີ່ໂຮງແຮມດອນຈັນພາເລດ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມວິຊາການຕໍ່ເນື່ອງ ຂອງສະມາຄົມແພດເດັກລາວຄັ້ງທີ 16 ພາຍໃຕ້ຫົວຂໍ້ ແນວທາງປະຕິບັດເພື່ອຫລຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍລາວ ໂດຍການເປັນປະທານຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ຮຈ ດຣ ຄໍາເປ ພົງສະຫັວດ ປະທານສະມາຄົມແພດເດັກລາວ, ທ່ານ Dr. Pia Rebello Britto ຜູ້ຕ່າງໜ້າອົງການ UNICEF ປະຈໍາລາວ ແລະ ບັນດາທ່ານໝໍເດັກ ຈາກທົ່ວປະເທດເຂົ້າຮ່ວມ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຄໍາເຫັນໃນກອງປະຊຸມຄັ້ງນີ້ວ່າ: ໃນ ປີ 2020 ນີ້ ໄດ້ກ້າວເຂົ້າສູ່ ປີສຸດທ້າຍໃນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນ ປະຕິບັດງານຕ່າງໆ ຂອງກະຊວງສາທາລະນະສຸກ.

ກອງປະຊຸມຄັ້ງນີ້ ມີເປົ້າໝາຍເພື່ອຫລຸດການເສຍຊິວິດຂອງເດັກ ແລະທັງເປັນການເພີ່ມພູນຄວາມສາມາດໃຫ້ແກ່ທ່ານໝໍ ທີ່ເຮັດໜ້າທີ່ປິ່ນປົວເດັກ ເປັນການແລກປ່ຽນບົດຮຽນ ປະສົບການຕ່າງໆ ທີ່ພົບໃນແຕ່ລະໂຮງໝໍ ແລະ ແລກປ່ຽນຄວາມຮູ້ເຊີ່ງກັນ ແລະ ກັນ. ມື້ນີ້ຍັງເປັນວັນສໍາຄັນລະດັບໂລກຄື ວັນທີ 17 ພະຈິກ 2020 (ເປັນວັນເດັກເກີດບໍ່ຖ້ວນເດືອນໂລກ) ຊຶ່ງເດັກທີ່ເກີດກ່ອນກໍານົດຍັງເປັນບັນຫາທີ່ໜັກໜ່ວງ ແລະ ເປັນສາຍເຫດສ່ວນໃຫຍ່ຂອງການເສຍຊິວິດໃນເດັກອາຍຸຕໍ່າກວ່າ 5 ປີໃນທົ່ວໂລກ ແລະ ໃນລາວ.

ການເສຍຊິວິດຂອງເດັກຍັງເປັນໜື່ງຂອງເງື່ອນໄຂທີ່ຈະເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາກຄວາມທຸກຍາກໃນ ປີ 2030 ທີ່ລັດຖະບານໄດ້ວາງໄວ້. ສະນັ້ນ, ຈື່ງຮຽກຮ້ອງໃຫ້ທ່ານໝໍເດັກທຸກໆຄົນ ແລະ ຜູ້ທີ່ເບີ່ງແຍງກ່ຽວກັບສຸຂະພາບຂອງເດັກ ແຕ່ສູນກາງລົງຮອດທ້ອງຖີ່ນ ຕ້ອງຍົກສູງຄຸນນະພາບຂອງການປີ່ນປົວ, ການແນະນໍາ ແລະ ການປ້ອງກັນຕ່າງໆໃຫ້ແກ່ພໍ່ແມ່ ຜູ້ປົກຄອງ ແລະ ປະຊາຊົນທົ່ວໄປໃຫ້ດີຂື້ນ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເນັ້ນໃຫ້ຜູ້ແທນກອງປະຊຸມ ໃຫ້ເອົາໃຈໃສ່ສືບຕໍ່ພັດທະນາດ້ານວິຊາການໃນແ່ຕລະສາຂາວິຊາ ໃຫ້ສາມາດເປັນທີ່ເພີ່ງ ຫລື ເປັນທີ່ປຶກສາໃຫ້ໃຫ້ແກ່ແພດເດັກທົ່ວປະເທດ, ສືບຕໍ່ກອງປະຊຸມວິຊາການຕໍ່ເນື່ອງ, ມີຄວາມສາມະຄີ ແລະ ເປັນບ່ອນເຕົ້າໂຮມຄວາມສາມະຄີແພດເດັກທົ່ວປະເທດ ອອກແຮງປະກອບສ່ວນໃນການປິ່ນປົວຄົນເຈັບ ເພື່ອຊ່ວຍລຸດຜ່ອນການເຈັບເປັນ ແລະ ເສຍຊິວິດຂອງເດັກທີ່ຍັງບໍ່ທັນໄດ້ບັນລຸຕາມຍຸດທະສາດທີ່ວາງໄວ້, ທັງເພີ່ມທະວີໃນວຽກງານຄົ້ນຄວ້າວິທະຍາສາດເພື່ອຊອກຫາຂໍ້ມູນນໍາມາປັບໃຊ້ໃນການປິ່ນປົວ ແລະ ຂຽນຄູ່ມືປີ່ນເພື່ອເປັນບ່ອນອີງໃຫ້ຫລາຍຂື້ນ. ກອງປະຊຸມຄັ້ງນີ້ ດໍາເນີນແຕ່ວັນທີ 17-18 ພະຈິກ 2020.

ແຫຼ່ງຂໍ້ມູນ: ວສລ

Comments